ຕຸກຕຸ່ນ ດວງສະຫວັດ ຄວ້າຕຳແໜ່ງນາງສາວທິດາເຜົ່າເມືອງທ່າແຕງ

ງານປະກວດນາງສາວທິດາເຜົ່າ ເປັນໜຶ່ງໃນກິດຈະກໍາເພື່ອສົ່ງເສີມປີທ່ອງທ່ຽວລາວ 2024 ຢູ່ເມືອງທ່າແຕງ ແຂວງເຊກອງ ຈັດຂຶ້ນໃນຄໍ່າຄືນວັນທີ 28 ທັນວາ 2023 ຊຶ່ງຜ່ານການຕັດສິນ, ຕອບຄຳຖາມຂອງແຕ່ລະໝາຍເລກທີ່ສາມາດເອົາຊະນະໃຈກຳມະການ ແລະ ໄດ້ຕຳແໜ່ງນາງສາວທິດາເຜົ່າຂອງເມືອງທ່າແຕງ ປະຈໍາປີ 2024 ແມ່ນໝາຍເລກ T8 ນາງ ຕຸກຕຸ່ນ ດວງສະຫວັດ ໄດ້ຮັບມົງກຸດ ພ້ອມສາຍສະພາຍ ແລະເງິນລາງວັນ 10 ລ້ານກີບ, ອັນດັບທີ 2 ໝາຍເລກ T3 ນາງ ນາລີຊາ ວົງໄກສອນ ໄດ້ຮັບສາຍສະພາຍ ພ້ອມເງິນລາງວັນ 7 ລ້ານກີບ ແລະ ອັນດັບທີ 3 ໝາຍເລກ T2 ນາງ ສຸດາວັນ ບຸດບຸນມີ ໄດ້ຮັບສາຍສະພາຍພ້ອມເງິນລາງວັນ 5 ລ້ານກີບ. ສ່ວນ 6 ໝາຍເລກທີ່ຕົກຮອບແມ່ນໄດ້ຮັບລາງວັນຊົມເຊີຍຄົນລະ 5 ແສນກີບ.

ເປັນກຽດເຂົ້າຮ່ວມ ແລະມອບລາງວັນຂອງທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ, ທ່ານ ຄໍາສອນ ກອນເຍີ ຮອງເຈົ້າແຂວງເຊກອງ, ທ່ານ ສົມເພັດ ເອີດລັດດາ ເຈົ້າເມືອງທ່າແຕງ, ມີການນຳຂັ້ນແຂວງ, ເມືອງ ແລະມວນຊົນເຂົ້າຮ່ວມຢ່າງຫລວງຫລາຍ.

ທ່ານ ນາງ ແກ້ວອຸດອນ ດວງມະນີວົງ ຮອງເຈົ້າເມືອງທ່າແຕງປະທານຄະນະຮັບຜິດຊອບຈັດງານປະກວດໄດ້ກ່າວວ່າ: ການຈັດງານປະກວດນາງສາວທິດາເຜົ່າຄັ້ງນີ້ ແມ່ນເປັນຄັ້ງທີ III ແລະ ເປັນໜຶ່ງໃນກິດຈະກໍາສົ່ງເສີມປີທ່ອງທ່ຽວລາວ 2024 ຂອງເມືອງທ່າແຕງ ເພື່ອເປັນການດຶງດູດນັກທ່ອງທ່ຽວ ເຂົ້າມາທ່ຽວຊົມເມືອງທ່າແຕງ ກໍຄື ແຂວງເຊກອງໃຫ້ນັບມື້ຫລາຍຂຶ້ນ ແນໃສ່ສ້າງວຽກເຮັດງານທໍາ, ສ້າງລາຍຮັບ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ. ພ້ອມນີ້, ກໍ່ຍັງເປັນການສ້າງໂອກາດໃຫ້ແມ່ຍິງບັນດາໄດ້ສະແດງບົດບາດ, ຄວາມຮູ້ຄວາມສາມາດ, ຄວາມງາມ ແລະເປັນການໂຄສະນາເຜີຍແຜ່ສິລະປະ-ວັດທະນະທຳ,ຮີດຄອງປະເພນີ,ການນຸ່ງຖືທີ່ເປັນເອກະລັກຂອງບັນດາເຜົ່າໃຫ້ສັງຄົມຮັບຮູ້ຢ່າງກວ້າງຂວາງ ແລະອະນຸລັກປົກປັກຮັກສາຂະນົບທໍານຽມ, ຮີດຄອງປະເພນີ, ວັດທະນະທຳອັນດີງາມທີ່ເປັນມູນເຊື້ອຂອງຊາດ, ຂອງເຜົ່າໃຫ້ໝັ້ນຄົງຢູ່ກັບຄົນລາວ-ສັງຄົມລາວ ແລະຊາດລາວຕະຫລອດໄປ. ຊຶ່ງນາງສາວຜູ້ທີ່ໄດ້ຮັບການຄັດເລືອກເປັນຜູ້ຊະນະເລີດຈະໄດ້ເປັນຕົວແທນຂອງເມືອງສົ່ງເຂົ້າຮ່ວມງານປະກວດນາງສາວງາມລະດັບແຂວງ ແລະລະດັບຊາດ.
--
ຂ່າວ-ພາບ: ສັນຍາ