ກອງປະຊຸມແຫ່ງຊາດດ້ານໂພຊະນາການ ຄັ້ງທີ IX

ກອງປະຊຸມແຫ່ງຊາດດ້ານໂພຊະນາການ ຄັ້ງທີ IX ແລະ ກອງປະຊຸມຄະນະກໍາມະການແຫ່ງຊາດດ້ານໂພຊະນາການປີ 2023, ໂພຊະນາການເພື່ອການພັດທະນາດ້ານຊັບສິນມະນຸດ ໄດ້ຈັດຂຶ້ນໃນວັນທີ 6 ມີນາ ນີ້ ທີ່ຫໍປະຊຸມແຫ່ງຊາດ, ໃຫ້ກຽດເປັນປະທານໂດຍ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມະການແຫ່ງຊາດດ້ານໂພຊະນາການ, ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ຮອງປະທານຄະນະກໍາມະການແຫ່ງຊາດດ້ານໂພຊະນາການ, ມີບັນດາອົງການຈັດຕັ້ງສາກົນ ຈາກພາກສ່ວນກ່ຽວຂ້ອງ ແລະແຂກຖືກເຊີນເຂົ້າຮ່ວມ.

ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ກ່າວວ່າ: ກອງປະຊຸມແຫ່ງຊາດດ້ານໂພຊະນາການ ຄັ້ງທີ IX ແລະກອງປະຊຸມຄະນະກຳມະການແຫ່ງຊາດ ດ້ານໂພຊະນາການ ປະຈຳປີ 2023 ພາຍໃຕ້ຫົວຂໍ້ “ໂພຊະນາການເພື່ອການພັດທະນາດ້ານຊັບພະຍາກອນມະນຸດ” ມີຈຸດປະສົງຕົ້ນຕໍແມ່ນເພື່ອສະຫຼຸບລາຍງານການຈັດຕັ້ງປະຕິບັດແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການ ຜົນສໍາເລັດທີ່ພົ້ນເດັ່ນ, ສະພາບລວມທາງດ້ານໂພຊະນາການຂອງ ສປປ ລາວ ແລະ ການໃຫ້ຄໍາໝັ້ນໝາຍຕໍ່ແຜນບຸລິມະສິດ ປີ 2024.

ໃນໄລຍະຜ່ານມາທຸກພາກສ່ວນໄດ້ມີຄວາມພະຍາມຮ່ວມກັນເຮັດວຽກງານໂພຊະນາການຢ່າງຕັ້ງໜ້າໂດຍສຸມໃສ່ສູ້ຊົນຫຼຸດຜ່ອນການຂາດສານອາຫານທຸກຮູບແບບໃນແມ່ຍິງ, ແມ່, ເດັກນ້ອຍ ແລະ ເດັກອ່ອນ ໂດຍສະເພາະຕົວຊີ້ບອກທີ່ລະບຸໄວ້ໃນ SDGs 2 (ການລຶບລ້າງຄວາມອຶດຫິວ) ແລະ SDGs 3 (ການມີສຸຂະພາບ ແລະ ຊີວິດທີ່ດີ) ສໍາລັບປະເທດເຮົາໄດ້ບຸກບືນໃຫ້ບັນລຸບັນດາຕົວຊີ້ບອກທີ່ສໍາຄັນເຊັ່ນ: ອັດຕານໍ້າໜັກມື້ເກີດຕໍ່າ, ກິນນົມແມ່ຢ່າງດຽວຮອດ 6 ເດືອນ, ລວງສູງບໍ່ໄດ້ມາດຕະຖານ, ນໍ້າໜັກຕໍ່າກວ່າມາດຕະຖານ ແລະ ໂພຊະນາການເກີນ ຂອງເດັກ ລຸ່ມ 5 ປີ ຊຶ່ງຜ່ານມາ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ບາງດ້ານກໍເຫັນວ່າມີຜົນສຳເລັດ. ພ້ອມກັນນີ້, ກໍເຫັນວ່າຍັງອີກຫຼາຍດ້ານທີ່ມີຄວາມຫຍຸ້ງຍາກເປັນອຸປະສັກຕໍ່ການບັນລຸເປົ້າໝາຍທີ່ວາງໄວ້. ສະນັ້ນ, ໃນກອງປະຊຸມຄັ້ງນີ້ຈະພ້ອມກັນທົບທວນຄືນສະພາບຄວາມເປັນຈິງ ແລະ ປຶກສາຫາລື ເພື່ອເພີ່ມທະວີການພົວພັນຮ່ວມມືຢ່າງສະໜິດແໜ້ນຂອງບັນດາຂະແໜງການ, ທ້ອງຖິ່ນທັງພາກລັດ, ເອກະຊົນ ແລະສັງຄົມ, ຄູ່ຮ່ວມພັດທະນາ ແລະຜູ້ໃຫ້ທຶນອື່ນໆ ເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການພັດທະນາດີຂຶ້ນເທື່ອລະກ້າວ.

