ເຮືອ​ບິນ C919 ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ການ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ​ຂອງ​ຈີນ.

ຫວ່າງ​ມໍ່ໆ​ມາ​ນີ້, ງານ​ວາງ​ສະ​ແດງ​ການ​ບິນ​ສິງ​ກະ​ໂປ​ ໄດ້​ຈັດ​ຂຶ້ນ​ຢູ່​ສູນ​ວາງ​ສະ​ແດງ​​ຊາງ​ກີ, ເຮືອ​ບິນ​ໂດຍ​ສານ​ຂະ​ໜາດ​ໃຫຍ່ C919 ສອງ​ລຳ ແລະ ເຮືອ​ບິນ​ໂດຍ​ສານ​ສາຍ​ຍ່ອຍ ARJ 21 ສາມ​ລຳ​ຂອງ​ບໍ​ລິ​ສັດ COMAC ຂອງ​ຈີນ​ໄດ້​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ດັ່ງ​ກ່າວ ເຊິ່ງ​ແມ່ນ​ເຮືອ​ບິນ​​ຂະ​ໜາດໃຫຍ່​ທີ່​ຈີນ​ຜະ​ລິດ​ໄດ້​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ຢູ່​ຕ່າງ​ປະ​ເທດ​ເປັນ​ຄັ້ງ​ທຳ​ອິດ, ເຮັດ​ໃຫ້​ຜູ້​ຊົມ​ທີ່​ເປັນ​ນັກ​ວິ​ຊາ​ການ ແລະ ສື່ມວນ​ຊົນ​ປະ​ເທດ​ຕ່າງໆ​ໃຫ້​ຄວາມ​ສົນ​ໃຈ​ຢ່າງ​ສູງ. ໃນ​ຖາ​ນະ​ເປັນ​ເຮືອ​ບິນ​ອາຍ​ພົ່ນ​ໂດຍ​ສານສາຍຫຼັກ ທີ່​ຈີນ​ຄົ້ນ​ຄວ້າ​ຜະ​ລິດ​ເອງ ແລະ ມີ​ຊັບ​ສິນ​ທາງ​ປັນ​ຍາ​​ເປັນ​ຂອງ​ຕົນທີ່​ສອດ​ຄ່ອງ​ກັບ​ມາດ​ຕະ​ຖານ​ການ​ບິນ​ລະ​ດັບ​ສາ​ກົນ​ເປັນ​ຄັ້ງ​ທຳ​ອິດ, ການ​ວາງ​ສະ​ແດງເຮືອ​ບິນ C919 ຢູ່​ຕ່າງ​ປະ​ເທດ​ເປັນ​ຄັ້ງ​ທຳ​ອິດ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ການ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ​ຂອງ​ອຸດ​ສາ​ຫະ​ກຳ​ການ​ບິນ​ຂອງ​ຈີນ.

ຕາມ​ຂ່າວ​ແຈ້ງວ່າ, ເຮືອ​ບິນ​ໂດຍ​ສານ​ຂະ​ໜາດ​ໃຫຍ່ C919 ໄດ້​ນຳ​ໃຊ້​ການ​ອອກ​ແບບ​ຕາມ​ວິ​ຊາ​​ກຳ​ລັງ​ອັດ​ຂອງ​ອາ​ກາດ​ທີ່​ທັນ​ສະ​ໄໝ, ໄດ້​ນຳ​ໃຊ້​ລະ​ບົບ​ຂັບ​ເຄື່ອນ ແລະ ວັດ​​ສະ​ດຸ ທີ່​ທັນ​ສະ​ໄໝ, ການ​ລະ​ບາຍ​ກາກບອນ​ຕ່ຳ​ກວ່າ ແລະ ສະ​ມັດ​​ຖະ​ພາບ​​ໃນ​ການ​ເຜົາ​ໄໝ້ນ້ຳ​ມັນ​ເຊື້ອ​ໄຟ​ສູງກວ່າ. ການ​ອອກ​ແບບ​ເຫຼົ່າ​ນີ້​ໄດ້​ຊຸກ​ຍູ້​ໃຫ້​​ອຸດ​ສາ​ຫະ​ກຳການ​ບິນ​ທົ່ວ​ໂລກ​ພັດ​ທະ​ນາ​ໄປ​ສູ່​ທິດ​ທາງ​ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ​ຍິ່ງ​ຂຶ້ນ ແລະ ປະ​ກອບ​ສ່ວນຫຼາຍກວ່າ​ເກົ່າ ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

