ລິເລີ່ມຈັດຕັ້ງປະຕິບັດໂຄງການຜະລິດກະສິກໍາ ເປັນສິນຄ້າຢູ່ລາວ

   ເມືອງໄຊຍະບູລີແຂວງໄຊຍະບູລີໄດ້ຈັດກອງປະຊຸມລິເລີ່ມ ຈັດຕັ້ງປະຕິບັດໂຄງການຜະລິດກະສິກໍາເປັນສິນຄ້າຢູ່ ສປປ ລາວ ວັນທີ 21 ທັນວາ 2018 ທີ່ຫ້ອງ ປະຊຸມຂອງເມືອງໂດຍການເປັນປະທານຂອງທ່ານຄໍາສິງສໍລະສຸກເຈົ້າເມືອງໄຊຍະບູລີ, ທ່ານຄໍາພຸດອິນທະວົງຮອງຫົວໜ້າພະແນກກະສິກໍາແລະປ່າໄມ້ແຂວງໄຊຍະບູລີທັງເປັນຜູ້ປະສານງານໂຄງການຜະລິດກະສິກໍາເປັນສິນ ຄ້າຂັ້ນແຂວງ, ມີກໍາມະການພັກ ເມືອງ, ຫົວໜ້າ, ຮອງຫົວໜ້າຂະແໜງການທີ່ກ່ຽວຂ້ອງຂອງແຂວງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານ, ອໍານາດການປົກຄອງບ້ານ 19 ບ້ານເປົ້າໝາຍແລະກຸ່ມຜູ້ຊົມໃຊ້ນໍ້າພາຍໃນເມືອງໄຊຍະບູລີເຂົ້າຮ່ວມ.

  ທ່ານບຸນເພັງແສນສະຫວັດຫົວໜ້າຂະແໜງແຜນການແລະການລົງທຶນພະແນກກະສິກໍາແລະປ່າໄມ້ແຂວງໃຫ້ຮູ້ວ່າ: ໂຄງການດັ່ງກ່າວນີ້ໄດ້ເຊັນສັນຍາແລະ ອະນຸມັດໃນຄັ້ງວັນທີ 17 ພຶດສະພາ 2018, ໄລຍະເວລາການຈັດຕັ້ງປະຕິບັດໂຄງການ 6 ປີ ເລີ່ມ ແຕ່ປີ 2018–2024, ງົບປະມານຂອງໂຄງການແມ່ນ 29,3 ລ້ານໂດລາໃນນີ້ເງິນກູ້ຈາກທະນາຄານໂລກ 25 ລ້ານໂດລາ, ເງິນສົມທົບຈາກລັດຖະບານ 5 ລ້ານ ໂດລາ, ເງິນສົມທົບຈາກຜູ້ປະກອບການແລະຊາວກະສິກອນ 3,8 ລ້ານໂດລາ, ຊະນິດພຶດທີ່ເປັນຈຸດສຸມໃນການສົ່ງເສີມຂອງແຂວງໄຊຍະບູລີ ແມ່ນເຂົ້າແລະສາລີ, ອາຫານສັດ, ມີ 4 ເມືອງເປົ້າ ໝາຍ, 66 ບ້ານ, 7.752 ຄອບຄົວ ໃນນີ້ເມືອງຊຽງຮ່ອມ 14 ບ້ານ, 1.477 ຄອບຄົວ, ກຸ່ມຜະລິດແນວພັນເຂົ້າ 3 ກຸ່ມ, ກຸ່ມຜະລິດກະສິກໍາສະອາດ 32 ກຸ່ມ, ເນື້ອທີ່ນາລະດູຝົນ 1.100 ເຮັກຕາລະດູແລ້ງ 800 ເຮັກຕານອນໃນ 6 ເຂດຊົນລະປະທານ, ເມືອງໄຊຍະບູລີ ມີ 19 ບ້ານ,1.299 ຄອບຄົວ, ກຸ່ມຜະລິດແນວພັນເຂົ້າ 2 ກຸ່ມ, ກຸ່ມຜະລິດກະສິກໍາສະອາດ 25 ກຸ່ມ, ເນື້ອທີ່ນາລະດູຝົນ 1 ພັນ ເຮັກຕາ, ລະດູແລ້ງ 700 ເຮັກຕາ, ນອນໃນ 4 ເຂດຊົນລະປະທານ, ເມືອງພຽງມີ 23 ບ້ານ, 2,5 ພັນ ຄອບຄົວ, ກຸ່ມຜະລິດແນວພັນເຂົ້າ 5 ກຸ່ມ, ກຸ່ມຜະລິດກະສິກໍາສະ ອາດ 43 ກຸ່ມ, ເນື້ອທີ່ນາລະດູຝົນ 2.760 ເຮັກຕາ, ລະດູແລ້ງ 1 ພັນເຮັກຕາ, ນອນໃນ 6 ເຂດຊົນລະປະທານ, ເມືອງປາກລາຍເປັນເມືອງເປົ້າໝາຍສົ່ງເສີມປູກສາລີ ກໍານົດເອົາ 2 ເຂດຄື: ເຂດບວມ ລາວ-ຜາແກ້ວແລະເຂດບົວບານ, ມີ 10 ບ້ານ, 2.476 ຄອບຄົວ, ເນື້ອທີ່ຈະສົ່ງເສີມ 5 ພັນເຮັກຕາ, ປັບປຸງປະສິດທິພາບແລະຄວມຍືນຍົງໃນການເຮັດກະສິກໍາ, ສົ່ງເສີມການນໍາໃຊ້ແນວພັນທີ່ດີແລະມີຄຸນນະພາບ, ສົ່ງເສີມການຜະລິດກະສິກໍາສະອາດ (GAP), ປັບປຸງຟື້ນຟູໂຄງລ່າງຊົນລະປະທານແລະສົ່ງເສີມຂອດຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າໂດຍມີຜູ້ປະກອບການເຂົ້າຮ່ວມ.

   ຈາກນັ້ນໃນກອງປະຊຸມຜູ້ເຂົ້າຮ່ວມກໍໄດ້ພ້ອມກັນປະກອບຄໍາຄິດ-ຄໍາເຫັນຢ່າງກົງໄປກົງມາເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຕົວຈິງຂອງໂຄງການດັ່ງກ່າວບັນລຸຕາມຈຸດປະສົງລະດັບຄາດໝາຍ, ມີຄວາມສະດວກ, ຖືກຕ້ອງແລະມີປະສິດທິພາບດີຂຶ້ນເປັນກ້າວໆ.