ກາງສະໄໝ ກະຊວງການເງິນ ປະຕິບັດລາຍຮັບໄດ້ 80.704 ຕື້ກີບ

ການຈັດຕັ້ງປະຕິບັດແຜນງົບປະມານຂອງລັດຖະບານກໍຄືກະຊວງການເງິນເຖິງຈະປະເຊີນກັບຄວາມຫຍຸ້ງຍາກຫຼາຍດ້ານແຕ່ກໍສາມາດຄວບຄຸມບໍ່ໃຫ້ຕົກເຂົ້າສູ່ສະພາບວິກິດການທີ່ຮ້າຍແຮງຊຶ່ງໃນໄລຍະກາງສະໄໝຜ່ານມານີ້ສາມາດປະຕິບັດລາຍຮັບໄດ້ທັງໝົດ 80.704 ຕື້ກີບ ເທົ່າກັບ 44,96% ຂອງແຜນການ 5 ປີ.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນໄດ້ລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ກາງສະໄໝ 5 ປີ(2021-2025) ແລະ ແຜນການທ້າຍສະໄໝ ຮອດປີ 2025, ການຈັດຕັ້ງປະຕິບັດແຜນການປະຈໍາປີ 2023 ແລະ ແຜນການປະຈຳປີ 2024 ຂອງລັດຖະບານ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ໃນໄລຍະກາງສະໄໝຂະແໜງການເງິນໄດ້ປະເຊີນກັບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ອັດຕາເງິນເຟີ້ສູງ, ອັດຕາແລກປ່ຽນຜັນຜວນ, ຄ່າຄອງຊີບທີ່ນັບມື້ນັບສູງຂຶ້ນບວກກັບໄພພິບັດທຳມະຊາດ, ປະກົດການຫຍໍ້ທໍ້ທາງສັງຄົມ ແລະການແຜ່ລະບາດພະຍາດຕາມລະດູການ ແຕ່ພາຍໃຕ້ການນຳພາຢ່າງໃກ້ຊິດຂອງພັກ-ລັດຖະບານ ແລະ ການຕິດຕາມ, ກວດກາ ຂອງສະພາແຫ່ງຊາດ ໄດ້ເຮັດໃຫ້ບັນຫາທີ່ກ່າວມານັ້ນຖືກຄວບຄຸມ ບໍ່ໃຫ້ຕົກເຂົ້າສູ່ສະພາບວິກິດການຮ້າຍແຮງ ໂດຍສະເພາະບໍ່ໃຫ້ເກີດສະພາບການຖົດຖອຍຮ້າຍແຮງ ຕໍ່ເສດຖະກິດ-ການເງິນ ແລະເງິນຕາດ້ວຍການຮັກສາລະດັບໜີ້ສິນສາທາລະນະບໍ່ເກີນ 64,5% ຂອງ GDP, ໜີ້ຕ່າງປະເທດບໍ່ເກີນ 55,4% ຂອງ GDP ແລະການຊໍາລະໜີ້ສິນຕ່າງປະເທດສາມາດປະຕິບັດໄດ້ຕາມແຜນ, ສ່ວນໜີ້ສິນພາຍໃນ ຢູ່ໃນກອບທີ່ຮັກສາໄດ້ສະຖຽນລະພາບເສດຖະກິດມະຫາພາກ.

ສຳລັບການຈັດຕັ້ງປະຕິບັດແຜນງົບປະມານ ກາງສະໄໝ 5 ປີ (2021-2025) ແມ່ນປະຕິບັດລາຍຮັບໄດ້ທັງໝົດ 80.704 ຕື້ກີບ ເທົ່າກັບ 44,96% ຂອງແຜນການ 5 ປີ (ແຜນ 5 ປີ 179.500 ຕື້ກີບ), ທຽບໃສ່ໄລຍະກາງສະໄໝ 5 ປີ ຄັ້ງທີ VIII (2016-2020) ເພີ່ມຂຶ້ນ 40% ຫຼື ເປັນເງິນ 23.554 ຕື້ກີບ ໃນນັ້ນລາຍຮັບພາຍໃນປະຕິບັດໄດ້ 52.023 ຕື້ກີບ ເທົ່າກັບ 31,2% ຂອງແຜນການ 5 ປີ (ແຜນ 5 ປີ 166.753 ຕື້ກີບ); ສ່ວນລາຍຈ່າຍທັງໝົດ ປະຕິບັດໄດ້ 75.746 ຕື້ກັບ ເທົ່າກັບ 39,9% ຂອງແຜນການ 5 ປີ (ແຜນ 5 ປີ 190.000 ຕື້ກີບ), ທຽບໃສ່ໄລຍະກາງສະໄໝ 5 ປີ ຄັ້ງທີ VIII (2016-2020), ຫຼຸດລົງ 0,6% ຫຼື ມູນຄ່າ 467 ຕື້ກີບ ແລະດຸນດ່ຽງງົບປະມານເຫັນວ່າເກີນດູນ 4.958 ຕື້ກີບ (ແຜນ 5 ປີ ຂາດດູນ 10.500 ຕື້ກີບ).

ສິ່ງທີ່ພົ້ນເດັ່ນໄດ້ສຳເລັດການຄົ້ນຄວ້ານະໂຍບາຍການເງິນ ແລະນິຕິກໍາເພື່ອຍົກສູງປະສິດທິພາບການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ, ສຳເລັດການສ້າງດຳລັດວ່າດ້ວຍການສ້າງແຜນງົບປະມານແຫ່ງລັດ; ສຳເລັດ 6 ວຽກຈຸດສຸມເປັນສ່ວນໃຫຍ່ຫັນກົນໄກການຄຸ້ມຄອງງົບປະມານແຫ່ງລັດເປັນທັນສະໄໝ ແລະກ້າວໄປສູ້ລະບົບດີຈີຕອນ ຄື 1. ການພັດທະນາ, ປັບປຸງລະບົບຄຸ້ມຄອງລາຍຈ່າຍ, ລະບົບຄຸ້ມຄອງໜີ້ສິນ ແລະວິໄຈການເງິນ (FMIS.GFIS.and DMFAS); 2. ປັບປຸງ ແລະ ຜັນຂະຫຍາຍລະບົບຄຸ້ມຄອງຂໍ້ມູນຂ່າວສານລາຍຮັບ (TaxRIS.ASYCUDA.Easy Pass.AMIS); 3. ຍົກລະດັບການເຊື່ອມຕໍ່ຂໍ້ມູນຂ່າວສານ (Easy TaxF Smart Cash.LaPASS.LNSW); 4. ພັດທະນາລະບົບວິເຄາະ-ວິໄຈຂໍ້ມູນ ແລະກວດສອບ (Data Warehouse.Business Intelligence and Data Analytics.MOFAPI.e-Audit); 5. ປັບປຸງ ແລະຜັນຂະຫຍາຍລະບົບບໍລິການຫ້ອງການ ແລະເຜີຍແຜ່ຂໍ້ມູນ (i-Office); 6. ຍົກລະດັບລະບົບພື້ນຖານໂຄງລ່າງເຄືອຂ່າຍ ແລະຄວາມປອດໄພຂໍ້ມູນຂະແໜງການເງິນພາກລັດ. ພ້ອມນັ້ນກໍສໍາເລັດການປະເມີນ ແລະຄົ້ນຄວ້າປັບປຸງກັດໝາຍວ່າດ້ວຍການບັນຊີ ແລະກົດໝາຍວ່າດ້ວຍການກວດສອບອິດສະລະ ແລະຄາດວ່າຈະນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ທ້າຍປີ 2023 ນີ້.