ປະທານກອງປະຊຸມເນັ້ນໜັກໃຫ້ຜູ້ແທນກອງປະຊຸມ ພ້ອມກັນເພີ່ມທະວີຄວາມເອົາໃຈໃສ່ໃນການຄົ້ນຄວ້າ, ວິເຄາະວິໄຈບັນຫາຕັ້ງຂຶ້ນຢ່າງເລິກເຊິ່ງພ້ອມທັງປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາສ້າງສັນ ແລະເອົາການເອົາງານທີ່ສຸດ ເພື່ອຊອກຫາທາງອອກ, ໃຫ້ຄຳຕອບແກ່ບັນຫາຢ່າງຊື່ຕົງຮອບດ້ານກວມລວມ ແລະ ເຊື່ອໝັ້ນວ່າ ກອງປະຊຸມຈະເຮັດໃຫ້ພວກເຮົາສາມາດວາງທິດທາງສູ້ຊົນໃນຕໍ່ໜ້າຢ່າງເປັນຮູບປະທຳສອດຄ່ອງກັບເງື່ອນໄຂ ແລະ ທັນການກັບສະພາບຕົວຈິງບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ ເພື່ອເຮັດໃຫ້ສະພາບການຂາດໂພຊະນາການໄດ້ຮັບການປັບປຸງ ແລະແກ້ໄຂໃຫ້ນັບມື້ນັບດີຂຶ້ນ ຮັບປະກັນໃຫ້ປະຊາຊົນບັນດາເຜົ່າໄດ້ມີຄຸນນະພາບຊີວິດດີຂຶ້ນ ປະກອບສ່ວນສຳຄັນເຂົ້າໃນພາລະກິດ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວສູ່ຈຸດໝາຍທີ່ກຳນົດໄວ້ຢ່າງຈົບງາມ.

ທ່ານ ນາງ ອີນາ ມາຈູລໍນີແຕ ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈໍາ ສປປ ລາວ ກ່າວວ່າ: ໃນປີ 2023 ສະຫະພາບເອີຣົບ ກໍຂໍຢືນຢັນຄືນເຖິງຄຳໝັ້ນສັນຍາ ພວກເຮົາໃນນາມຜູ້ໃຫ້ການສະໜັບສະໜູນການຈັດຕັ້ງ ແຜນໂພຊະນາການແຫ່ງຊາດ 2021-2025. ເຖິງຢ່າງໃດກໍຕາມ, ເພື່ອບັນລຸແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ IX ແລະເປົ້າໝາຍການພັດທະນາແບບຍືນຍົງ, ພວກເຮົາຈໍາເປັນຕ້ອງໄດ້ມີການປະຕິບັດວຽກງານໂພຊະນາການຢ່າງມີສ່ວນຮ່ວມຫຼາຍຂຶ້ນ. ຂໍ້ສັງເກດຕ່າງໆຈາກ ໂຄງການຖານຂໍ້ມູນດ້ານໂພຊະນາການແຫ່ງຊາດ (NIPN) ແລະ ການປະເມີນຜົນຕ່າງໆ ໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນດ້ວຍເຫດນີ້, ມັນຈຶ່ງຍັງເປັນສິ່ງສໍາຄັນທີ່ສຸດທີ່ຈະຕ້ອງມີການເສີມຂະຫຍາຍຂໍ້ສະເໜີແນະດ້ານນະໂຍບາຍ ແລະຮັບປະກັນໃຫ້ມີຄວາມກົມກຽວທາງດ້ານທິດທາງຕໍ່ໜ້າຂອງວຽກງານໂພຊະນາການໃນທົ່ວ ສປປ ລາວ. ໃນໂລກຂອງເຮົາປັດຈຸບັນທີ່ມີຄວາມເຊື່ອມໂຍງລະຫວ່າງສຸຂະພາບ ແລະ ການເປັນຢູ່ທີ່ດີ ຂອງຊຸມຊົນຫຼາຍຂຶ້ນ, ມັນເປັນສິ່ງສຳຄັນທີ່ພວກເຮົາຕ້ອງຮັບຮູ້ວ່າ ໂພຊະນາການ ນັ້ນບໍ່ພຽງແຕ່ເປັນວຽກງານສຸຂະພາບເທົ່ານັ້ນແຕ່ມັນຍັງເປັນຮາກຖານສໍາຄັນຂອງການພັດທະນາເສດຖະກິດ-ສັງຄົມ ແລະການລົງທຶນອີກດ້ວຍ.

ທ່ານນາງ ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳ ສປປ ລາວ ກ່າວວ່າ: ຄວາມຄືບໜ້າທີ່ ສປປ ລາວ ໄດ້ສ້າງໄວ້ໃນມື້ນີ້ເພື່ອປັບປຸງໂພຊະນາການ ແມ່ນເປັນການຝັງເມັດພືດເພື່ອອະນາຄົດທີ່ເຂັ້ມແຂງກວ່າເກົ່າ, ມີຄວາມສາມາດຜ່ານຜ່າອຸປະສັກຕ່າງໆ ແລະນຳໄປສູ່ຄວາມຮັງມີຂອງປະເທດຊາດໃນອະນາຄົດ. ອົງການອຸຍນີເຊັບຮູ້ສຶກພູມໃຈຫຼາຍທີ່ໄດ້ຢືນຄຽງຂ້າງ ສປປ ລາວ ໃນການເດີນທາງອັນສໍາຄັນນີ້, ເພື່ອຮັບປະກັນວ່າ ເດັກນ້ອຍທຸກຄົນ ແລະຊຸມຊົນທຸກແຫ່ງມີພື້ນຖານເພື່ອຄວາມສໍາເລັດໃນຊີວິດຜ່ານໂພຊະນາການທີ່ດີ. ນອກເໜືອຈາກນີ້, ຜູ້ຕາງໜ້າຈາກຂັ້ນບ້ານກໍໄດ້ເຂົ້າຮ່ວມກອງປະຊຸມເພື່ອແລກປ່ຽນບົດຮຽນທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດໂຄງການບ້ານແບບຢ່າງດ້ານໂພຊະນາການທົ່ວຂະແໜງການຊຶ່ງໄດ້ສະແດງໃຫ້ເຫັນເຖິງຄວາມຄືບໜ້າທີ່ໂດດເດັ່ນ ແລະບັນລຸຜົນສໍາເລັດທີ່ດີ.
ຂ່າວ: ບຸນຕອມ, ພາບ: ບຸນອູ້ມ