ຕາມ​ແຜນ​ການ, ໃນ​ສອງ​ອາ​ທິດ​ຕໍ່​ໄປ, ເຮືອ​ບິນ C919 ແລະ ARJ21 ຈະ​ໄປ​ດຳ​ເນີນ​ການ​​ສະ​ແດງ​ການ​ບິນ​ຢູ່​ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ, ມາ​ເລ​ເຊຍ ແລະ ອິນ​ໂດ​ເນ​ເຊຍ, ຕົ້ນ​ຕໍ​ຈະ​ສະ​ແດງ​ໃຫ້​ເຫັນ​ສະ​ມັດ​​ຖະ​ພາບທີ່​ດີ​ຂອງ​ເຮືອ​ບິນ ແລະ ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ບຸກ​ເບີກ​ຕະຫຼາດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້.

ໃນ​ຊຸມ​ປີ​ຜ່ານ​ມາ, ຈີນ​ໄດ້​ຊຸກ​ຍູ້​ການ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ​ຢ່າງ​ບໍ່​ຢຸດ​ຢັ້ງ ເພື່ອ​ຊຸກ​ຍູ້​ການ​ຜະ​ລິດ​​ອຸດ​ສາ​ຫະ​ກຳຂອງ​ຈີນ​ໃຫ້​ຢ່​ວາງ​ບາດ​ກ້າວ​ໄປ​ສູ່​ການ​ປະ​ດິດ​ສ້າງ​ຂອງ​ຈີນ​ຢ່າງ​ໜັກ​ແໜ້ນ, ຈີນ​ໄດ້​ເລັ່ງ​ບາດ​ກ້າວ​​ການ​ຍົກ​ລະ​ດັບ​ແລະຫັນ​ປ່ຽນ​ຮູບ​ແບບ​ອຸດ​ສາ​ຫະ​ກຳ​ໃຫ້​ໄວ​ກວ່າ​ເກົ່າ ແລະ ໄດ້​ມີ​ຄວາມ​ກ້າວ​ໜ້າ​​ຢ່າງ​ເປັນ​ຂີດ​ໝາຍ​ທີ່​ສຳ​ຄັນ​ໃນ​ປະ​ຫວັດ​ສາດ. ຈີນ​ມີ​ຄວາມ​ສາ​ມາດ​​ການປະ​ດິດ​ສ້າງ​ນັບ​ມື້​ນັບ​ສູງ​ຂຶ້ນ. ຕໍ່​ໄປ, ຂ້າ​ພະ​ເຈົ້າ​ຂໍ​ຍົກ​ຕົວ​ຢ່າງ​ດັ່ງ​ຕໍ່​ໄປ​ນີ້:

ກ່ອນ​ອື່ນ, ການ​ລົງ​ທຶນ ແລະ ຄວາມ​ສາ​ມາດ​ໃນ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່ ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ​ແລະຫຼວງຫຼາຍ. ປີ 2023, ງົບ​ປະ​ມານ​ດ້ານ​ການ​ພັດ​ທະ​ນາ​ການ​ຄົ້ນ​ຄວ້າ ແລະ ການ​ທົດ​ລອງ​ໃນ​ທົ່ວ​ສັງ​ຄົມ​ຈີນ​ມີ​ເຖິງ 3.327,82 ຕື້ຢວນ ແລະ ມີ​ຄວາມ​ແຮງ​ເຖິງ 2,64%, ຈຳ​ນວນ​ນັກ​ຄົ້ນ​ຄວ້າ​ພັດ​ທະ​ນາ​ໃນ​ທົ່ວ​ປະ​ເທດ​ຈີນ​ມີຫຼາຍກວ່າ 6 ລ້ານ​ຄົນ, ສິດ​ທິ​ບັດ​ດ້ານ​ການ​ປະ​ດິດ​ສ້າງ​ທີ່​ນຳ​ໃຊ້​ໄດ້​ມີຫຼາຍກວ່າ 4 ລ້ານ​ກວ່າ​ຢ່າງ ເຊິ່ງ​​ເປັນ​ປະ​ເທດ​ທຳ​ອິດ​ໃນ​ໂລກ ທີ່​ມີ​ຈຳ​ນວນ​ສິດ​ທິ​ບັດ​ການ​ປະ​ດິດ​ສ້າງ​ຢ່າງ​ມີ​ປະ​ສິດ​ທິ​ຜົນຫຼາຍກວ່າ 4 ລ້ານ​ຢ່າງ. ກາ​ນ​ລຽງ​ລຳ​ດັບ​ດັດ​ສະ​ນີ​​ການປະ​ດິດ​ສ້າງ​ໃໝ່​ແຫ່ງ​ຊາດ​ຂອງ​ຈີນ​ໄດ້​ຫຍັບ​ຂຶ້ນ​ມາ​ຕື່ມ​ອີກ ແລະ ກາຍ​ເປັນ​ປະ​ເທດ​ພວມ​ພັດ​ທະ​ນາ​ພຽງ​ໜຶ່ງ​ດຽວ​ທີ່​ຢູ່​ໃນ​ອັນ​ດັບ 15 ​ທຳ​ອິດຂອງ​ໂລກ.

