ເມື່ອວັນທີ25 ທັນວາ 2023, ຄະນະກໍາມະການນະໂຍບາຍເງິນຕາ (Monetary Policy Committee) ໄດ້ດໍາເນີນກອງປະຊຸມຄັ້ງທີ 4 ຂອງປີ 2023 ເພື່ອກະກຽມເນື້ອໃນທິດທາງນະໂຍບາຍເງິນຕາປີ 2024 ທີ່ຈະນໍາສະເໜີຕໍ່ກອງປະຊຸມສະພາບໍລິຫານຂອງ ທະນາຄານແຫ່ງ ສປປ ລາວ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ () ,ປະທານຄະນະກໍາມະການນະໂຍບາຍເງິນຕາ, ມີຮອງປະທານຄະນະກໍາມະການ, ຄະນະກໍາມະການ ແລະແຂກທີ່ຖືກເຊີນເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ໄດ້ມີການລາຍງານສະຫຼຸບຕີລາຄາຄືນຜົນການຈັດຕັ້ງປະຕິບັດບັນດາເຄື່ອງມືນະໂຍບາຍເງິນຕາ-ອັດຕາແລກປ່ຽນ; ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເງິນຕາຕ່າງປະເທດໃນປີ 2023 ເປັນຕົ້ນສະພາບທ່າອ່ຽງເສດຖະກິດໂລກແລະສປປລາວໃນປີ2023; ສະຫຼຸບຜົນໄດ້ຮັບການຈັດຕັ້ງປະຕິບັດບັນດາເຄື່ອງມືນະໂຍບາຍເງິນຕາເພື່ອແກ້ໄຂບັນຫາການເພີ່ມຂຶ້ນຂອງອັດຕາເງິນເຟີ້,ແກ້ໄຂຄວາມຜັນຜວນຂອງອັດຕາແລກປ່ຽນ ແລະການເພີ່ມຂຶ້ນຂອງປະລິມານເງິນ(M2)ເພື່ອບັນລຸໄດ້ຕາມຄາດໝາຍດ້ານເງິນຕາໃນປີ2023ທີ່ສະພາແຫ່ງຊາດໄດ້ຮັບຮອງ.
ກອງປະຊຸມໄດ້ຕີລາຄາວ່າ: ການຈັດຕັ້ງປະຕິບັດນະໂຍບາຍດ້ານເງິນຕາໃນປີ 2023 ແມ່ນໄດ້ດໍາເນີນໄປໃນສະພາບທີ່ມີຫຼາຍປັດໄຈທ້າທາຍຈາກທັງພາຍໃນ ແລະຕ່າງປະເທດເປັນຕົ້ນການເພີ່ມຂຶ້ນຂອງອັດຕາເງິນເຟີ້ໃນລະດັບທີ່ສູງບວກໃສ່ກັບຂໍ້ຂັດແຍ່ງທາງດ້ານການເມືອງໃນຂົງເຂດຕາເວັນອອກກາງ. ນອກຈາກນີ້, ເສດຖະກິດ ສປປ ລາວ ເຖິງແມ່ນວ່າການສົ່ງອອກ ແລະ ການທ່ອງທ່ຽວຈະມີທ່າອ່ຽງດີຂຶ້ນແຕ່ກໍຈະຍັງປະເຊີນກັບຄວາມທ້າທາຍທີ່ສະສົມມາຫຼາຍປີໂດຍສະເພາະການນໍາເຂົ້າສິນຄ້າ ແລະການບໍລິການຍັງສືບຕໍ່ເພີ່ມຂຶ້ນ ແລະ ພັນທະການຊໍາລະໜີ້ສິນຕໍ່ຕ່າງປະເທດຢູ່ໃນລະດັບທີ່ສູງ. ສະນັ້ນ, ເພື່ອຮັບມືກັບສິ່ງທ້າທາຍດັ່ງກ່າວໃນປີ 2023 ທະນາຄານແຫ່ງ ສປປ ລາວ ຈຶ່ງໄດ້ນໍາໃຊ້ເຄື່ອງມືນະໂຍບາຍເງິນຕາໃນທິດທາງທີ່ຮັດກຸມຫຼາຍກວ່າປີຜ່ານມາ ເປັນຕົ້ນ ໄດ້ປັບຂຶ້ນອັດຕາດອກເບ້ຍພື້ນຖານ; ໄດ້ປັບຂຶ້ນອັດຕາສ່ວນເງິນແຮຝາກບັງຄັບ; ອອກຈໍາໜ່າຍພັນທະບັດທະນາຄານແຫ່ງ ສປປ ລາວ ສະກຸນເງິນກີບ. ພ້ອມດຽວກັນນັ້ນ, ກໍໄດ້ຂະຫຍາຍຂອບອັດຕາແລກປ່ຽນສະກຸນເງິນກີບທຽບເງິນໂດລາ ຈາກ ±4,5%ເປັນ ±7,5% ທຽບໃສ່ອັດຕາອ້າງອີງທີ່ທະນາຄານແຫ່ງ ສປປ ລາວ ໄດ້ກໍານົດໃນແຕ່ລະວັນສໍາລັບທະນາຄານທຸລະກິດ. ຈາກການດໍາເນີນເຄື່ອງມືນະໂຍບາຍດັ່ງກ່າວ, ໄດ້ບັນເທົາຄວາມຜັນຜວນຂອງອັດຕາແລກປ່ຽນເບົາບາງລົງໃນລະດັບໜຶ່ງຈາກທີ່ຜັນຜວນແຮງໃນຊ່ວງໄລຍະກາງປີ 2022; ອັດຕາເງິນເຟີ້ຫຼຸດລົງຈາກ 40,3% ໃນເດືອນມັງກອນ ມາເປັນ 25,24% ໃນເດືອນພະຈິກ 2023.
ສໍາລັບປີ 2024, ເຖິງແມ່ນວ່າເສດຖະກິດຂອງ ສປປ ລາວ ຄາດວ່າຈະຂະຫຍາຍຕົວດີຈາກ 4,4% ໃນປີ 2023 ມາເປັນ 4,5%, ແຕ່ເສດຖະກິດຍັງປະເຊີນກັບສິ່ງທ້າທາຍທີ່ບໍ່ແຕກຕ່າງຈາກປີຜ່ານມາ ແລະ ອາດທ້າທາຍກວ່າປີ 2023 ເປັນຕົ້ນແມ່ນຄວາມບໍ່ແນ່ນອນທາງດ້ານການເມືອງຢູ່ຂົງເຂດຕາເວັນອອກກາງຍັງຈະສືບຕໍ່ແກ່ຍາວຊຶ່ງຈະສົ່ງຜົນຕໍ່ລາຄາສິນຄ້າທີ່ເປັນປັດໄຈການຜະລິດໂດຍສະເພາະໝວດພະລັງງານສືບຕໍ່ເພີ່ມຂຶ້ນເປັນແຮງກົດດັນອັດຕາເງິນເຟີ້ໃນຫຼາຍປະເທດທົ່ວໂລກ ແລະພາກພື້ນຊຶ່ງຈະເຮັດໃຫ້ຫຼາຍທະນາຄານກາງຂອງແຕ່ລະປະເທດໃນທົ່ວໂລກ ຈະດໍາເນີນນະໂຍບາຍເງິນຕາໃນທິດທາງທີ່ຮັດກຸມ ໂດຍສະເພາະທ່າອ່ຽງການຮັກສາຂອງອັດຕາດອກເບ້ຍນະໂຍບາຍໃນລະດັບສູງໄວ້ເພື່ອຮັບມືກັບການເພີ່ມຂຶ້ນຂອງເງິນເຟີ້ຊຶ່ງການດໍາເນີນນະໂຍບາຍດັ່ງກ່າວຈະສ້າງຄວາມຜັນຜວນໃຫ້ແກ່ຕະຫຼາດເງິນ ແລະຕະຫຼາດທຶນໃນສາກົນ. ຄຽງຄູ່ກັນນັ້ນ, ສປປ ລາວ ຍັງເປັນປະເທດນໍາເຂົ້າ, ມີການເຊື່ອມໂຍງທາງດ້ານການຄ້າ, ການລົງທຶນ ແລະຕະຫຼາດການເງິນກັບສາກົນ,ມີການນໍາໃຊ້ເງິນຕາຕ່າງປະເທດຫຼາຍສະກຸນໃນສັງຄົມ ແລະມີພັນທະໜີ້ສິນຕໍ່ຕ່າງປະເທດຍັງຢູ່ໃນລະດັບສູງ. ຈາກປັດໄຈເຫຼົ່ານີ້ຍັງເປັນແຮງກົດດັນໃຫ້ອັດຕາແລກປ່ຽນ ແລະລະດັບອັດຕາເງິນເຟີ້.
