28 ປີ ການຮ່ວມ​ມື ລາວ-ສ. ເກົາຫຼີ ມີບັນຍາກາດທີ່ດີ

ໃນໂອກາດທີ່ຄະນະສະມາຄົມມິດຕະພາບ ລາວ - ສ. ເກົາຫຼີ ເຄື່ອນໄຫວເຮັດວຽກຢູ່ ສ. ເກົາຫຼີ ເມື່ອທ້າຍເດືອນເມສາຜ່ານມາ; ຜູ້ຂຽນກໍ່ໄດ້ຮັບການອະນຸຍາດສໍາພາດທ່ານ ສົງການ ຫຼວງມຸນິນທອນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ. ເກົາຫຼີ ເນື່ອງ​ໃນ​ໂອ​ກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ຄົບຮອບ 28 ປີ (25 ຕຸລາ 1995-25 ຕຸລາ 2023) ບົນຈິດໃຈມິດຕະພາບທີ່ດີງາມພາຍໃຕ້ນະໂຍບາຍຂອງລັດຖະບານ ສປປ ລາວ ດັ່ງມີ ເນື້ອໃນ ຄື:

  • ການ​ພົວ​ພັນ ແລະ​ຮ່ວມ​ມື ລະ​ຫວ່າງ 2 ປະ​ເທດ ສປປ ລາວ ແລະ ສ. ເກົາຫຼີ ໃນຕະຫຼອດ 28 ປີ​ຜ່ານ​ມາ

          ໃນການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ຕະຫຼອດໄລຍະເກືອບສາມທົດສະວັດທີ່ຜ່ານມາ ແມ່ນໃກ້ຊິດ, ຮອບດ້ານ ແລະມີໝາກຜົນ. ການພົວພັນລະຫວ່າງສອງປະເທດ ໄດ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະກວມເອົາຫຼາຍຂົງເຂດ ເຊັ່ນ: ການເມືອງ, ເສດຖະກິດ-ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະສັງຄົມ - ວັດທະນະທໍາ. ສອງປະເທດພວກເຮົາສາມາດຮັກສາການພົວພັນມິດຕະພາບອັນດີງາມ ແລະສະໜັບສະໜູນເຊິ່ງກັນ ແລະກັນ ໃນຂອບສອງຝ່າຍ ແລະຫຼາຍຝ່າຍ. ໄດ້ມີການແລກປ່ຽນການຢ້ຽມຢາມຢ່າງເປັນປົກະຕິຂອງການນຳຂັ້ນສູງ ລວມທັງການຢ້ຽມຢາມລັດຖະກິດຂອງທ່ານປະທານາທິບໍດີ ສ. ເກົາຫຼີ ໃນປີ 2019 ແລະ ການເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ - ສ. ເກົາຫຼີ ຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນປີ 2019.

  • ບັນຫາພົ້ນເດັ່ນຂົງເຂດການລົງທຶນ, ທ່ອງທ່ຽວ ແລະການສົ່ງແຮງງານລາວ

ດ້ານການລົງທຶນ: ສ. ເກົາຫຼີ ມີການລົງທຶນໃນ ສປປ ລາວ ຢ່າງຕັ້ງໜ້າເຊິ່ງຈັດຢູ່ໃນອັນດັບ 5 ຂອງການລົງທຶນຂອງຕ່າງປະເທດຢູ່ ສປປ ລາວ, ມາຮອດເດືອນສິງຫາ 2022 ແມ່ນມີມູນຄ່າ ປະມານ 758 ລ້ານໂດລາສະຫະລັດ, ຈໍານວນ 312 ໂຄງການ (ອັບເດດຂໍ້ມູນຈາກກະຊວງແຜນການ ແລະການລົງທຶນວັນທີ 15 ສິງຫາ 2022) ເຊິ່ງໄດ້ລົງທຶນໃນຂະແໜງພະລັງງານໄຟຟ້າ (ບໍລິສັດໄຟຟ້າເຊປຽນ-ເຊນໍ້ານ້ອຍ, ບໍລິສັດໄຟຟ້ານໍ້າລີກ 1 ຈໍາກັດ), ການກໍ່ສ້າງ, ການບໍລິການ (Kolao Group Company, ບໍລິສັດ ບູຍອງ ຈຳກັດ, ບໍລິສັດຕະຫຼາດຫຼັກຊັບລາວ ຈຳກັດ (ຖືຫຸ້ນ 49%), K & L Golf Co., Ltd), ກະສິກໍາ, ອຸດສາຫະກໍາ ແລະຫັດຖະກໍາ, ໂຮງແຮມ ແລະຮ້ານອາຫານ, ທະນາຄານ (Kolao Bank Ltd, BOOYONG LAO BANK, ທະນາຄານ ອິນໂດຈີນ ຈຳກັດ), ບໍ່ແຮ່, ການຄ້າ, ການສຶກສາ, ທີ່ປຶກສາ, ອຸດສາຫະກຳໄມ້, ຕັດຫຍິບ ແລະອື່ນໆ.

