ເພື່ອດຶງດູດນັກທ່ອງທ່ຽວລາວຈະອອກບັດວິຊາແບບອອນລາຍ

  ເພື່ອເປັນການອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ແລະ ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວລາວນັບມື້ນັບຫຼາຍຂຶ້ນດັ່ງນັ້ນລັດຖະບານຈະອະນຸມັດການອອກວິຊາແບບອອນລາຍສິ່ງດັ່ງກ່າວຈະກາຍເປັນເງື່ອນໄຂໜຶ່ງໃນການສ້າງຄວາມສະດວກໃຫ້ແກ່ນັກທ່ອງທ່ຽວທີ່ສົນໃຈຢາກເຂົ້າມາທ່ຽວ ສປປ ລາວ ໃຫ້ເພີ່ມຂຶ້ນເລື້ອຍໆ.

  ຫ້ອງການກະຊວງການຕ່າງປະເທດອີງຕາມການແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະບັບ ເລກທີ 375/ຫສນຍ. ກລຂ ລົງວັນທີ15 ມີນາ 2019 ໂດຍໄດ້ອະນຸຍາດໃຫ້ກະຊວງການຕ່າງປະເທດດໍາເນີນໂຄງການອອກວິຊາແບບອອນລາຍ (evisa) ຊຶ່ງມີແຜນຈະເລີ່ມຈັດຕັ້ງປະຕິບັດ ແລະເປີດໃຫ້ບໍລິການອອກວິຊາແກ່ນັກທ່ອງທ່ຽວຢ່າງເປັນທາງການພາຍໃນເດືອນ ມິຖຸນາ 2019 ນີ້.

  ການບໍລິການ eVisa ແກ່ນັກທ່ອງທ່ຽວຢ່າງເປັນການຈັດຕັ້ງຜັນຂະຫຍາຍນະໂຍບາຍຂອງລັດຖະບານຕາມທິດຫັນເປັນທັນສະໄໝຊຶ່ງເປັນທາງເລືອກໜຶ່ງ ທີ່ມີຄວາມສະດວກ ແລະວ່ອງໄວສໍາລັບນັກທ່ອງທ່ຽວທີ່ມີຄວາມປະສົງຂໍວິຊາເຂົ້າ ສປປ ລາວ ການບໍລະການດັ່ງກ່າວຈະເປັນປັດໄຈໜຶ່ງທີ່ສໍາຄັນສໍາລັບການ ຊຸກຍູ້, ດຶງດູດໃຫ້ນັກທ່ອງທ່ຽວເດີນທາງເຂົ້າມາ ສປປ ລາວ ໃຫ້ຫຼາຍຂຶ້ນ.

  ການຈັດຕັ້ງປະຕິບັດໂຄງການອອກວິຊາແບບອອນລາຍ (eVisa) ແມ່ນໜຶ່ງວຽກງານບຸລິມະສິດຂອງການສົ່ງເສີມ ແລະປະຊາສໍາພັນການອອກວິຊາ eVisa ໃຫ້ແກ່ນັກທ່ອງທ່ຽວສາມາດເຂົ້າເຖິງຂໍ້ມູນການບໍລິການໄດ້ຢ່າງສະດວກ, ວ່ອງໄວ ແລະເປັນທີ່ຮັບຮູ້ຢ່າງກວ້າງຂວາງໃນສາກົນ.

ຂ່າວ: ວົງມະນີ