ດັ່ງນັ້ນ, ຄະນະກໍາມະການນະໂຍບາຍເງິນຕາຈະສືບຕໍ່ດໍາເນີນນະໂຍບາຍເງິນຕາໃນທິດທາງທີ່ຮັດກຸມໂດຍການສຸມໃສ່ເຮັດໃຫ້ອັດຕາແລກປ່ຽນສະຫງົບບໍ່ສ້າງແຮງກົດດັນຕໍ່ອັດຕາເງິນເຟີ້, ຄວບຄຸມອັດຕາເງິນເຟີ້ໃຫ້ຢູ່ໃນລະດັບບໍ່ເກີນ 9% ໃນທ້າຍປີ 2024, ຄຸ້ມຄອງປະລິມານເງິນ M2 ໃຫ້ຂະຫຍາຍຕົວຢູ່ໃນລະດັບບໍ່ເກີນ 25% ທຽບໃສ່ປີຜ່ານມາຕາມທີ່ສະພາແຫ່ງຊາດຮັບຮອງ. ໃນນີ້, ຈະຄົ້ນຄວ້າປັບປຸງເຄື່ອງມືນະໂຍບາຍເງິນຕາເປັນຕົ້ນກົນໄກການກໍານົດອັດຕາດອກເບ້ຍພື້ນຖານຂອງ ທຫລ, ປັບປຸງການກໍານົດອັດຕາສ່ວນເງິນແຮຝາກບັງຄັບໃຫ້ແທດເໝາະຕາມແຕ່ລະໄລຍະ. ພ້ອມດຽວກັນນັ້ນ, ເພື່ອບັນລຸຕາມຄາດໝາຍດ້ານເງິນຕາທີ່ສະພາແຫ່ງຊາດໄດ້ຮັບຮອງໃນປີ 2024 ທະນາຄານແຫ່ງສປປລາວຈະຄຸ້ມຄອງການແລກປ່ຽນເງິນຕາໃຫ້ໄປຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດຢ່າງມີປະສິດທິຜົນ. ໃນນີ້, ຈະສືບຕໍ່ປະຕິບັດກົດໝາຍຄຸ້ມຄອງເງິນຕາຕ່າງປະເທດ ແລະ ຄົ້ນຄວ້າມາດຕະການໃນຄຸ້ມຄອງເງິນຕາຕ່າງປະເທດໃຫ້ເຂົ້າສູ່ລະບົບທະນາຄານຫຼາຍຂຶ້ນ ເພື່ອຊ່ວຍເຮັດໃຫ້ອັດຕາແລກປ່ຽນໃຫ້ມີສະຖຽນສະພາບ ແລະຫຼຸດຜ່ອນແຮງກົດດັນຕໍ່ອັດຕາເງິນເຟີ້.