          ສະເພາະການລົງທຶນຂອງ ສ. ເກົາຫຼີ ຢູ່ລາວແລ້ວຍັງມີທ່າແຮງອີກຫຼາຍເພາະພາກທຸລະກິດຂອງ ສ. ເກົາຫຼີ ແມ່ນຍັງຕ້ອງການຂະຫຍາຍທ່າແຮງການຜະລິດແລະຂາຍສິນຄ້າຂອງຕົນ ແລະ ສປປ ລາວ ກໍມີທີ່ຕັ້ງອັນອຳນວຍ ເພື່ອເປັນຖານການຜະລິດໃຫ້ແກ່ການຜະລິດເພື່ອສົ່ງອອກໄປຍັງບັນດາປະເທດອ້ອມຂ້າງ ແລະບ່ອນອື່ນໆ.

           ດ້ານການທ່ອງທ່ຽວ: ປະເທດລາວເປັນປະເທດທີ່ມີຫຼາຍຊົນເຜົ່າທີ່ມີປະຫວັດສາດອັນຍາວນານທາງດ້ານວັດທະນະທໍາ, ຮີດຄອງປະເພນີ, ອຸດົມສົມບູນ ໄປດ້ວຍທຳມະຊາດ, ສະນັ້ນລັດຖະບານແຫ່ງ ສປປ ລາວ ໄດ້ສຸມໃສ່ວຽກງານການທ່ອງທ່ຽວໂດຍສະເພາະການທ່ອງທ່ຽວທາງດ້ານວັດທະນະທໍາ ແລະ ທໍາມະຊາດ ໂດຍແນໃສ່ການມີສ່ວນຮ່ວມຂອງຊຸມຊົນເພື່ອເພີ່ມລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນເຊິ່ງກ່ອນການແຜ່ລະບາດຂອງພະຍາດໂຄວິດ-19, ສປປ ລາວ​ ຮັບ​ນັກ​ທ່ອງ​ທ່ຽວ​ເກືອບ 5 ລ້ານ​ເທື່ອ​ຄົນ ຕໍ່​ປີ ​ຈາກ​ອາຊີ, ​ເອີ​ຣົບ ​ແລະອາ​ເມ​ລິ​ກາ ທີ່​ສ້າງ​ລາຍ​ຮັບ​ໄດ້​ຫຼາຍກວ່າ 1 ຕື້ໂດລາສະຫະລັດ, ໃນນັ້ນມີ​ນັກ​ທ່ອງ​ທ່ຽວ​ຈາກ ສ. ​ເກົາຫຼີ​ ມາ​ຢ້ຽມ​ຢາມ​ລາວ​ເກືອບ 2 ແສນກວ່າ​ຄົນ. ພ້ອມນີ້, ລັດຖະບານລາວໄດ້​ຍົກ​ເວັ້ນວີ​ຊາເວລາ 30 ວັນ​ໃຫ້​ແກ່​ ສ. ເກົາຫຼີ ​ເພື່ອ​ອຳນວຍຄວາມສະດວກ​ໃຫ້​ແກ່​ນັກທ່ອງທ່ຽວເກົາຫຼີ ທີ່​ມາ​ຢ້ຽມ​ຢາມ ສ​ປ​ປ ລາວ.

          ການສົ່ງແຮງງານລາວ: ໃນໄລຍະຜ່ານມາ, ກະຊວງແຮງງານ ແລະສະຫວັດດີການສັງຄົມ ສປປ ລາວ ໄດ້ມີການຮ່ວມມື ກັບ ກະຊວງການຈ້າງງານ ແລະ ແຮງງານ ສ. ເກົາຫຼີ ແລະພາກສ່ວນກ່ຽວຂ້ອງຂອງ ສ. ເກົາຫຼີ ເພື່ອຈັດສົ່ງແຮງງານລາວໄປເຮັດວຽກທີ່ ສ. ເກົາຫຼີ ໂດຍໄດ້ດຳເນີນການຈັດສົ່ງໃນ 2 ລະບົບ ຄື: ການຈັດສົ່ງໃນລະບົບການອະນຸຍາດຈ້າງງານ (EPS) ແລະການຈັດສົ່ງແຮງ ງານໃນລະບົບແຮງງານລະດູການ (SWP).

