ເຊີນທ່ຽວງານບຸນປີໃໝ່ລາວທີ່ຖ້ຳກອງລໍ ໃນລະຫວ່າງວັນທີ 12-17 ເມສາ ນີ້

ຖ້ຳກອງລໍແມ່ນສະຖານທີ່ ທ່ອງທ່ຽວທາງທຳມະຊາດທີ່ມີສື່ ສຽງອີກແຫ່ງໜຶ່ງໃນ ສ ປປ ລາວເຂດຊາຍແດນລະຫວ່າງເມືອງຄູນຄຳແລະເມືອງນາກາຍແຂວງຄຳ ມ່ວນ ຊຶ່ງເປັນຖ້ຳທີ່ມີແມ່ນ້ຳໄຫຼຜ່ານຈາກຝາກໜຶ່ງໄປສອດອີກຝາກໜຶ່ງ ຫຼືກຈາກເຂດບ້ານນາຕານ ເມືອງນາກາຍຫາບ້ານກອງລໍເມືອງຄູນ ຄຳ ມີຄວາມຍາວປະມານ 7,5 ກິໂລແມັດ, ພາຍໃນຖ້ຳຈະມີອຸໂມງ ກວ້າງໃຫຍ່ແລະມີຫີນຍ້ອຍເປັນທຳ ມະຊາດຢ່າງສວຍສົດງົດງາມ. ຖ້ຳ ກອງລໍໄດ້ເປີດເປັນແຫຼ່ງທ່ອງທ່ຽວ ຢ່າງເປັນທາງການໃນປີ 2002 ຕໍ່ ຈາກນັ້ນມາກໍ່ໄດ້ມີການພັດທະນາມາຢ່າງຕໍ່ເນື່ອງ ໂດຍການສະໜັບ ສະໜູນຈາກຫຼາຍພາກສ່ວນບໍ່ວ່າຈະ ເປັນອົງການຈັດຕັ້ງລັດ, ອົງການຈັດຕັ້ງສາກົນເຮັດໃຫ້ການພັດທະ ນາແຫຼ່ງທ່ອງທ່ຽວດັ່ງກ່າວໄດ້ຮັບ ການປັບປຸງດີຂຶ້ນເລື້ອຍໆ ໂດຍສະ ເພາະແມ່ນທາງດ້ານການບໍລິການ, ດ້ານການຮັກສາສິ່ງແວດລ້ອມ ລວມເຖິງບັນດາກິດຈະກຳຕ່າງໆກໍ່ ໄດ້ເນັ້ນໃສ່ການມີສ່ວນຮ່ວມຂອງ ປະຊາຊົນແລະໄດ້ຖືກຮັບຮອງເປັນ ບ້ານມາດຕະຖານການທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມອາຊຽນ ໃນປີ 2017. ຄະນະພັກ, ອຳນາດການປົກຄອງເມືອງຄູນຄຳ ໄດ້ກຳ ນົດເອົາສະຖານທີ່ຖ້ຳກອງລໍເປັນບ່ອນສະເຫຼີມສະຫຼອງບຸນປີໃໝ່ລາວ ຕາມປະເພນີຂອງເມືອງເມື່ອຮອດ ເທສະການບຸນປີໃໝ່ລາວທຸກໆປີປະ ຊາຊົນພາຍໃນເຂດເມືອງຄູນຄຳ ສ່ວນໃຫຍ່ແມ່ນໄດ້ມາເຕົ້າໂຮມກັນ ເພື່ອສະຫຼີມສະຫຼອງຢູ່ສະຖານທີ່ ແຫ່ງນີ້.

ທ່ານ ຄຳສິງ ສານຸວົງ ນາຍ ບ້ານໆກອງລໍກ່າວວ່າ: ສຳລັບການ ຫ້າງຫາກະກຽມງານບຸນປີໃໝ່ລາວ ໃນປີນີ້ນອກຈາກບັນດາກິດຈະກຳທີ່ ໃຫ້ການບໍລິການແກ່ນັກທ່ອງທ່ຽວ ທີ່ມີຢູ່ແລ້ວນັ້ນກໍ່ຍັງໄດ້ຈັດກິດຈະ ກຳເພື່ອສະເຫຼີມສະຫຼອງບຸນປີໃໝ່ ລາວທີ່ຈະໄດ້ຈັດຂຶ້ນໃນລະຫວ່ງວັນທີ 12-17 ເມສາ 2019 ທີ່ສະ ຖານທີ່ຖ້ຳກອງລໍ ເປັນຕົ້ນແມ່ນກິດ ຈະກຳບໍລິການຕູບນັ່ງຫຼິ້ນແຄມນ້ຳ, ກົງເບັງໃຊ້ໃນການຫຼິ້ນນ້ຳ, ບໍລິການບັນເທີງລຳວົງສາມັກຄີ, ຂາຍເຄື່ອງ ຫັດຖະກຳຜະລິດຕະພັນຂອງຊາວ ບ້ານ, ຂາຍເຄື່ອງຕ່າງໆໃນງານບຸນ, ບໍລິການທ່ຽວຊົມຖ້ຳ ແລະ ອື່ນໆ. ໂອກາດດັ່ງກ່າວທ່ານນາຍບ້ານໆກອງລໍຍັງຂໍເຊີນຊວນບັນດາ ທ່ານ, ແຂກແລະນັກທ່ອງທ່ຽວທັງ ພາຍໃນ ແລະຕ່າງປະເທດມາຮ່ວມ ໃນງານດັ່ງກ່າວເພື່ອເຮັດໃຫ້ງານບຸນປີໃໝ່ລາວທີ່ຖ້ຳກອງລໍໄດ້ມີບັນ ຍາກາດຟົດຟື້ນ, ເບີກບານມ່ວນຊື່ນຮັກສາໄດ້ຮີດຄອງປະເພນີອັນດີງານຂອງຊາດຕິດພັນກັບການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມແນໃສ່ເຮັດໃຫ້ຖ້ຳກອງລໍເປັນແຫຼ່ງທ່ອງທ່ຽວທີ່ມີສື່ສຽງໂດ່ງດັງຄຽງຄູ່ກັບຄົນລາວ ຕະຫຼອດໄປ.