ສຳເລັດ 75% ເຂື່ອນນ້ຳຕະລານ

  ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕະລານ, ບ້ານສີນອຸດົມ ເມືອງ ແລະແຂວງ ຫຼວງນໍ້າທາ ພາຍຫຼັງທີ່ໄດ້ເລີ່ມລົງມືກໍ່ສ້າງມາແຕ່ທ້າຍປີ 2016 ໂດຍແມ່ນທຶນ ຂອງເອກະຊົນຮອດປະຈຸບັນສຳເລັດ 75% ໂດຍມີມູນຄ່າການກໍສ້າງທັງໝົດເກືອບ 90 ຕື້ກີບ.

  ທ່ານ ຄຳຜາຍ ໄຊພະຈັນ ລາຍງານສະພາບຄວາມຄືບໜ້າຂອງໂຄງການຕໍ່ທ່ານ ເພັດຖາວອນ ພິພາວັນ ເນື້ອໃນໂອກາດຢ້ຽມຢາມໂຄງການເມື່ອບໍ່ດົນມານີ້ວ່າ: ໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 28 ພະຈິກ 2016 ໂດຍແມ່ນທຶນຂອງບໍລິສັດໄຊພະຈັນກໍ່ສ້າງລົງທຶນ 100% ໃນມູນຄ່າການກໍ່ສ້າງ 10,53 ໂດລາ ປະມານ 89,5 ຕື້ກີບ, ມີກຳລັງຕິດຕັ້ງ 5 ເມກາວັດ ສາມາດຜະລິດໄຟຟ້າໄດ້  18,91 ຈີກາວັດໂມງຕໍ່ປີໂຄງການດັ່ງກ່າວໄດ້ເຊັນສັນຍາຊື້-ຂາຍໄຟຟ້າກັບ ລັດວິສາຫະກິດໄຟຟ້າລາວຕະຫຼອດໄລຍະ 30 ປີ. ມາເຖິງປະຈຸບັນໂຄງການມີຄວາມຄືບໜ້າການກໍ່ສ້າງ 75%.

 ເຂື່ອນໄຟຟ້ານ້ຳຕະລານໂດຍການສ້າງລະບົບຕາຂ່າຍໄຟຟ້າ 22 ກິໂລວັດ, ຍາວ 23 ກິໂລແມັດ ຊຶ່ງເປັນວົງຈອນໜຶ່ງເພື່ອເຊື່ອມເຂົ້າສະຖານີໄຟຟ້າແຮງສູງ 115 ກິໂລວັດ ທີ່ບ້ານໃໝ່່ມີລວງກວ້າງຂອງພື້ນເຂື່ອນໜາ 30 ແມັດ, ສູງ 4 ແມັດ, ລວງຍາວ 35 ແມັດ, ລວງສູງຂອງເຂື່ອນທັງໝົດ 14 ແມັດ ລວງ ຍາວຂອງຄອງເໝືອງ 6 ກິໂລແມັດ, ນ້ຳຕົກຈາກອ່າງນ້ຳນອນຫາເຮືອນຈັກ 94 ແມັດ ປະເພດຂອງກົນຈັກແມ່ນໄດ້ນຳເຂົ້າຈາກ ສປ ຈີນ ແລະ ມີວິຊາການຈາກ ສປ ຈີນ ໃນການຕິດຕັ້ງໂດຍມີກະຊວງພະລັງງານ ແລະບໍ່ແຮ່ໄດ້ລົງຕິດຕາມແນະນຳປັບປຸງໃຫ້ຖືກຕາມຫຼັກວິຊາການການເຕັກນິກ.

ຂ່າວ: ອຸ້ມ ສົມນໍວັນ