            ນັບຕັ້ງແຕ່ປີ 2018 ຮອດປັດຈຸບັນ, ສປປ ລາວ ສໍາເລັດການຈັດສົ່ງແຮງງານໄປເຮັດວຽກຢູ່ ສ. ເກົາຫຼີ ໂດຍຜ່ານລະບົບອະນຸຍາດຈ້າງງານ (EPS) ເຊິ່ງມາຮອດປັດຈຸບັນ ມີແຮງງານລາວຖືກສົ່ງມາເຮັດວຽກຢູ່ ສ. ເກົາຫຼີ 1.468 ຄົນ ເປັນຍິງ 153 ຄົນ ແລະ ສ່ວນຫຼາຍເຮັດວຽກໃນຂະແໜງອຸດສາຫະກຳຂະຫນາດນ້ອຍ - ກາງ ເຊັ່ນ : ໂຮງຈັກ, ໂຮງງານຂະໜາດນ້ອຍ ແລະວຽກໃນຂະແໜງ ກະສິກຳ ເຊັ່ນ : ຟາມລ້ຽງສັດ ແລະສວນຜັກ.

           ສໍາລັບການຈັດສົ່ງແຮງງານໄປເຮັດວຽກທີ່ ສ. ເກົາຫຼີ ຕາມລະດູການ (SWP) ຈະຖືກຈັດສົ່ງໄປເຮັດວຽກ ຕາມເມືອງຕ່າງໆ ຂອງ ສ. ເກົາຫຼີ ໄລຍະສັ້ນ 03-05 ເດືອນ ເຊິ່ງມາຮອດປະຈຸບັນ ສປປ ລາວ ໄດ້ມີບົດບັນທຶກຄວາມເຂົ້າໃຈໃນການຈັດສົ່ງແຮງງານ ລາວມາເຮັດວຽກ ທີ່ ສ.ເກົາຫຼີ ຮ່ວມກັບ 42 ເມືອງ ເຊິ່ງມີແຮງງານລາວ 1.382 ຄົນ ເປັນຍິງ 595 ຄົນ.

             ສະເພາະດ້ານແຮງງານຂອງປະເທດເຮົາທີ່ມາເຮັດວຽກຢູ່ ສ. ເກົາຫຼີ, ໃນຕໍ່ໜ້າຕົວເລກຈະມີທ່າອ່ຽງເພີ່ມຂຶ້ນເພາະ ສ. ເກົາຫຼີ ຍັງຂາດແຮງງານຫຼາຍ, ແຕ່ການມາເຮັດວຽກຢູ່ນີ້ ນອກຈາກຈະສາມາດເພີ່ມລາຍຮັບຂອງແຮງງານລາວແລ້ວ ອັນສຳຄັນອີກ ອັນໜຶ່ງ ແມ່ນແຮງງານລາວ ສາມາດຮຽນຮູ້ເອົາແບບວິທີການເຮັດວຽກ ແລະ ເຕັກໂນໂລຊີ ໃນການນຳປະສົບການບົດຮຽນດັ່ງກ່າວ ໄປໝູນໃຊ້ຢູ່ປະເທດເຮົາ ພາຍຫຼັງເຂົາເຈົ້າກັບຈາກການເຮັດວຽກ.

  • ທິດ​ທາງ ​ແຫ່ງ​ການພົວ​ພັນ ແລະ ຮ່ວມ​ມືໃນ​ຕໍ່​ໜ້າ

          ການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ບໍ່ໄດ້ຈໍາກັດຢູ່ພຽງແຕ່ການຮ່ວມມືກັນໃນລະດັບສອງຝ່າຍເທົ່ານັ້ນ, ແຕ່ຍັງມີການຮ່ວມມືຫຼາຍຝ່າຍ ໃນລະດັບພາກພື້ນ ຢ່າງສະເໝີຕົ້ນສະເໝີປາຍ ແລະໄດ້ຮັບຜົນສຳເລັດເລື້ອຍມາເປັນຕົ້ນໃນຂອບການຮ່ວມມືແມ່ນໍ້າຂອງ-ສ. ເກົາຫຼີ ເຊິ່ງໄດ້ຍົກລະດັບມາເປັນສຸດຍອດ ແລະ ສປປ ລາວ ກໍໄດ້ໃຫ້ ການສະໜັບສະໜູນຂໍ້ສະເໜີຕ່າງໆຂອງ ສ. ເກົາຫຼີ ແລະ ໃນອາຊຽນ: ສປປ ລາວ ແລະ ສ. ເກົາຫຼີ ກໍໄດ້ເຮັດວຽກຮ່ວມກັນໃນການເປັນຄູ່ຮ່ວມເຈລະຈາ ອາຊຽນ - ສ. ເກົາຫຼີ; ໃນໂອກາດທີ່ ສປປ ລາວ ຈະເປັນເຈົ້າພາບອາຊຽນໃນປີ 2024 ນີ້ ກໍຄາດຄະເນວ່າຈະຍົກລະດັບການຮ່ວມມືອາຊຽນ - ສ. ເກົາຫຼີ ຂຶ້ນຕື່ມອີກ.

