ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງ ສປນວ ຈະພິຈາລະນາ-ຮັບຮອງເອົາບັນຫາສໍາຄັນ

  ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ I (ສປນວ) ໄດ້ໄຂຂຶ້ນໃນວັນທີ 25 ທັນວາ 2018 ທີ່ສໍານັກງານຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ເປັນປະທານ ຂອງທ່ານ ອານຸພາບ ຕຸນາລົມ ປະທານ ສປນວ, ມີທ່ານ ສິນລະ ວົງ ຄຸດໄພທູນ ເຈົ້າຄອງ ນວ ພ້ອມ ດ້ວຍຄະນະນໍາພັກ-ລັດສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 1 ນວ ສະມາຊິກ ສປນວ ບັນດາ ຄະນະນໍາ ນວ ເມືອງພະແນກການອ້ອມຂ້າງເຂົ້າຮ່ວມ.

  ທ່ານ ອານຸພາບ ຕຸນາລົມ ກ່າວວ່າ: ກອງປະຊຸມຄັ້ງນີ້ຈະໃຊ້ເວລາດໍາເນີນກອງປະຊຸມ 4 ວັນ ເພື່ອຄົ້ນຄວ້າພິຈາລະນາ ແລະຮັບຮອງເອົາບັນຫາສໍາຄັນພື້ນຖານຂອງ ນວ ຄື: ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຜນງົບປະມານປະຈໍາປີ 2018 ແລະທິດທາງແຜນການປະຈໍາປີ 2019 ຂອງນວ, ບົດລາຍງານຂອງອົງການກວດສອບແຫ່ງລັດປະຈໍາ ພາກກາງກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2018 ແລະ ທິດທາງແຜນການປີ 2019, ບົດລາຍງານຜົນຂອງການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2017 ຢູ່ ນວ ການສະເໜີແຕ່ງຕັ້ງບຸກຄະລາກອນຂອງ ອົງການປົກຄອງ ນວ ຈໍານວນ ໜຶ່ງ, ບົດລາຍງານການຈັດຕັ້ງປະ ຕິບັດແຜນການເຄື່ອນໄຫວວຽກ ງານປະຈໍາປີ 2018 ແລະທິດທາງແຜນການປະຈໍາປີ 2018 ແລະທິດທາງແຜນການປະຈໍາປີ 2019 ຂອງອົງການໄອຍະການປະຊາຊົນ ແລະສານປະຊາຊົນ ນວ, ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາ ປີ 2018 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2019 ຂອງ ສປ ນວ.

  ນອກຈາກນີ້ກອງປະຊຸມຍັງໄດ້ຮັບຟັງການລາຍງານຊີ້ແຈງບາງບັນຫາສໍາຄັນ ແລະພົ້ນເດັ່ນຂອງ ນວ ຄື: ບັນຫາຊົດເຊີຍໃຫ້ປະຊາຊົນທີ່ຖືກຜົນກະທົບຈາກບາງໂຄງການພັດທະນາບັນຫາ ການນໍາໃຊ້ສານເຄມີການສ້າງມົນລະພິດຕໍ່ສິ່ງແວດລ້ອມການຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມທ້ອງຕະຫຼາດບັນຫາການອອກໃບຕາດິນການກໍ່ສ້າງເສັ້ນທາງທີ່ບໍ່ໄດ້ຕາມມາດຕະຖານ ແລະຊັກຊ້າການຕິດຕາມກວດກາການເກັບຄ່າທໍານຽນຕ່າງໆຢູ່ຂັ້ນເມືອງຂັ້ນບ້ານບັນຫາການດໍາເນີນຄະດີຊັກຊ້າການແກ້ໄຂບັນຫາຢາເສບຕິດ ແລະບາງບັນຫາສໍາຄັນອີກຈໍານວນໜຶ່ງທີ່ພົວພັນເຖິງບັນຫາພົ້ນເດັ່ນໃນການຄຸ້ມຄອງບໍລິຫານລັດທາງດ້ານເສດຖະກິດ-ສັງຄົມ ຊຶ່ງສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 1 ແລະສະພາປະຊາຊົນ ນວ ນໍາມາສະເໜີໃນກອງປະຊຸມຄັ້ງນີ້ ແລະຈະໄດ້ມີມະຕິຮັບຮອງເອົາການຊີ້ແຈງດັ່ງກ່າວ.

  ໃນໄລຍະການດໍາເນີນກອງປະຊຸມໄດ້ຈັດຕັ້ງໜ່ວຍງານຮັບຜິດ ຊອບໂທລະສັບສາຍດ່ວນເພື່ອຮັບເອົາຄໍາຄິດຄໍາເຫັນ ແລະຄໍາສະເໜີໂດຍກົງຈາກປະຊາຊົນທີ່ຈະສົ່ງໄປຍັງກອງປະຊຸມຊຶ່ງສາມາດມີຄໍາຄິດເຫັນ ຫຼື ຄໍາສະເໜີຜ່ານທາງໂທລະສັບສາຍດ່ວນໝາຍເລກ 1156 (ຫຼື ໝາຍເລກໂທລະສັບ 021 260242) ຕໍ່ກອງ ປະຊຸມສະໄໝສາມັນເທື່ອທີ 6 ຂອງ ສປ ນວ ໃນຄັ້ງນີ້.