ປີທ່ອງທ່ຽວລາວ 2024 ຫຼວງນໍ້າທາ ກະກຽມ 15 ກິດຈະກໍາ

ແຂວງຫຼວງນໍ້າທາ ຈະເປີດປີທ່ອງທ່ຽວລາວ 2024 ຢ່າງເປັນທາງການໃນວັນທີ 26 ທັນວາ 2023 ຮ່ວມກັບງານບຸນນະມັດສະການພະທາດຫຼວງນໍ້າທາ.

ທ່ານ ສີສຸພັນ ທໍາປັນຍາ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ແຂວງຫຼວງນໍ້າທາ ທັງເປັນຮອງຫົວຫນ້າຄະນະຊີ້ນໍາການຈັດປີທ່ອງທ່ຽວລາວ 2024 ກ່າວວ່າ: ການຈັດປີທ່ອງທ່ຽວ 2024 ຂອງແຂວງຫຼວງນໍ້າທາ ເປັນກິດຈະກໍາ ແລະຂະບວນການທີ່ສໍາຄັນທີ່ສຸດ, ເພື່ອສົ່ງເສີມການທ່ອງທ່ຽວ, ການປົກປັກຮັກສາທໍາມະຊາດອັນສວຍສົດງົດງາມ, ອະນຸລັກ, ສົ່ງເສີມວັດທະນະທໍາທີ່ເປັນເອກະລັກ ແລະຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າ ຢູ່ບັນດາເມືອງທີ່ຂື້ນກັບແຂວງຫຼວງນໍ້າທາ. ນອກນັ້ນ, ຍັງເປັນການສົ່ງເສີມຜະລິດຕະພັນທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ, ຍົກລະດັບຄຸນນະພາບການບໍລິການ, ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານເຂົ້າເຖິງກຸ່ມຕະຫຼາດເປົ້າໝາຍ, ເຊື່ອມໂຍງກັບບັນດາເມືອງ, ແຂວງ ແລະປະເທດໃກ້ຄຽງ; ເປັນການສົ່ງເສີມກິດຈະກໍາບຸນປະເພນີ, ເທສະການຕ່າງໆ ຢູ່ຂັ້ນແຂວງ, ເມືອງ, ບ້ານ ເເລະການມີສ່ວນຮ່ວມຂອງທຸກພາກສ່ວນ; ສົ່ງເສີມການທ່ອງທ່ຽວພາຍໃນ ແລະດຶງດູດນັກທ່ອງທ່ຽວສາກົນໂດຍສະເພາະນັກທ່ອງທ່ຽວຈາກ ສປ ຈີນ ເຂົ້າມາທ່ຽວຢູ່ແຂວງຫຼວງນໍ້າທາ ນັບມື້ນັບຫຼາຍຂື້ນ ແນໃສ່ສ້າງວຽກ ເຮັດງານທໍາໃຫ້ແກ່ສັງຄົມ ເເລະສ້າງລາຍຮັບເງິນຕາເຂົ້າສູ່ປະເທດກໍຄືແຂວງຫຼວງນໍ້າທາໃຫ້ຫຼາຍຂື້ນ.

ການຈັດປີທ່ອງທ່ຽວລາວ 2024 ຢູ່ແຂວງຫຼວງນໍ້າທາປີນີ້ຈະບໍ່ໄດ້ຈັດເປັນງານສະເພາະແຕ່ຈະເປັນການສົ່ງເສີມການພັດທະນາໂຄ່ງລ່າງພື້ນຖານຂະໜາດນ້ອຍ, ຕະຫຼາດການທ່ອງທ່ຽວ, ຍົກລະດັບຄຸນະພາບການບໍລິການ ແລະຊຸກຍູ້ການຈັດງານບຸນປະເພນີຂອງປະຊາຊົນບັນດາເຜົ່າທີ່ເຄີຍຈັດຕັ້ງຜ່ານມາ,ຊຶ່ງປີ 2024 ນີ້ປະກອບມີ 15 ກິດຈະກໍາ; ໃນນີ້ກິດຈະກໍາລະດັບຊາດມີ 1 ກິດຈະກໍາ, ລະດັບແຂວງ 5 ກິດຈະກໍາ ແລະລະດັບເມືອງ 9 ກິດຈະກໍາ ລະອຽດມີດັ່ງຕໍ່ໄປນີ້: ເມືອງຫຼວງນໍ້າທາ: ມີ 5 ກິດຈະກໍາ ໃນນັ້ນ ງານບຸນເຜົ່າໄຕດໍາ 4 ບ້ານເຂດທົ່ງດີ, ເທສະການດົນຕີຫຼວງນໍ້າທາ, ງານບຸນນະມັດສະການພະທາດປຸມປຸກ, ງານບູນຊ່ວງເຮືອປະຈໍາປີ 2024 ແລະ ບຸນນະມັດສະການພະທາດຫຼວງນໍ້າທາ; ເມືອງສິງ ມີ 3 ກິດຈະກໍາ ຄື: ບຸນນະມັດສະການພະທາດຫຼວງຈຽງຕຶງ, ບຸນປາງເມືອງ ແລະ ງານບຸນບັ້ງໄຟ ຫຼື ບຸນປອຍ; ເມືອງວຽງພູຄາ ມີ 2 ກິດຈະກໍາຄື: ບຸນກິນຈຽງເຜົ່າຢັ້ງ ແລະ ບຸນຊ່ວງເຮືອປະຈໍາປີ 2024; ເມືອງລອງ ມີ 2 ກິດຈະກໍາ ຄື: ງານບຸນປາງເມືອງ ແລະ ບຸນກິນຈຽງ ເຜົ່າອາຄາ; ເມືອງນາແລ ມີ 2 ກິດຈະກໍາ ຄື: ງານບຸນຊ່ວງເຮືອປະຈໍາປີ 2024 ແລະ ງານບຸນເກຼ ຫຼື ບຸນປົດນຶມ; ເຂດພັດທະນາບໍ່ເຕ່ນແດນງາມ ມີ 1 ກິດຈະກໍາ ຄື: ບຸນປີ ໃຫມ່ລາວ.

ທ່ານ ສີສຸພັນ ທໍາປັນຍາ ກ່າວຕື່ມວ່າ: ການທ່ອງທ່ຽວຢູ່ແຂວງອັນເດັ່ນກວ່າຫມູ່ແມ່ນການທ່ອງທ່ຽວທໍາມະຊາດ ແລະວັດທະນະທໍາ. ປີທ່ອງທ່ຽວລາວ 2024 ນີ້ ຢູ່ແຂວງຫຼວງນໍ້າທາຄາດວ່າຈະດຶງດູດນັກທ່ອງທ່ຽວເຂົ້າມາບໍ່ໃຫ້ຫລຸດ 1.181.775 ເທື່ອຄົນ, ສ້າງລາຍຮັບເຂົ້າແຂວງໃຫ້ໄດ້ ປະມານ 46.765.291 ລ້ານໂດລາ.