ກອງປະຊຸມ ເຈົ້າໜ້າທີ່ອາວຸໂສທ່ອງທ່ຽວອາຊຽນ ຄັ້ງທີ 59 (59th ASEAN NTOs)

ໃນວັນທີ 23 ມັງກອນ 2024, ກອງປະຊຸມເຈົ້າໜ້າທີ່ອາວຸໂສທ່ອງທ່ຽວອາຊຽນ ຄັ້ງທີ 59 ໄຂຂຶ້ນຢ່າງເປັນທາງການທີ່ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ,​ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ; ຫົວໜ້າເຈົ້າໜ້າທີ່ອາວຸໂສທ່ອງທ່ຽວ ສປປ ລາວ ແລະ ຮອງປະທານໂດຍ ທ່ານ ດາໂຕະ ໂຣສລານ ຕານ ສຣິ ອັບດູນ ຣາມານ,​ ຫົວຫນ້າ​ຫ້ອງການກະຊວງທ່ອງທ່ຽວສິລະປະ ແລະວັດທະນະທຳ ປະເທດມາເລເຊຍ​ ( Secretary General of the Ministry of Tourism, Arts and Culture)  ພ້ອມນີ້ ຍັງມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສທ່ອງທ່ຽວ ພ້ອມດ້ວຍຄະນະທີ່ມາກຈາກບັນດາປະເທດສະມາຊິກ ອາຊຽນ ແລະຄະນະຜູ້ ຈາກປະເທດ ຕີມໍເລສເຕ ໃນນາມຜູ້ສັງເກດການ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ​ ​ຄົມ,​ ປະທານກອງປະຊຸມໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ແລະ​ໃຫ້ຄຳເຫັນວ່າ:​ ຂ້າພະເຈົ້າຮູ້ສຶກເປັນກຽດ ແລະຍິນດີເປັນຢ່າງຍິ່ງທີ່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ຮັບກຽດເປັນປະທານກອງປະຊຸມ ເຈົ້າໜ້າທີ່ອາວຸໂສທ່ອງທ໋ຽວອາຊຽນ ຄັ້ງທີ 59 ໃນມື້ນີ້ ໃນໂອກາດທີ່ ສປປ ລາວ ເປັນເຈົ້າພາບຈັດກອງປະະຊຸມ ແລະ ງານມະຫາກຳທ່ອງທ່ຽວ ອາຊຽນ 2024,​ ພາຍໃຕ້ຫົວຂໍ້ “ການທ່ອງທ່ຽວທີ່ມີຄຸນນະພາບ ແລະມີຄວາມຮັບຜິດຊອບ ເພື່ອຄວາມຍືນຍົງຂອງອາຊຽນ ຫຼື Quality and Responsible Tourism – Sustaining ASEAN Future”. ພ້ອມນີ້,​ ທ່ານຍັງເນັ້ນຕື່ມວ່າອາ​ຊຽນໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ປະຕິບັດ​ບັນດາ​ໂຄງການ ​ແລະກິດຈະກຳຕ່າງໆ ຂອງ​ແຜນ​ຍຸດ​ທະ​ສາດ​ການທ່ອງທ່ຽວ​ອາ​ຊຽນ 2016-2025 ທີ່ໄດ້​ປະກອບສ່ວນສຳຄັນເຂົ້າໃນການພັດທະນາຂະແໜງການທ່ອງທ່ຽວອາຊຽນໃຫ້ກວ້າງຂວາງຂຶ້ນໂດຍສະເພາະແມ່ນໄລຍະທີ່ມີການເປີດປະເທດຄືນໃໝ່ພາຍຫຼັງການແຜ່ລະລບາດຂອງພະຍາດໂຄວິດ-19.

ກອງປະຊຸມເຈົ້າໜ້າທີ່ອາວຸໂສທ່ອງທ່ຽວອາຊຽນ ຄັ້ງທີ 59 ຈະໄດ້ປຶກສາຫາລື ແລະ ລາຍງານຄວາມຄືບໜ້າກ່ຽວກັບການຈັດຕັ້ງປະຕິບັດແຜນຍຸດທະສາດການທ່ອງທ່ຽວອາຊຽນ 2016-2025; ບັນດາຂໍ້ຕົກລົງຕ່າງໆກ່ຽວກັບການທ່ອງທ່ຽວ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 42 ​ແລະ 43; ກອງ​ປະຊຸມຍັງຈະໄດ້ຮັບຟັງການລາຍງານຜົນຂອງກອງປະຊຸມ​ຄະນະ​ກຳມະການ​ທ່ອງ​ທ່ຽວ​ອາ​ຊຽນ ​ແລະ ບັນຫາ​ອື່ນໆ​ທີ່​ກ່ຽວຂ້ອງ​ກັບ​ບັນດາ​ຄູ່​ຮ່ວມ​ມືເຈລະຈາ​ສາກົນ. ນອກນີ້, ກອງປະຊຸມກະກຽມ ແລະເອກະພາບກັນຕໍ່ກັບ​ວາລະ ​ແລະຖະ​ແຫຼ​ງການ​ຮ່ວມ​ຂອງກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 27 ແລະກອງ​ປະຊຸມ​ປິ່ມອ້ອມ ​ກັບ​ບັນດາ​ຄູ່ຮ່ວມ​ເຈລະຈາ.