ຫຼຸດຂັ້ນຕອນເອກະສານປຸກສ້າງ 83 ມື້ ຍັງ 30 ມື້

  ລັດຖະບານໄດ້ປັບປຸງລະບຽບການກ່ຽວກັບການຂໍອະນຸຍາດປຸກສ້າງ ແລະປັບປຸງເອກະສານປະກອບຂໍອະນຸຍາດໃຫ້ງ່າຍຂຶ້ນ, ຫຼຸດຜ່ອນທາງດ້ານເວລາຈາກ 83 ມື້ມາເປັນ 30 ມື້, ທັງນີ້ກໍເພື່ອເພີ່ມການເຂົ້າເຖິງຂໍ້ມູນຂ່າວສານ ແລະ ແນະນໍາການຈັດຕັ້ງປະຕິບັດໃຫ້ເປັນເອກະພາບກັນສໍາລັບການກວດກາຫຼັງສໍາເລັດການປຸກສ້າງ.

 ວັນທີ 9 ເມສາ 2019 ກະຊວງໂຍທາທິການ ແລະຂົນສົ່ງ (ຍທຂ) ຮ່ວມກັບສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວ (LNCCI) ໄດ້ຈັດປະຊຸມເຜີຍ ແຜ່ກ່ຽວກັບການປັບປຸງລະບຽບດັ່ງກ່າວຂຶ້ນໂດຍການເປັນປະທານຂອງທ່ານ ຄໍາທະວີ ໄທພະຈັນ ຫົວໜ້າກົມເຄຫາ ແລະຜັງເມືອງ,ກະຊວງ ຍທຂ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດ, ມີຫົວໜ້າໜ່ວຍງານຄຸ້ມຄອງຜັງເມືອງພະແນກ ຍທຂ ນະຄອນຫຼວງແລະພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 ທ່ານ ຄໍາທະວີ ໄທພະຈັນ ກ່າວວ່າ: ຈັດກອງປະຊຸມຄັ້ງນີ້ເພື່ອການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດໃນ ສປປ ລາວ ແລະ ເປັນການຊຸກຍູ້ໃຫ້ພາກເອກະຊົນມີສ່ວນຮ່ວມກັບພາກລັດໃນການຮຽນຮູ້ ແລະທໍາຄວາມເຂົ້າໃຈກ່ຽວກັບຕົວຊີ້ວັດການຂໍອະນຸຍາດປຸກສ້າງເພື່ອຊ່ວຍປັບປຸງສະພາບແວດລ້ອມທຸລະກິດໃຫ້ມີຄວາມສະດວກ ແລະເປັນການປະກອບສ່ວນເຂົ້າໃນຂະບວນການຂໍອະນຸຍາດປຸກສ້າງຊຶ່ງພາກທຸລະກິດກໍ່ຈະໄດ້ທໍາຄວາມເຂົ້າໃຈຕໍ່ກັບລະບຽບການ ແລະຂະບວນການຂໍອະນຸມັດ.

  ໃນປະຈຸບັນ, ການຂະຫຍາຍຕົວຂອງຂະແໜງການກໍ່ສ້າງໄດ້ສະແດງໃຫ້ເຫັນເຖິງການພັດທະນາທາງດ້ານເສດຖະກິດທີ່ດີຂຶ້ນ. ແຕ່ຢ່າງໃດກໍ່ຕາມລັດຖະບານ ລາວຍັງຈໍາເປັນຈະຕ້ອງໄດ້ມີການປັບປຸງທາງດ້ານການໃຫ້ບໍລິການໂດຍການຫຼຸດຜ່ອນຈໍານວນຂອງຂັ້ນຕອນ, ເວລາ ແລະ ຄ່າໃຊ້ຈ່າຍໃນການຂໍອະນຸຍາດປຸກສ້າງລົງໄປພ້ອມໆກັບການເພີ່ມທະວີຄຸນນະພາບຂອງການປຸກສ້າງໃຫ້ດີຍິ່ງຂຶ້ນ.

  ພ້ອມດຽວກັນນັ້ນເພື່ອປັບປຸງ ແລະ ເຮັດໃຫ້ຂະບວນການອະນຸມັດປຸກສ້າງມີຄວາມສະດວກຂຶ້ນ. “ເພື່ອປັບປຸງນະໂຍບາຍດ້ານການປຸກສ້າງ, ພວກເຮົາຈໍາເປັນຈະຕ້ອງໄດ້ອອກໃບອະນຸຍາດປະກອບອາຊີບໃຫ້ແກ່ນັກວິຊະວະກອນ ແລະ ນັກສະຖາປະນິກທີ່ເປັນຜູ້ອອກແບບ, ກວດກາ ແລະ ຄຸ້ມຄອງທາງດ້ານມາດ ຕະຖານຂອງການປຸກສ້າງໃຫ້ມີຄຸນນະພາບ” ໂດຍໃນປະຈຸບັນມີພຽງ 30 ມື້ ຈາກ 83 ມື້ໃນມື້ກ່ອນໃນການປະກອບເອກະສານຂໍອະນຸຍາດປຸກສ້າງ.

ຂ່າວ: ວົງມະນີ