ໃນການພົວພັນທາງດ້ານການຄ້າ: ປະຈຸບັນການແລກປ່ຽນຜະລິດຕະພັນລະຫວ່າງສອງປະເທດຍັງມີຈໍານວນໜ້ອຍຢູ່. ເຖິງ​ແນວ​ໃດ​ກໍ​ດີ, ​ໃນຕໍ່​ໜ້າສອງປະເທດຈະສືບຕໍ່​ຊຸກຍູ້​ການ​ຄ້າ​ສອງ​ຝ່າຍ​ ໃຫ້​ຍົກ​ສູງ​ກຳລັງ​ການ​ສົ່ງ​ອອກ​ຈາກ​ລາວ ​ດ້ານ​ຜະລິດ​ຕະພັນ​ກະ​ເສດ​ເຊັ່ນ: ກາ​ເຟ, ເຂົ້າ, ໝາກ​ໄມ້​ເຂດ​ຮ້ອນ, ຜັກ, ຖ່ານ​ໄມ້, ​ໄມ້, ທອງ​ແດງ ​ແລະອື່ນໆ.

ສຳລັບດ້ານການລົງທຶນ, ປະເທດລາວອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ ເຊັ່ນ: ປ່າໄມ້, ແມ່ນ້ຳຂອງ, ຄຳ, ເງິນ, ທອງແດງ, ຂີ້ກົ່ວ, ມັງການັສ ແລະ ອື່ນໆ. ພ້ອມນີ້, ລາວຍັງເປັນພາຄີຂອງ FTA ອະນຸພາກພື້ນ ແລະ ພາກພື້ນ ສ່ວນໃຫຍ່, ລວມທັງ AFTA, ASEAN plus FTA, ແລະ RCEP, ແລະ ພວກເຮົາ ໄດ້ຮັບສະຖານະ MFN ຈາກຫຼາຍປະເທດທີ່ພັດທະນາແລ້ວ ເຊັ່ນ: ສະຫະລັດ ແລະ ສະຫະພາບເອີຣົບ. ພວກເຮົາມີບໍລິການປະຕູດຽວສໍາລັບນັກລົງທຶນ ແລະ ລະບົບພາສີທີ່ເອື້ອອໍານວຍນີ້ແມ່ນທ່າແຮງທີ່ເປັນຖານການຜະລິດຂອງບໍລິສັດ ສ. ເກົາຫຼີ ເພື່ອຜະລິດສິນຄ້າ ແລະສົ່ງອອກໄປສູ່ຕະຫຼາດໃຫຍ່ກວ່າໃນອາຊຽນ ແລະ ອື່ນໆ.

         ລັດຖະບານລາວ ຍັງໃຫ້ການສະໜັບສະໜູນດ້ານພະລັງງານສີຂຽວ ແລະທົດແທນ, ພວກເຮົາຍິນດີຕ້ອນຮັບບັນດາບໍລິສັດ ສ. ເກົາຫຼີ ເຂົ້າມາລົງທຶນໃນລາວ ໃນຂົງເຂດພະລັງງານ, ບໍ່ແຮ່, ພື້ນຖານໂຄງລ່າງ, ກະສິກຳ, ICT, ສິ່ງແວດລ້ອມ, ການສຶກສາ ແລະ ສາທາລະນະສຸກ. ເຊັ່ນດຽວກັນ, ພວກເຮົາ ກໍ່ຢາກໃຫ້ນັກທຸລະກິດລາວໄປລົງທຶນຢູ່ ສ. ເກົາຫຼີໃນພື້ນທີ່ຂອງເຈົ້າຂອງຮ້ານອາຫານລາວນ້ອຍໆ, ນວດ, ໂຊນາ ແລະທຸລະກິດຂະໜາດນ້ອຍອື່ນໆ. ລັດຖະບານລາວກໍສະໜັບສະໜູນການຊຸກຍູ້ສົ່ງເສີມ ຈາກພາກທຸລະກິດ (1. ທຸລະກິດເຕັກໂນໂລຊີສູງ ແລະ ທັນສະໄໝ, 2. ກະສິກໍາສະອາດ, 3. ອຸດສາ ຫະກຳປຸງແຕ່ງກະສິກຳ ແລະ ປ່າໄມ້, 4. ອຸດສາຫະກໍາການທ່ອງທ່ຽວ, 5. ການສຶກສາ, 6. ສາທາລະນະສຸກ,  7. ພື້ນຖານໂຄງລ່າງ; 8. ທະນາຄານ, ການເງິນຈຸລະພາກ ແລະ 9. ສູນການຄ້າ, ການຄ້າທັນສະໄໝ).

ໂດຍ: ຣັດສະໝີ ດວງສັດຈະ