ຄໍາມ່ວນ ກຽມ 13 ກິດຈະກໍາ ເປີດປີທ່ອງທ່ຽວລາວ 2024

ທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກຖະແຫລງຂ່າວ ວັດທະນະທຳ ແລະທ່ອງທ່ຽວ (ຖວທ) ແຂວງຄໍາມ່ວນ ກ່າວວ່າ:

ເພື່ອກຽມຄວາມພ້ອມຈັດປີທ່ອງທ່ຽວລາວ ປີ 2024 ຕ້ອນຮັບນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດທີ່ຈະເຂົ້າມາທ່ອງທ່ຽວພາຍໃນແຂວງ, ພະແນກ ຖວທ ແຂວງຄໍາມ່ວນໄດ້ກຽມ 13 ກິດຈະກໍາ ສົ່ງເສີມການທ່ອງທ່ຽວຕິດພັນກັບບຸນປະເພນີທ້ອງຖິ່ນໃນ 6 ຕົວເມືອງ.

ສໍາລັບ 13 ກິດຈະກໍາ ລວມມີ ກິດຈະກໍາທ່ອງທ່ຽວທ່າຝຣັ່ງ, ພະທາດຕຸ່ມພະວັງ, ຖໍ້າກອງລໍ, ວົງຈອນການທ່ອງທ່ຽວເດີ້ລົບ (The Loop), ທ່ອງທ່ຽວສໍາພັດອາກາດໜາວງານບຸນບັ້ງໄຟ,ບຸນຊ່ວງເຮືອນາກາຍ,ເຊບັ້ງໄຟ ແລະອື່ນໆ, ນອກນີ້ງານບຸນປະເພນີທີ່ໂດດເດັ່ນໃນຫຼາຍທ້ອງຖິ່ນເພື່ອດຶງດູດນັກທ່ອງທ່ຽວ ແລະສົ່ງເສີມເສດຖະກິດໃນທ້ອງຖິ່ນນໍາອີກ.

ປະຈຸບັນ, ແຂວງຄໍາມ່ວນ ມີແຫຼ່ງທ່ອງທ່ຽວທັງຫມົດ 209 ແຫຼ່ງ, ມີແຫຼ່ງທໍາມະຊາດ 145 ແຫ່ງ, ວັດທະນະທໍາ 33 ແຫ່ງ ແລະະກຽມປີທ່ອງທ່ຽວລາວ ປະຫວັດສາດ 31 ແຫ່ງ, ເຊິ່ງໃນຈໍານວນດັ່ງກ່າວແມ່ນໃຊ້ບໍລິການ 87 ແຫ່ງ, ສະຖານທີ່ທ່ອງທ່ຽວທີ່ຜູ້ຄົນສໍາປະທານ ມີ 8 ແຫ່ງ ແລະມີວົງຈອນການທ່ອງທ່ຽວ( The Loop) ທີ່ສາມາດເຊື່ອມຕໍ່ກັບແຂວງບໍລິຄໍາໄຊ, ມີດ່ານສາກົນ 2 ແຫ່ງຮ່ວມກັບໄທ, ຫວຽດນາມ ເຊິ່ງສ່ວນຫຼາຍໃຊ້ໃນການເດີນທາງຜ່ານເຂົ້າມາຂອງນັກທ່ອງທ່ຽວຊາຍແດນ.

ທີ່ມາ: ປະຊາຊົນ