ຊີ້ແຈ້ງຕົ້ນເຫດໄຟຟ້າມອດ 2 ເມືອງ

  ຈາກເຫດການໄຟຟ້າມອດໃນຄໍ່າຄືນວັນທີ 8 ເມສາ 2019 ຢູ່ ເມືອງຈັນທະບູລີ ແລະເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນຄື: ໂດຍເປັນກະແສໃນສື່ສັງຄົມອອນລາຍເກີດມີໄຟຟ້າແຕກ ແລະຊ໊ອດເປັນໄລຍະເຮັດໃຫ້ປະຊາຊົນມີຄວາມຕົກໃຈຢ້ານກວາໃນການເກີດອັກຄີໄພຊຶ່ງໃນ ວັນທີ 9 ເມສາ ຝ່າຍປະຕິ ບັດການໄຟຟ້ານະຄອນຫຼວງວຽງຈັນໄດ້ຊີ້ແຈງເຖິງສາເຫດດັ່ງກ່າວແມ່ນເກີດມາຈາກໄຟຟ້າລັດວົງຈອນເຮັດໃຫ້ສາຍສົ່ງສະຖານີໂພນຕ້ອງ-ດົງນາໂຊກຂາດຈາກເສົາແລ້ວຕົກລົງໜ້າດິນລວມທັງກະທົບໝໍ້ແປງໃຫຍ່ອີກ 2 ໜ່ວຍຊ໊ອດ.

  ທ່ານ ເຄນ ເທບວົງສາ ຫົວໜ້າຝ່າຍປະຕິບັດການໄຟຟ້ານະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ສາເຫດຂອງໄຟຟ້າມອດເປັນເວລາ 1 ຊົ່ວໂມງ ໃນຕອນຄໍ່າວັນທີ 8 ເມສາ 2019 ແມ່ນເກີດມາຈາກສາຍສົ່ງສະຖານີລະຫວ່າງສະຖານນີ ໂພນຕ້ອງເມືອງຈັນທະບູລີ ຫາສະຖານນີດົງນາໂຊກເມືອງສີໂຄດຕະບອງເກີດໄຟຟ້າລັດວົງຈອດເຮັດໃຫ້ຈຸດເຊື່ອມຕໍ່ຂອງສາຍໄຟຂາດແລ້ວຕົກລົງດິນບວກກັບກະແສໄຟບໍ່ຕັດອັດຕະໂນມັດຈຶ່ງເຮັດໃຫ້ໝໍ້ແປງໃຫຍ່ 2 ໜ່ວຍເກີດຊ໊ອດຈາກທັງໝົດ 4 ໜ່ວຍ ແລະເກີດມີໄຟແຕກເປັນໄລຍະຢູ່ໜ້າດິນສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນທີ່ອາໄສຢູ່ບາງເຂດສາຍສົ່ງດັ່ງກ່າວບໍ່ມີໄຟຟ້າໃຊ້ຊົ່ວຄາວ. ໂດຍບັນຫາດັ່ງກ່າວທີມງານທີ່ປະຈໍາການໃນແຕ່ລະຈຸດໄດ້ຮີບຮ້ອນຂຸ້ນຂ້ຽວສ້ອມແປງຈົນສາມາດເປີດນໍາໃຊ້ໄດ້ໃນຊົ່ວໂມງຕໍ່ມາ,  ສິ່ງດັ່ງກ່າວໄດ້ສ້າງຜົນກະທົບໂດຍກົງຕໍ່ປະຊາຊົນເນື່ອງຈາກອາກາດຮ້ອນອົບເອົ້າ, ສ່ວນຄວາມເສຍຫາຍແມ່ນກະທົບແຕ່ອຸປະກອນໄຟຟ້າເທົ່ານັ້ນແຕ່ບໍ່ໄດ້ກະທົບເຄື່ອງຊົມໃຊ້ຂອງພໍ່ແມ່ປະຊາ ຊົນ.

 ທ່ານ ວົງສາ ນັນທະວົງ ຮອງຫົວໜ້າຝ່າຍປະຕິບັດການໄຟຟ້ານະຄອນຫຼວງ ໃຫ້ຮູ້ຕື່ມອີກວ່າ: ໃນກໍລະນີສາຍສົ່ງຂາດເຮັດໃຫ້ສາຍແຈກໝາຍເລກ 51 ເຂດ ສະຖານີໂພນຕ້ອງ, ໜອງທາ, ດົງປ່າແຫຼບ, ສະຫວ່າງ, ດອນແດງ, ທົ່ງຂັນຄໍາ, ສີດໍາດວນ, ສີສະຫວາດ ແລະ ບ້ານອື່ນໆ ທີ່ສາຍແຈກດັ່ງກ່າວຢັ້ງຜ່ານຖືກ ໄຟມອດເປັນເວລາຊົ່ວໂມງເຄິ່ງ, ພ້ອມນັ້ນ, ສາຍແຈກໝາຍເລກ 56 ເຂດບ້ານໜອງປີງ, ໂພນຄໍາ, ໜອງດ້ວງ ແລະ ອື່ນໆກໍໄດ້ຮັບຜົນກະທົບຈາກໄຟຟ້າມອດເຊັ່ນກັນເນື່ອງຈາກສາຍສົ່ງຂາດແລ້ວເຮັດໃຫ້ສາຍແຈກຂາດກະແສໄຟຟ້າແລ່ນຜ່ານຊຶ່ງປະຈຸບັນທາງພະນັກງານໄຟຟ້າໄດ້ເກັບກໍາຂໍ້ມູນກ່ຽວກັບຜົນເສຍ ຫາຍເບື້ອງຕົ້ນແລ້ວສ່ວນແຜນການໃນຕໍໜ້າແມ່ນຈະສືບຕໍ່ກວດກາຄືນໃໝ່ລວມທັງການຕັ້ງຄ່າລະບົບປ້ອງກັນທາງດ້ານເຕັກນິກໂດຍສະເພາະແມ່ນເຂດຊຸມຊົນໃນ 4 ຕົວເມືອງ (ຈັນທະບູລີ, ໄຊເສດຖາ, ສີໂຄດຕະບອງ ແລະສີສັດຕະນາກ),

  ແນວໃດກໍຕາມຝ່າຍປະຕິບັດການໄຟຟ້າໄດ້ມີການເຕືອນໃຫ້ປະຊາຊົນມີສະຕິໃນການຊົມໃຊ້ໄຟໃນລະຫວ່າງ 18:00 ຫາ 21:00 ໂມງ ເນື່ອງຈາກໄລຍະນີ້ ອາກາດຮ້ອນອົບເອົ້າອາດມີຄວາມສ່ຽງໃນການເກີດອັກຄີໄພຊຶ່ງພົບວ່າອັດຕາການຊົມໃຊ້ໄຟຟ້າໃນໄລຍະເດືອນມັງກອນ ຫາ ເດືອນກຸມພາ 2019 ເພີ່ມຂຶ້ນ ເປັນ 12% ຫາກທຽບໃສ່ໄລຍະດຽວກັນຂອງປີ 2018 ຜ່ານມາ, ທັງນີ້ກໍຍ້ອນການເພີ່ມຂຶ້ນຂອງປະຊາກອນ ແລະ ອາກາດຮ້ອນຂຶ້ນ.

ຂ່າວ: ກິ່ງລັດຕະນະ