ນາຍົກ ເຂົ້າຮ່ວມກອງປະຊຸມສຸດຍອດສະຫຼອງການຮ່ວມມືອາຊຽນ-ອົດສະຕຣາລີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນປະທານຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ຮ່ວມກັບ ພະນະທ່ານ ແອນໂຕນີ ອານບານີຊີ (Anthony Albanese), ນາຍົກລັດຖະມົນຕີ ອົດສະຕຣາລີ ທີ່ຈັດຂຶ້ນໃນວັນທີ 6 ມີນາ 2024 ທີ່ ເມວເບີນ, ອົດສະຕຣາລີ.

ກອງປະຊຸມຄັ້ງນີ້, ບັນດາຜູ້ນໍາອາຊຽນ ແລະອົດສະຕຣາລີ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ຕະຫຼອດໄລຍະ 50 ປີ ຜ່ານມາ, ຊຶ່ງໄດ້ຮັບຜົນສໍາເລັດຫຼາຍດ້ານ ແລະ ໄດ້ຖືກຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2021. ການຮ່ວມມືທີ່ມີໝາກຜົນດັ່ງກ່າວ ໄດ້ປະກອບສ່ວນສໍາຄັນເຂົ້າໃນການສ້າງປະຊາຄົມອາຊຽນ ກໍຄືການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະການພັດທະນາໃນພາກພື້ນ. ພ້ອມນີ້,ກອງປະຊຸມ ໄດ້ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ ໂດຍເນັ້ນໃສ່ດ້ານການຄ້າ-ການລົງທຶນ, ການຫັນປ່ຽນທາງດ້ານດີຈີຕອນ, ຄວາມໝັ້ນຄົງທາງດ້ານພະລັງງານ, ການປ່ຽນແປງດິນຟ້າອາກາດ,ການສ້າງຂີດຄວາມສາມາດໃຫ້ແກ່ຜູ້ນໍາໜຸ່ມນ້ອຍ ແລະອື່ນໆ, ພ້ອມທັງສືບຕໍ່ຊຸກຍູ້ການຈັດຕັ້ງຜັນຂະຫຍາຍຂໍ້ລິເລີ່ມອົດສະຕຣາລີເພື່ອອາຊຽນ (Aus4ASEAN Initiative). ພ້ອມນີ້, ບັນດາຜູ້ນໍາອາຊຽນ ແລະອົດສະຕຣາລີຍັງໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບບັນຫາພາກພື້ນ ແລະສາກົນທີ່ມີຄວາມສົນໃຈຮ່ວມກັນ.

ພ້ອມດຽວກັນນີ້, ກອງປະຊຸມ ໄດ້ສະແດງຄວາມຍິນດີຕໍ່ການປະກາດບັນດາຂໍ້ລິເລີ່ມໃຫມ່ຂອງ ອົດສະຕຣາລີ ເຊັ່ນ: ການສ້າງຕັ້ງສູນອາຊຽນ-ອົດສະຕຣາລີ ແລະການສະໜອງທຶນການສຶກສາລະດັບປະລິນຍາໂທຈໍານວນ 55ທຶນ ພາຍໃຕ້ໂຄງການທຶນການສຶກສາອົດສະຕຣາລີເພື່ອອາຊຽນ ແລະ 55 ທຶນ ພາຍໃຕ້ໂຄງການທຶນການສຶກສາອົດສະຕຣາລີເພື່ອອາຊຽນ ເພື່ອສຶກສາຄົ້ນຄວ້າໃນຫົວຂໍ້ທີ່ເປັນຂົງເຂດບູລິມະສິດຂອງແນວຄວາມຄິດອາຊຽນ ວ່າດ້ວຍອິນໂດ-ປາຊີຟິກ. ພິເສດ, ໃນໂອກາດກອງປະຊຸມສຸດຍອດຄັ້ງນີ້, ບັນດາຜູ້ນໍາອາຊຽນ ແລະ ອົດສະຕຣາລີ ໄດ້ຮັບຮອງເອົາ 2 ເອກະສານຜົນກອງປະຊຸມ ຄື: ຖະແຫຼງການວິໄສທັດຜູ້ນໍາອາຊຽນ-ອົດສະຕຣາລີວ່າດ້ວຍຄູ່ຮ່ວມມືເພື່ອສັນຕິພາບແລະຄວາມສົມບູນພູນສຸກ ແລະຖະແຫຼງການເມວເບີນວ່າດ້ວຍການຮ່ວມມືເພື່ອອະນາຄົດເພື່ອເປັນທິດທາງໃຫ້ແກ່ການເສີມຂະຫຍາຍຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງ ອາຊຽນ ແລະອົດສະຕຣາລີ ໃນຕໍ່ໜ້າ.

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຊຸກຍູ້ໃຫ້ອາຊຽນ ແລະອົດສະຕຣາລີ ຮັດແໜ້ນການພົວພັນຮ່ວມມືໂດຍສະເພາະດ້ານການເຊື່ອມໂຍງ-ເຊື່ອມຈອດ ພາກພື້ນ ແລະສາກົນ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ການສົ່ງເສີມການຄ້າ-ການລົງທຶນ, ພະລັງງານສະອາດ, ການປ່ຽນແປງດ້ານດິນຟ້າອາກາດ, ການພັດທະນາຂີດຄວາມສາມາດຂອງຊາວໜຸ່ມ, ການສືບຕໍ່ໂຄງການຝຶກອົບຮົມວິຊາຊີບ ໃນໄລຍະສັ້ນ ແລະໄລຍະຍາວ. ພ້ອມດຽວກັນນີ້, ທ່ານນາຍົກລັດຖະມົນຕີ ໄດ້ແຈ້ງຕໍ່ກອງປະຊຸມຊາບກ່ຽວກັບບູລິມະສິດໃນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”,ພ້ອມທັງໃຫ້ຄວາມໝາຍໝັ້ນຈະສືບຕໍ່ເຮັດວຽກກັບບັນດາປະເທດສະມາຊິກອາຊຽນ ແລະ ອົດສະຕຣາລີໃນການຈັດຕັ້ງປະຕິບັດຜົນຂອງກອງປະຊຸມສຸດຍອດສະໄໝພິເສດຄັ້ງນີ້ໃຫ້ເປັນຮູບປະທໍາແນໃສ່ເສີມຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານອາຊຽນ-ອົດສະຕຣາລີ ໃຫ້ແໜ້ນແຟ້ນຍິ່ງຂຶ້ນແລະ ນໍາຜົນປະໂຫຍດອັນແທ້ຈິງມາສູ່ປະຊາຊົນຂອງສອງພາກພື້ນ. ສປປ ລາວ ເປັນປະເທດປະສານງານການພົວພັນອາຊຽນ-ອົດສະຕຣາລີ ແຕ່ປີ 2021 ຫາ 2024.