5 ກ້ອງວົງຈອນປິດບໍ່ມີສາຍ2019 ໃຊ້ດີລາຄາຄຸ້ມຄ່າ

ມື້ນີ້ເຮົາຄັດເລືອກກ້ອງວົງ ຈອນປິດໄລ້ສາຍໜ້າໃຊ້ປີ 2019 ມາແນະນຳກັນ ໂດຍຈະເນັ້ນໄປທີ່ ລຸຸ້ນລາຄາບໍ່ແພງເໝາະສຳລັບຜູ້ໃຊ້ ທົ່ວໄປທີ່ຕ້ອງການເພີ່ມລະບົບຮັກ ສາຄວາມປອດໄພພາຍໃນເຮືອນ 1.VStarcam C7824WIP ລາຄາ 19,71-22,57  ໂດລາສະ ຫະລັດກ້ອງວົງຈອນປິດໄລ້ສາຍ IP Camera ເລນກ້ອງ 1 ລ້ານ ພິກເຊລທີ່ຮອງຮັບຄວາມລະອຽດ 720p ພາບຄົມຊັດໃຊ້ເສົາສັນ ຍານ Wi-Fi 3dBI  ມີທັງໄມໂຄຣ ໂຟນ ແລະລຳໂພງໃນຕົວໃຊ້ສື່ສານກັນລະຫວ່າງຕົວກ້ອງ ແລະແອັບໄດ້ຮອງຮັບທັງ iOS, Android ແລະWindows ພ້ອມຟີເຈີ  Night Vision ໃຫ້ເບິ່ງຕອນ ກາງຄືນໄດ້ໄລຍະໄກສຸດ 15  ແມັດ 2.Yi Home Camera 720p ລາຄາ 22,57-25,42 ໂດລາ ກ້ອງວົງຈອນປິດໄລ້ສາຍຈາກ Xiaomiຄວາມລະອຽດລະດັບ HD 720p ເລນມູມມອງກວ້າງ 111 ອົງສາມີໄມໂຄຣໂຟນ  ແລະ ລຳໂພງໃນຕົວໃຊ້ສື່ສານຜ່ານແອັບ ແບບສຕຣີມມິງໄດ້ມີລະບົບກວດ ຈັບຄົນຂີ້ລັກຖ່າຍຮູບໄດ້ອັດຕະ ໂນມັດພ້ອມແຈ້ງເຕືອນໄປຍັງມືຖືຮອງຮັບລະບົບ Cloud ແລະmicroSD ສູງສຸດ 32GB ມີອິນ ຟຣາເຣດສຳລັບໃຊ້ເບິ່ງພາບຕອນ ກາງຄືນ  3.Ezviz C6C Mini 360-720p  ລາຄາ 34-36,85 ໂດລາກ້ອງວົງຈອນປິດໄລ້ສາຍແບບ 720p ທີ່ກ້ອງສາມາດໝູນ ໃນແນວນອນໄດ້ 360 ອົງສາ ຮອງຮັບ 4x digital zoom ພ້ອມລະບົບຕິດຕາມອັດສະລິຍະ ເມື່ອກວດພົບການເຄື່ອນໄຫວ C6C  ຈະຈັບພາບແລະຕິດຕາມ ການເຄື່ອນໄຫວ  ໂດຍອັດຕະໂນ ມັດພ້ອມແຈ້ງເຕືອນແລະບັນທຶກວິ ດີໂອແບບຣຽລທາມມີໂໝດຄວາມ ເປັນສ່ວນຕົວສາມາດປິດເລນໄດ້ເມື່ອຕ້ອງການຄວາມເປັນສ່ວນ ຕົວມີອິນຟຣາເຣດສຳລັບໂໝດ ກາງຄືນແນມເຫັນໄດ້ໄລຍະໄກສຸດ 10 ແມັດ 4.Samcom SC-8021 FE ລາຄາ 28,28- 28,50 ໂດລາກ້ອງວົງຈອນປິດໄລ້ສາຍແບບຫຼອດໄຟຕິດຕັ້ງງ່າຍພຽງສວມເຂົ້າກັບຂົ້ວຫຼອດໄຟອັນ ເກົ່າຫຼືຈະເດີນແຍກໃໝ່ກໍມີທັງຂົ້ວໃຫ້ມາໃນກ່ອງດ້ວຍຄວບຄຸມເປີດ ປິດແສງຫຼອດໄຟພາຍໃນກ້ອງຜ່ານ ມືຖືໄດ້ມີກ້ອງ 1 ຕົວ ເໝືອນມີ 4 ຕົວສາມາດເບິ່ງໄດ້ 360 ອົງສາປັບຮູບແບບມູມມອງໄດ້ທັງແບບກົມແບບຫຼ່ຽມແບບແຍກ 4 ມູມມີໄມໂຄຣໂຟນໃນຕົວສາມາດຟັງ ແລະບັນທຶກສຽງອ້ອມຂ້າງໄດ້  5.WORLDTECH WT-CCM 002IP1080P ລາຄາ 21,24- 22,57 ໂດລາກ້ອງວົງຈອນປິດ ໄລ້ສາຍມີເສົາສັນຍານ Wi-Fi ໃນຕົວເພື່ອໃຊ້ງານແບບໄລ້ສາຍ ຕິດຕັ້ງງ່າຍພາຍໃນບໍ່ທໍ່ໃດນາທີບໍ່ ຕ້ອງເດີນສາຍຮອງຮັບ micriSD ສູງສຸດ 64:GB ເບິ່ງອອນ ລາຍໄດ້ທຸກທີ່ຜ່ານແອັບທັງຄວາມ ລະອຽດແບບ SD ແລະHD ໂຕ ກ້ອງສາມາດໝູນໄດ້ຊ້າຍ-ຂວາ, ລຸ່ມ-ເທິງມີໄມໂຄຣໂຟນ ແລະລຳ ໂພງໃນຕົວສາມາດສົນທະນາຕອບ ໂຕ້ກັນໄດ້.

ນສພ ເສດຖະດິດ ສັງຄົມ