ພິທີຖະແຫຼງຂ່າວ ປະກວດນາງສາວເຜົ່າມົ້ງລາວ ແລະບຸນນໍ່ເເປ່ເຈົ່າ ຊົນເຜົ່າມົ້ງລາວ ປະຈຳປີ 2024

ໃນວັນທີ 9 ທັນວາ 2023 ທີ່ໂຮງແຮມອ່າງຄຳ ຈັດງານຖະແຫຼງຂ່າວ ເທດສະການການແຂ່ງຂັນກິລາມວນຊົນພື້ນເມືອງການປະກວດນາງສາວເຜົ່າມົ້ງລາວ ແລະ ບຸນນໍ່ເເປ່ເຈົ່າ (ບຸນກິນຈຽງ) ຂອງຊົນເຜົ່າມົ້ງລາວ ປະຈຳປີ 2024 ໂດຍການເປັນປະທານຂອງທ່ານ ພັດທະນົງ ລາສີ ຮອງຫົວໜ້າ ສຊປລ ທ່ານ ທອງວິໄລ ລິດທິເດດ ປະທານຈັດງານ ບຸນນໍ່ເເປ່ເຈົ່າ ຊົນເຜົ່າມົ້ງລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ບຸນປະຈໍາປີຂອງເຜົ່າມົ້ງ ແມ່ນງານສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ເປັນສັນຍາລັກແຫ່ງຄວາມສາມັກຄີ, ຄວາມຜູກໝັ້ນໃນວົງສາຄະນາຍາດຂອງປະຊາຊົນເຜົ່າມົ້ງທີ່ຢູ່ຫ່າງໄກໄດ້ມາພົບປະສ້າງສັນ ແລະ ເພື່ອເຮັດພິທີກຳລະນຶກເຖິງບັນພະບູລຸດຂອງວົງສາ ຄະນະຍາດຕົນ. ເຊິ່ງເຈົ້າກົກເຈົ້າເລົ່າ ໄດ້ນໍາພາຊາວເຜົ່າມົ້ງຈັດງານບຸນນໍເປເຈົ້າ ທີ່ຍິ່ງໃຫຍ່ຂຶ້ນມາແຕ່ດົນນານ ແລະມີຄວາມໝາຍຄວາມສໍາຄັນທີ່ສ່ອງແສງເຖິງຮິດຄອງປະເພນີ, ວັດທະນະທຳອັນດີງາມຂອງຊົນເຜົ່າໃນລາວໂດຍສະເພາະແມ່ນເຜົ່າມົ້ງ,ເຊິ່ງມີເອກະລັກສະເພາະຂອງເຜົ່າເຊັ່ນ: ການໂຍນໝາກຄອນ, ເປົ່າແຄນ, ການຂັບລໍາ, ຂັບລໍາເຜົ່າມົ້ງ, ເປົ່າປີ່, ເປົ່າແຄນ, ງົວຊົນງົວ, ຕີໝາກຂ່າງ, ຍິງໜ້າ ເກັກ ແລະອື່ນໆ.

ຊົນເຜົ່າມົ້ງເປັນ ຊົນເຜົ່າ ໜຶ່ງໃນ 50 ຊົນເຜົ່າໃນວົງຄະນາຍາດແຫ່ງຊາດລາວຈັດຢູ່ໃນໝວດພາສາມົ້ງ - ອີວມຽນ ມີປະຫວັດ ຄວາມເປັນມາອັນຍາວນານຄ້າຍຄືກັບຊົນເຜົ່າອື່ນໆ ຂອງລາວ. ຊົນເຜົ່າມົ້ງມີພາສາຂຽນເປັນເອກະລັກຂອງຕົນເອງສ່ວນພາສາປາກເວົ້າມີຄວາມແຕກຕ່າງກັນເລັກໜ້ອຍ, ແຕ່ສາມາດເຂົ້າໃຈຊຶ່ງກັນ ແລະ ກັນ ມີເອກະລັກທາງດ້ານຮີດຄອງປະເພນີຄວາມເຊື່ອຖືວັດທະນະທໍາຂອງຕົນເອງໄວ້ໃຫ້ຮຸ່ນລູກ - ຮຸ່ນຫຼານ ຈົນເຖິງທຸກວັນນີ້.

ງານບຸນກິນຈຽງ ຫລື (ນໍ່ເປເຈົ້າ) ຂອງຊົນເຜົ່າມົ້ງ ເພື່ອເປັນການສະເຫຼີມສະຫຼອງຜົນງານການຜະລິດໃນຮອບ 1 ປີ ທັງເປັນການຟື້ນຟູເຜີຍແຜ່ຮີດຄອງປະເພນີ ແລະວັດທະນະທຳອັນດີງາມຂອງຕົນເປັນການສົມມາຄາລະວະຕໍ່ຜູ້ອາວຸໂສ, ຜູ້ເປັນພໍ່ເປັນແມ່ ແລະຜູ້ນໍາພາໃນຕະກຸນເປັນໂອກາດເຕົ້າໂຮມພໍ່ແມ່ຍາດຕິພີ່ນ້ອງທັງໃກ້ ແລະໄກເພື່ອຢ້ຽມຢາມພົບປະສ້າງສັນຄວາມ ສາມັກຄີ ແລະ ຮູ້ບຸນຄຸນຊຶ່ງກັນ ແລະ ກັນ, ພາຍໃນງານໄດ້ມີການແຂ່ງຂັນກິລາຍິ່ງໜ້າເກັກ, ກິລາໝາກຄ່າງ, ກິລາ ແຂ່ງລົດ ສາມລໍ້ໄມ້ ລະຫວ່າງ ບ້ານຕໍ່ບ້ານ, ໂຍນໝາກຄອນ ແລະຊົມສິລະປະຂອງຊົນເຜົ່າມົ້ງຢ່າງມ່ວນຊື່ນ.

ຊຶ່ງງານເທດສະການບຸນກິນຈຽງ ແລະການປະກວດນາງສາວມົ້ງລາວ ປະຈຳປີ 2024 ແມ່ນຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 06-10 ມັງກອນ 2024 ແມ່ນການແຂ່ງຂັນກິລາມວນຊົນພື້ນເມືອງ ການປະກວດນາງສາວເຜົ່າມົ້ງລາວ, ວັນທີ 10-14 ມັງກອນ 2024 ງານບຸນນໍ່ເເປ່ເຈົ່າ (ບຸນກິນຈຽງ) ຂອງຊົນເຜົ່າມົ້ງລາວ ປະຈໍາປີ 2024 ຊຶ່ງງານດັ່ງກ່າວຈັດຂຶ້ນທີ່ບ້ານຊໍາເກດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍພາຍໃນງານຈະມີກິດຈະກຳຫຼາກຫຼາຍຢ່າງເຊັ່ນ: ກີລາຊົນງົວ, ບານເຕະ, ໂຍນໝາກຄອນ, ເປົ່າແຄນ, ປະກວດຂັບລຳ ແລະຍິງໜ້າເກັກ, ຕີໝາກຂ່າງ, ເປົ່າຂຸ່ຍ ແລະກິດຈະກຳອື່ນໆ.

ນອກຈາກນັ້ນ, ການປະກວດຄັດເລືອກນາງສາວງາມຊົນເຜົ່າມົ້ງລາວ ປະຈຳປີ 2024ເພື່ອຊີງມົງກຸດເພັດຈາກ ຮ້ານຄຳພູວົງພ້ອມເງິນລາງວັນລວມມູນຄ່າຫຼາຍກວ່າ 150 ລ້ານກີບ.