ກອງປະຊຸມສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ I ປະຈຳປີ 2024

ໂດຍປະຕິບັດຕາມລະບອບການປະຊຸມຂອງສະພາບໍລິຫານ ທະນາຄານແຫ່ງ ສປປ ລາວ(ທຫລ) ທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍທະນາຄານແຫ່ງ ສປປ ລາວ. ໃນຕອນເຊົ້າຂອງວັນທີ 05 ມີນາ 2024 ທີ່ ທຫລ ໄດ້ໄຂກອງປະຊຸມສະພາບໍລິຫານ ຄັ້ງທີ I ປະຈໍາປີ2024 ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການ ທຫລ, ປະທານສະພາບໍລິຫານ ທຫລ, ຮອງປະທານສະພາບໍລິຫານ, ບັນດາກຳມະການສະພາບໍລິຫານ ທຫລ, ຮອງຜູ້ວ່າການ ທຫລ ແລະຄະນະກົມຂອງ ທຫລ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ເພື່ອຄົ້ນຄວ້າພິຈາລະນາຮັບຮອງເອກະສານສໍາຄັນຈໍານວນໜຶ່ງ ເປັນຕົ້ນແມ່ນ: ການສະຫຼຸບການເຄື່ອນໄຫວວຽກງານຂອງ ທຫລ ປະຈໍາປີ 2023 ແລະ ທິດທາງແຜນການປີ 2024, ການຈັດຕັ້ງປະຕິບັດແຜນເງິນຕາ ປີ 2023 ແລະ ແຜນເງິນຕາ ປີ 2024,ການສະຫຼຸບແຜນງົບປະມານປີ 2023 ແລະ ຄາດຄະເນແຜນງົບປະມານປີ 2024. ຕະຫຼອດໄລຍະປີ 2023 ກອງປະຊຸມໄດ້ຕີລາຄາວ່າ ທຫລ ໄດ້ສູ້ຊົນບຸກບືນຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ມາດຕະການຕ່າງໆ ເພື່ອຮັກສາສະຖຽນລະພາບທາງດ້ານເງິນຕາການເງິນ, ລວມທັງວຽກງານຄຸ້ມຄອງເງິນຕາຕ່າງປະເທດເພື່ອຮັບປະກັນການຕິດຕາມກະແສເງິນຕາຕ່າງປະເທດເຂົ້າ-ອອກ ສປປ ລາວ, ພັດທະນາລະບົບການຊຳລະເພື່ອຮອງຮັບການຊຳລະຄ່າສິນຄ້າ-ບໍລິການຜ່ານລະບົບທະນາຄານ ແລະຈັດຕັ້ງປະຕິບັດວຽກງານອື່ນໆ ຕາມມະຕິຂອງກອງປະຊຸມສະພາບໍລິຫານ ທຫລ ກໍຄືການມອບໝາຍຂອງລັດຖະບານ ດ້ວຍຄວາມເປັນເຈົ້າການ ແລະຮັບຜິດຊອບສູງ ຊຶ່ງໂດຍລວມເຫັນວ່າ: ແຕ່ລະວຽກງານສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ດີພໍສົມຄວນ.

ກອງປະຊຸມໄດ້ດໍາເນີນໄປເປັນເວລາເຄິ່ງວັນ, ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຂອງແຕ່ລະໜ້າວຽກ ແລະມີການຄົ້ນຄວ້າປະກອບຄໍາຄິດຄໍາເຫັນຕໍ່ກັບເນື້ອໃນຂອງກອງປະຊຸມຢ່າງກົງໄປກົງມາເພື່ອເຮັດໃຫ້ແຕ່ລະບັນຫາທີ່ຍົກຂຶ້ນມີວິທີທາງອອກທີ່ເໝາະສົມ ແລະສາມາດນໍາໄປຈັດຕັ້ງປະຕິບັດໃຫ້ເກີດໝາກຜົນຕົວຈິງ.

ຂ່າວ-ພາບ: ວັນປະເສີດ ສົມບູນຂັນ.