ລັດຖະບານຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ ເພື່ອປັບປຸງການຮຽນການສອນຂອງ ໂຮງຮຽນມັດທະຍົມຕົ້ນ ມົກໂຊ ເມືອງຜາອຸດົມ ແຂວງບໍ່ແກ້ວ 71.500 ໂດລາ

ພິທີເຊັນສັນຍາໂຄງການກໍ່ສ້າງອາຄານຮຽນໂຮງຮຽນມັດທະຍົມຕອນຕົ້ນມົກໂຊ ແຂວງບໍ່ແກ້ວ ຈັດຂຶ້ນວັນທີ 25 ກັນຍາ 2023 ທີ່ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ ລົງນາມໂດຍທ່ານ ໂຄບະຢະ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ມີທ່ານ ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ແລະຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄຳຜະຫຍາ ພົມປັນຍາ ກ່າວວ່າການສະໜັບສະໜູນໂຄງການດ້ານການສຶກສາເພື່ອປັບປຸງສະພາບການຮໍ່າຮຽນສິດສອນຂອງນັກຮຽນ ແລະຄູອາຈານໃນແຂວງບໍ່ແກ້ວ ພາຍໃຕ້ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານເຊິ່ງໂຄງການຈະໃຫ້ການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່ພ້ອມທັງສະໜອງອຸປະກອນເຄື່ອງໃຊ້ໃຫ້ແກ່ໂຮງຮຽນມັດທະຍົມຕົ້ນມົກໂຊ ເມືອງຜາອຸດົມ ແຂວງບໍ່ແກ້ວ ມູນຄ່າ 71.500 ໂດລາສະຫະລັດ ເພື່ອປະກອບສ່ວນເຂົ້າໃນການຍົກລະດັບການສຶກສາຮໍ່າຮຽນຂອງໂຮງຮຽນດັ່ງກ່າວການຊ່ວຍເຫຼືອຄັ້ງນີ້ຈະປະກອບສ່ວນເຂົ້າໃນວຽກງານພັດທະນາເສດຖະກິດ-ສັງຄົມຂອງແຂວງໃນຫຼາຍດ້ານ ສາມາດສ້າງສະພາບແວດລ້ອມທີ່ມີຄວາມປອດໄພ ແລະ ຮັບປະກັນໃຫ້ນັກຮຽນມີຜົນການຮຽນທີ່ດີຂຶ້ນທັງເປັນການສົ່ງເສີມການສ້າງຊັບພະຍາກອນມະນຸດຄຸນນະພາບສູງທີ່ຈະກາຍເປັນອະນາຄົດຂອງຊາດໃນພາຍພາກໜ້າເມືອງຜາອຸດົມແມ່ນໜຶ່ງໃນເມືອງທີ່ທຸກຍາກທີ່ສຸດຂອງແຂວງ ແລະການຊ່ວຍເຫຼືອດັ່ງກ່າວຈະເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ດ້ານການສຶກສາໃນເມືອງເປົ້າໝາຍ.

ໂອກາດນີ້ທ່ານ ໂຄບະຢະຊິ ເຄນອິຈິ ກໍໄດ້ກ່າວວ່າ ໂຮງຮຽນມັດທະຍົມຕອນຕົ້ນມົກໂຊເປັນອາຄານຮຽນເກົ່າທີ່ຊຸດໂຊມລົງຕາມການເວລາຝາຂັ້ນລະຫວ່າງຫ້ອງຮຽນເປ່ເພເຮັດໃຫ້ໄດ້ຍິນສຽງຈາກຫ້ອງທາງຂ້າງກາຍເປັນການລົບກວນສະມາທິຂອງນັກຮຽນສະນັ້ນການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນໃນຄັ້ງນີ້ຈະຊ່ວຍໃຫ້ສະພາບແວດລ້ອມການສຶກສາຮໍ່າຮຽນຂອງນັກຮຽນທີ່ຈະກາຍເປັນອະນາຄົດຂອງຊາດໄດ້ຮັບການແກ້ໄຂພ້ອມທັງເປັນການປັບປຸງສະພາບການເຮັດວຽກຂອງຄູອາຈານ ແລະ ພະນັກງານໃນໂຮງຮຽນໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານການສະໜອງທຶນທີ່ຈຳເປັນໃຫ້ແກ່ໂຄງການຂະໜາດນ້ອຍທີ່ໃຫ້ຜົນປະໂຫຍດໂດຍກົງແກ່ປະຊາຊົນຜູ້ອາໄສ ແລະເພື່ອການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍອີງຕາມຄວາມຕ້ອງການພື້ນຖານຂອງມະນຸດເປັນຫຼັກໃນໄລຍະ 5 ປີຜ່ານມາລັດຖະບານຍີ່ປຸ່ນໄດ້ໃຫ້ການສະໜັບສະໜູນໃຫ້ແກ່ແຂວງບໍ່ແກ້ວລວມເປັນມູນຄ່າຫຼາຍກວ່າ 520.000 ໂດລາສະຫະລັດ ໃນດ້ານການສຶກສາໂຄງລ່າງພື້ນຖານຕ່າງໆ ແລະຈະສືບຕໍ່ໃຫ້ການຊ່ວຍເຫຼືອປະເທດລາວໃນການປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປເພື່ອຮັບປະກັນບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫຼັງຜ່ານການແກ້ໄຂຄວາມແຕກໂຕນໃນພາກພື້ນ.