ກູເກີລ ກຽມເປີດໂຕສະມາດໂຟນໜ້າຈໍພັບໄດ້

ສະມາດໂຟນເລີ່ມໄດ້ຮັບ ການເປີດໂຕ ໂດຍຜູ້ຜະລິດລາຍ ໃຫຍ່ຫຼາຍຂຶ້ນເຊັ່ນ: Samsung Galaxy Fold ແລະHuawei Mate X  ແຕ່ຍັງມີລາຄາທີ່ສູງຫຼາຍ ແລະຍັງບໍ່ໄດ້ເລີ່ມຈຳໜ່າຍເປັນວົງກວ້າງໃນຂະນະນີ້.

ຫຼ້າສຸດເບິ່ງແລ້ວຄືວ່າ  Google ກໍກຳລັງພັດທະນາສະມາດໂຟນຈໍ ພັບໄດ້ເໝືອນກັນ ໂດຍຈາກພາບສິ ຂະສິດຈາກ WIPO (ອົງການ ຊັບສິນທາງປັນຍາແຫ່ງໂລກ: World Intellectual Property Organization) ທີ່ໄດ້ Patenly Mobile ນຳມາ ເປີດເຜີຍນັ້ນລະບຸວ່າເປັນໜ້າຈໍພັບ ໄດ້ທີ່ມີແກນກາງບາງມີຄວາມຍືດ ຍຸ່ນສູງ ແລະເນັ້ນໄປທີ່ການໃຊ້ອຸປະ ກອນໃນການສ້າງຢ່າງເຕັມທີ່ເພື່ອ ໃຫ້ໄດ້ຄຸນນະພາບທີ່ດີທີ່ສຸດອີກ ຢ່າງໜຶ່ງທີ່ໜ້າສົນໃຈຈາກພາບລິ ຂະສິດນີ້ຄືວັດຖຸດິບທີ່ປະກອບໄປ ດ້ວຍເສັ້ນໃຍແກ້ວແລະໂພລິເມີສຳ ລັບເລເຢີຊັ້ນເທິງສຸດຂອງໜ້າຈໍ ໂດຍສິ່ງສຳຄັນທີ່ Google ອາດ ຕ້ອງກັງວົນເມື່ອເປີດໂຕສະມາດ ໂຟນຈໍພັບໄດ້ຄືໜ້າຈໍພລາສຕິກດັ່ງ ກ່າວນີ້ອາດເກີດຮອຍບໍລິເວນພັບໄດ້ງ່າຍຖ້າຫາກພາບລິຂະສິດດັ່ງ ກ່າວຖືກນຳມາໃຊ້ແທ້ກໍສະແດງ ໃຫ້ເຫັນວ່າ Google ພະຍາຍາມ ສ້າງອຸປະກອນທີ່ເມື່ອພັບໜ້າຈໍ ແລ້ວຈະມີຂະໜາດໜ້າຈໍເທົ່າກັບ ສະມາດໂຟນໃນປະຈຸບັນ ແລະເມື່ອກາງອອກຈະມີຂະໜາດເທົ່າກັບ ແທັບເລັດ.

ແລະອີກພາບຄືການພັບໜ້າຈໍເປັນລັກສະນະຕົວ Z ແຕ່ລາຍລະອຽດນັ້ນລະບຸວ່າຜະລິດໄດ້ຍາກຫຼາຍເນື່ອງຈາກໜ້າຈໍດ້ານໜຶ່ງຈະຖືກພັບລົງ ແລະອີກດ້ານໜຶ່ງຈະຕ້ອງຍືດອອກໃນເວລາດຽວກັນ ຢ່າງໃດກໍດີດ້ວຍການແຂ່ງຂັນໃນຕະຫຼາດສະມາດໂຟນຈໍພັບໄດ້ເລີ່ມ ສູງຂຶ້ນຢ່າງວ່ອງໄວກໍອາດເປັນຜົນ ເຮັດໃຫ້ Google ພັດທະນາສະ ມາດໂຟນຈໍພັບໄດ້ທີ່ມີຄວາມທົນ ທານຫຼາຍຂຶ້ນແລະຈະດີຫຼາຍຖ້າຫາກມີລາຄາຖືກລົງອີກ.

ນສພ ເສດຖະກິດ-ສັງຄົມ