BOE ຈະເປັນຜູ້ຜະລິດໜ້າຈໍໄອໂຟນລຸ້ນໃໝ່ໃຫ້ແອັບເປີ້ນ

  ລາຍງານຫຼ້າສຸດລະບຸວ່າ BOE ຜູ້ຜະລິດໜ້າຈໍຈາກສປຈີນກຳລັງເພີ່ມການຜະລິດຂອງໂຮງ ງານຂອງຕົນທີ່ມົນທົນເສສວນ ສປ ຈີນ ເພື່ອຮອງຮັບການຜະລິດໜ້າຈໍ OLED  ທີ່ໄດ້ຮັບການຕິດຕັ້ງເຊນ ເຊີສຳຜັດໃນຕົວໄດ້ແຫຼ່ງຂ່າວລະບຸ ວ່າຈະເລີ່ມການຜະລິດຢ່າງຈິງຈັງ ໃນໄວໆນີ້.

ຂໍ້ດີຂອງການຕິດຕັ້ງເຊນເຊີສຳ ຜັດບົນແຜງໜ້າຈໍນັ້ນຄືເຮັດໃຫ້ໜ້າຈໍບາງ ແລະເບົາລົງ ໂດຍໃນປະຈຸບັນມີພຽງ Samsung ເທົ່ານັ້ນທີ່ ຜະລິດແຜງໜ້າຈໍໃນລັກສະນະນີ້.

ດ້ວຍຄວາມທີ່ BOE  ເປັນຜູ້ ນຳໃນທຸລະກິດຜະລິດແຜງໜ້າຈໍ LCD  ໂດຍເປັນໜຶ່ງໃນຊັບພລາຍ ເອີໜ້າຈໍຫຼັກໃຫ້ກັບ Huawei ພ້ອມທັງຍັງໄດ້ຜະລິດໜ້າຈໍໃຫ້ກັບ  Macbook ແລະiPad ດ້ວຍນັ້ນຈຶ່ງມີ ຄວາມເປັນໄປໄດ້ທີ່ BOE  ຈະຜະລິດໜ້າຈໍ iPhone ລຸ້ນໃໝ່ໃຫ້ກັບ ທາງ Apple ດ້ວຍ.

ຖ້າຫາກເປັນຈິງກໍຈະຊ່ວຍໃຫ້ ສາຍການຜະລິດແຜງໜ້າຈໍ  OLED  ຂອງ Apple ມີຄວາມຫຼາກຫຼາຍ ຂຶ້ນຕາມທີ່ Apple ຕ້ອງການຕ່າງ ຈາກແຕ່ກ່ອນທີ່ຕ້ອງເພີ່ງພາ  Sam sung  ເປັນຫຼັກ.