ແຂວງຄຳມ່ວນ ປະກາດອະໄພຍະໂທດ 77 ຄົນ ປ່ອຍຕົວ 3 ຄົນ ໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 48 ປີ

ພິທີປະກາດອະໄພຍະໂທດຫຼຸດຜ່ອນໂທດ ແລະປ່ອຍຕົວນັກໂທດທີ່ມີການປະພຶດດີ, ມີຄວາມກ້າວໜ້າເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 48 ປີ ຈັດຂຶ້ນວັນທີ 19 ທັນວາຜ່ານມາ, ທີ່ຄ້າຍຄຸມຂັງ-ດັດສ້າງກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຄໍາມ່ວນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງໆຄໍາມ່ວນ ທັງເປັນປະທານຄະນະກໍາມະການອະໄພຍະໂທດລະດັບແຂວງ, ມີຄະນະກຳມະການອະໄພຍະໂທດລະດັບແຂວງພ້ອມດ້ວຍຄະນະຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ຕະຫຼອດຮອດຍາດພີ່ນ້ອງ ແລະນັກໂທດເຂົ້າຮ່ວມ.

ໃນພິທີໄດ້ຮັບຟັງການຜ່ານບົດສະຫຼຸບຕີລາຄາໂດຍຫຍໍ້ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານອະໄພຍະໂທດຂອງຄະນະກໍາມະການອະໄພຍະໂທດລະດັບແຂວງ, ຜ່ານລັດຖະດໍາລັດຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດ ແລະ ຜ່ານລາຍຊື່ຂອງນັກໂທດທີ່ໄດ້ຮັບອະໄພຍະໂທດຫຼຸດຜ່ອນໂທດ. ສໍາລັບປີ 2023 ແຂວງຄໍາມ່ວນມີຜູ້ທີ່ໄດ້ຮັບອະໄພຍະໂທດຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດຈໍານວນທັງໝົດ 77 ຄົນ. ໃນນັ້ນໄດ້ຮັບອະໄພຍະໂທດປ່ອຍຕົວ 3 ຄົນ ແລະ ອະໄພຍະໂທດຫຼຸດຜ່ອນໂທດ 74 ຄົນ (ເປັນສັນຊາດລາວທັງໝົດ) ຊຶ່ງຈໍານວນດັ່ງກ່າວແມ່ນບຸກຄົນທີ່ມີຄວາມຕື່ນຕົວເຄົາລົບ,ປະຕິບັດລະບຽບກົດໝາຍ, ວິໄນຂອງຄ້າຍໄດ້ດີ, ເປັນຜູ້ທີມີຄວາມບຸກບືນຫ້າວຫັນໃນການປະຕິບັດໜ້າທີ່ວຽກງານຂອງຄ້າຍ, ມີແນວຄິດພຶດຕິກໍາປ່ຽນແປງ ແລະກິນແໜງແຄງໃຈຕໍ່ການກະທໍາຜິດຂອງຕົນໃນໄລຍະຜ່ານມາໂດຍໄດ້ຜ່ານຂັ້ນຕອນໃນການດຳເນີນການຄັດເລືອກນັກໂທດຜູ້ທີ່ມີເງື່ອນໄຂ, ມີການຄັດເລືອກຈັດປະເພດປະຈຳອາທິດ, 3 ເດືອນ, 6 ເດືອນ ແລະ 1 ປີ ໂດຍມີການເຂົ້າຮ່ວມຕິດຕາມຂອງເຈົ້າໜ້າທີ່ຄ້າຍຄຸມຂັງ, ຂະແໜງການກວດກາຄ້າຍຄຸມຂັງ, ອົງການໄອຍະການປະຊາຊົນຢ່າງເຂັ້ມງວດ.

ໃນໂອກາດນີ້, ທ່ານ ແກ້ວອຸດອນ ບຸດສິງຂອນ ໄດ້ມອບໃບຢັ້ງຢືນໃຫ້ແກ່ຜູ້ທີ່ໄດ້ຮັບການອະໄພຍະໂທດພ້ອມທັງມີຄໍາເຫັນໂອ້ລົມເນັ້ນໜັກໃຫ້ຜູ້ທີ່ຖືກຕັດອິດສະຫຼະພາບທຸກຄົນເອົາໃຈໃສ່ເຄົາລົບ, ປະຕິບັດລະບຽບ, ກົດໝາຍ, ວິໄນຂອງຄ້າຍຄຸມຂັງໃຫ້ໄດ້ດີ, ເປັນບຸກຄົນທີ່ມີຄວາມຕື່ນຕົວບຸກບືນຫ້າວຫັນປະຕິບັດລະບຽບກົດໝາຍ, ປັບປຸງປ່ຽນແປງ ແລະພັດທະນາຕົນເອງ, ສ່ວນຜູ້ປົກຄອງ ຫຼືຍາດພີ່ນ້ອງນັກໂທດຕ້ອງສ້າງເງື່ອນໄຂອໍານວຍຄວາມສະດວກໃນຫຼາຍດ້ານຕໍ່ກັບເຈົ້າໜ້າທີ່ໆກ່ຽວຂ້ອງໃນການພົວພັນ, ປະສານງານ, ການຕອບສະໜອງຂໍ້ມູນຕ່າງໆໃຫ້ທັນຕາມກໍານົດເວລາ. ສ່ວນຄະນະນໍາຄ້າຍຄຸມຂັງຕ້ອງໄດ້ເພີ່ມທະວີສຶກສາອົບຮົມວຽກງານການເມືອງ-ແນວຄິດ, ຄຸນທາດການເມືອງ, ຄຸນສົມບັດ-ສິນທຳປະຕິວັດ, ທັດສະນະຫຼັກໝັ້ນການເມືອງ, ຈັນຍາບັນ-ຈັນຍາທໍາ ໃຫ້ແກ່ພະນັກງານໃນຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ເລິກເຊິ່ງເປັນປົກກະຕິ ແລະຕໍ່ເນື່ອງ ພ້ອມທັງເອົາໃຈໃສ່ປ້ອງກັນເວນຍາມສະຖານທີ່ຄ້າຍຄຸມຂັງໃຫ້ເຂັ້ມງວດເພື່ອຮັບປະກັນຄວາມສະຫງົບ ແລະປອດໄພ.
ທີ່ມາ: ປະຊາຊົນ