ສອງ, ເຕັກ​ນິກ​ລ້ຳ​ສະ​ໄໝ​ທີ່​ສຳ​ຄັນເປັນ​ຂໍ​ກະ​ແຈ​ຕ່າງໆ​ ເຊັ່ນ: ເຕັນິກ​ແຜ່ນ​ຊິບ, 5G  ແລະ ການປະ​ເມີນ​ຜົນ​ກວານ​ຕຳ ໄດ້​ມີ​ການ​ບຸກ​ທະ​ລຸ​ໃໝ່ທີ່​ສຳ​ຄັນ. ແຜ່ນ​ຊິບ Kirin 9000S ຂອງ​ບໍ​ລິ​ສັດ​ຫົວ​ເຫວີຍ​ໄດ້​ທັບ​ມ້າງ​ການ​ຜູກ​ຂາດ​ດ້ານ​ເຕັກ​ນິກ​ຂອງ​ຕ່າງ​ປະ​ເທດ, ເຕັກ​ນິກ​ໂຄງ​ການ​ການ​ບິນ​ອະ​ວະ​ກາດ​ຂອງ​ຈີນ​ໄດ້​ກ້າວ​ເຂົ້າ​ສູ່​ແຖວ​ໜ້າ​ຂອງ​ໂລກ, ເຮືອ​ບິນ​ໂດຍ​ສານ C919 ໄດ້​ສຳ​ເລັດ​ການ​ບິນ​ທົດ​ລອງ​ເປັນ​ຄັ້ງ​ທຳ​ອິດ, ເຮືອ​ສຳ​ລານ Adora Magic City ທີ່​ເປັນ​ເຮືອ​ສຳ​ລານ​ລຳ​ທຳ​ອິດ​ທີ່​ຈີນ​ຜະ​ລິດ​ເອງ​ໄດ້​ມອບ​ໃຫ້​ຝ່າຍ​ເຈົ້າ​ຂອງ​ນຳ​ໃຊ້​ເອງ ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ຈີນ​ມີ​ຄ​ວາມ​ສາ​ມາດ​​ໃນ​ການຜະ​ລິດ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ, ກຳ​ປັ່ນ​ຂົນ​ສົ່ງ​ແກັ​ສ​ທຳ​ມະ​ຊາດ​​ທີ່​ເປັນ​ທາດແຫຼວ​ຂະ​ໜາດ​ໃຫຍ່ ແລະ ເຮືອ​ສຳ​ລານ​ຂະ​ໜາດ​ໃຫຍ່.

