ສຶກສາຄວາມເປັນໄປໄດ້ ພັດທະນາໂຄງການທ່າເຮືອສາກົນ, ເຂດໂລຊິດສະຕີກແຂວງຫຼວງນໍ້າທາ

ໃນວັນທີ 14 ກຸມພາ 2024 ທີ່ຜ່ານມາ, ບໍລິສັດ ເອັນຊີຊີ ຈໍາກັດຜູ້ດຽວ ແລະກະຊວງແຜນການ ແລະການລົງທຶນ ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງຊາດລາວ ຮ່ວມກັນເຊັນບົດບັນທຶກຄວາມເຂົ້າໃຈ ( MOU) ເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ໃນການພັດທະນາໂຄງການທ່າເຮືອສາກົນ, ເຂດໂລຊິດສະຕີກ, ເຂດການຄ້າ-ການບໍລິການ, ເຂດກະສິກຳ ແລະການທ່ອງທ່ຽວຢູ່ເມືອງລອງ ແຂວງຫຼວງນໍ້າທາ ຕ່າງຫນ້າບໍລິສັດ ເອັນຊີຊີ ຈຳກັດຜູ້ດຽວ ທ່ານ ບົວວຽງ ຈໍາປາພັນ ຜູ້ອໍານວຍການໃຫຍ່.

ຕາງໜ້າ ສປປ ລາວ, ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງ ລມຕ ກະຊວງແຜນການ ແລະການລົງທຶນໂດຍການຮ່ວມເຊັນເປັນພະຍານໂດຍທ່ານ ລິດຕາ ຂັດທິຍະ, ຮອງລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ ແລະພະແນກແຜນການ ແລະການລົງທຶນແຂວງຫຼວງນໍ້າທາ ແລະເປັນກຽດເຂົ້າຮ່ວມໂດຍທ່ານ ສົມສະຫວາດ ເລັ່ງສະຫວັດ, ອະດີດການນໍາຂັ້ນສູງ, ທ່ານ ອ່ອນຈັນ ຄໍາພາວົງ, ຮອງເຈົ້າແຂວງໆຫຼວງນໍ້າທາ, ທ່ານ ໄຊນະຄອນ ອິນທະວົງ, ຮອງລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ, ທ່ານ ເຂິງຄໍາ ແກ້ວໜູຈັນ, ຮອງລັດຖະມົນຕີຫ້ອງວ່າການສໍານັກງານນາຍຍົກລັດຖະມົນຕີ.

ເຊິ່ງໂຄງການດັ່ງກ່າວໄດ້ຮັບການສະຫນັບສະໜູນຈາກລັດຖະບານ ສປປ ລາວ ກໍ່ຄືກະຊວງປ້ອງກັນປະເທດ, ກະຊວງແຜນການ ແລະການລົງທຶນ, ກະຊວງໂຍທາທິການ ແລະຂົນສົ່ງ, ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ, ກະຊວງກະສິກໍາ ແລະປ່າໄມ້ ແລະກະຊວງຖະແຫຼງຂ່າວວັດທະນາທໍາ ແລະທ່ອງທ່ຽວໃນການດໍາເນີນໂຄງການພັດທະນາທ່າເຮືອສາກົນ, ໂດຍເນັ້ນໃສ່ເຂດໂລຊິດສະຕິກ, ເຂດການຄ້າ-ການບໍລິການ, ເຂດກະສິກໍາ ແລະ ການທ່ອງທ່ຽວ ໃຫ້ໄດ້ມາດຕະຖານສາກົນ ຢູ່ບ້ານຊຽງກົກ ແລະອີກ 11 ບ້ານໃກ້ຄຽງ, ເມືອງລອງ ແຂວງຫຼວງນໍ້າທາ, ເຊິ່ງກວມເນື້ອທີ່ທັງຫມົດປະມານ 44,260,311 ຕາແມັດ.

ໃນການດຳເນີນໂຄງການພັດທະນາທ່າເຮືອສາກົນນີ້ແມ່ນມີຈຸດປະສົງເພື່ອພັດທະນາຊັບພະຍາກອນທໍາມະຊາດຕາມນະໂຍບາຍຂອງລັດຖະບານ ແລະແຜນຍຸດທະສາດ ຂອງກະຊວງໂຍທາທິການ ແລະຂົນສົ່ງ ໃນການພັດທະນາແມ່ນໍ້າຂອງໃຫ້ເປັນເສັ້ນທາງຂົນສົ່ງທາງນໍ້າ ທີ່ໄດ້ມາດຕະຖານສາກົນຕາມສັນຍາການເດີນເຮືອເພື່ອການຄ້າຕາມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຂອງສີ່ປະເທດແມ່ນໍ້າຂອງຕອນເໜືອໃຫ້ສາມາດຮອງຮັບການຂົນສົ່ງສິນຄ້າ, ໂດຍສານ ແລະການທ່ອງທ່ຽວທາງນໍ້າໃຫ້ສາມາດເຊື່ອມໂຍງ-ເຊື່ອມຈອດ ກັບການຂົນສົ່ງຫຼາຍຮູບແບບທັງພາຍໃນ ແລະອະນຸພາກພື້ນ ແລະຍັງເປັນສ່ວນສໍາຄັນໃນການພັດທະນາການຂົນສົ່ງທາງນໍ້າ ຂອງ ສປປ ລາວ, ປະກອບສ່ວນໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.

ການພັດທະນາທ່າເຮືອສາກົນຊຽງກົກ, ເມືອງລອງ ແຂວງຫຼວງນໍ້າທາ ຈະເປັນຜົນດີ ແລະທ່າແຮງສໍາຄັນໃນການຂົນສົ່ງສິນຄ້າ, ໂດຍສານ ແລະທ່ອງທ່ຽວທາງນໍ້າ ເພື່ອໃຫ້ສາມາດເຊື່ອມໂຍງ-ເຊື່ອມຈອດ ກັບການຂົນສົ່ງຫຼາຍຮູບແບບທັງພາຍໃນ ແລະອະນຸພາກພື້ນ, ເປັນຈູດເຕົ້າໂຮມ, ຄ່ຽນຖ່າຍ, ຫຸ້ມຫໍ່ ແລະເກັບມ້ຽນສິນຄ້າ ເຊື່ອມຈອດການຂົນສົ່ງທາງບົກເປັນຕົ້ນເສັ້ນທາງແຫ່ງຊາດ 17A, 17B, ຂົວມິດຕະພາບ ລາວ-ມຽນມາ ເຊື່ອມຈອດກັບທ່າບົກນາເຕີຍ, ແຂວງຫຼວງນໍ້າທາ ແລະ ທ່າບົກ ຫ້ວຍຊາຍ ແຂວງບໍ່ແກ້ວ.

ເປັນສ່ວນສໍາຄັນໃນການພັດທະນາການຂົນສົ່ງທາງນໍ້າຂອງ ສປປ ລາວ, ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະການພັດທະນາເສດຖະກິດ-ສັງຄົມ ຂອງຊາດ

- ໜັງສືພິມເສດຖະກິດ-ສັງຄົມ