ນອກ​ນີ້, ​ຂະ​ໜາດ​ການ​ຜະ​ລິດຜະ​ລິດ​ຕະ​ພັນ​ພະ​ລັງ​ງານ​ໃໝ່​ຂອງ​ຈີນ​ໄດ້​ນຳ​ໜ້າ​ໂລກ. ປີ 2023, ລົດ​ໃຊ້​ພະ​ລັງ​ງານ​ໃໝ່, ແບດ​ເຕີ​ຣີ​ພະ​ລັງ​ງານ​ແສງ​ຕ​າ​ເວັນ ແລະ ແບດ​ເຕີ​ຣີ​ລີ​ທຽມ​ໃຊ້​ໃນ​ລົດ​ຂອງ​ຈີນ ຕ່າງ​​ກໍໄດ້​ເພີ່ມ​ຂຶ້ນ 30,3%, 54% ແລະ 22,8% ຕາມ​ລຳ​ດັບ ເມື່ອ​ທຽບ​ໃສ່​ປີ 2022; ປະ​ລິ​ມານ​ການ​ຜະ​ລິດ​ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ​ກັບ​ພະ​ລັງ​ງານ​ສີ​ຂຽວ​ຕ່າງໆ ເຊັ່ນ: ຈັກ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ພະ​ລັງ​ນ້ຳ, ​ຈັກ​ຜ​ະ​ລິດ​ໄຟ​ຟ້າ​ດ້ວຍ​ພະ​ລັງ​ລົມ ແລະ ເສົາ​ສ​າກ​ໄຟ​ເປັນ​ຕົ້ນ​ຕ່າງ​ກໍ​ໄດ້​ເພີ່ມ​ຂຶ້ນ 35,3%, 28,7% ແລະ 36,9% ຕາມ​ລຳ​ດັບ. ຍອດ​ປະ​ລິ​ມານ​ຕິດ​ຕັ້ງ​ເຄື່ອງຈັກ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ພະ​ລັງ​ງານ​ໝູນ​ວຽນ​ໃນ​ປີ 2023 ໄດ້​ບັນ​ລຸ​ເຖິງ 1,45 ຕື້​ກິ​ໂລ​ວັດ ເຊິ່ງ​ໄດ້ຫຼາຍກວ່າ 50% ຂອງ​ຍອດ​ປະ​ລິ​ມານ​ຜະ​ລິດ​ໄຟ​ຟ້າ​ໃນ​ທົ່ວ​ປະ​ເທດ, ຂະ​ໜາດ​ການ​ຜະ​ລິດ​ອຸ​ປະ​ກອນ​ພະ​ລັງ​ງານ​ສະ​ອາດ​ຕ່າງໆ ເຊັ່ນ: ໄຟ​ຟ້າ​ພະ​ລັງ​ລົມ ແລະ ໄຟ​ຟ້າ​ພະ​ລັງ​ແສງ​ຕາ​ເວັນ​ເປັນ​ຕົ້ນ​ລ້ວນ​ແຕ່​ເປັນ​ທີ​ໜຶ່ງ​ຂອງ​ໂລກ; ຍອດ​ປະ​ລິ​ມານ​ຈຳ​ໜ່າຍ​ລົດ​ໃຊ້​ພະ​ລັງ​ງານ​ໃໝ່​ມີຫຼາຍກວ່າ 9 ລ້ານ​ຄັນ ເຊິ່ງກວມ 60% ຂອງ​ການ​ຈຳ​ໜ່າຍ​ລົດ​ໃຊ້​ພະ​ລັງ​ງານ​ໃໝ່​ໃນ​ທົ່ວ​ໂລກ ແລະ ເປັນ​ທີ​ໜຶ່ງ​ຂອງ​ໂລກ​ເປັນ 9 ປີ​ລຽນ​ຕິດ.

ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຂອງ​ຈີນ​ໄດ້​ຈາກ​ “ການແລ່ນ​ນຳ​ໝູ່” ປ່ຽນ​ມາ​ເປັນ “ການ​ແລ່ນ​ທັນ​ໝູ່” ຈົນ​ເຖິງ​ຂັ້ນ “ການ​ແລ່ນ​ນຳ​ໜ້າ​ໝູ່” ໃນ​ຂົງ​ເຂດ​ສຳ​ຄັນ​ທີ່​ເປັນ​ຂໍ​ກະ​ແຈ​​ບາງສ່ວນ​, ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່ ທີ່​ນຳ​ພາ​ໂດຍ​ການ​ປະ​ດິດ​ສ້າງ​ໃໝ່ ເຊິ່ງ​ໄດ້​ເພີ່ມ​ພະ​ລັງ​ຂັບ​ເຄື່ອນ​ທີ່​ແຂງ​ແຮງກວ່າ​ເກົ່າ​ໃຫ້​ແກ່​ການ​ຊຸກ​ຍູ້​ຄວາມ​ທັນ​ສະ​ໄໝ​ແບບ​ຈີນ​ຢ່າງ​ໜັກ​ແໜ້ນ. ​ການຍົກ​ລະ​ດັບ ແລະ ຫັນ​ປ່ຽນ​ຮູບ​ແບບ​ອຸດ​ສາ​ຫະ​ກຳ​ແບບ​ນີ້, ຈະ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ຈີນ​ພັດ​ທະ​ນາ​ໄດ້ເປັນ​ຢ່າງ​ດີ ແລະ ​ຢ່າງ​ໜັກ​ແໜ້ນຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ.