1 ຕຸລາ ຄ່າແຮງຂັ້ນຕໍ່າ ເພີ່ມຂຶ້ນຈາກ 1.300.000 ເປັນ 1.600.000 ກີບຕໍ່ຄົນຕໍ່ເດືອນ

ໃນໄລຍະທີ່ ສປປ ລາວ ກຳລັງປະເຊີນກັບບັນຫາທາງດ້ານເສດຖະກິດ, ເງິນເຟີ້, ລາຄາສິນຄ້າອຸປະໂພກ-ບໍລິໂພກແພງຂຶ້ນ ສົ່ງຜົນກະທົບໂດຍກົງຕໍ່ຊີວິດການເປັນຢູ່ຂອງປະຊາຊົນໃນທົ່ວປະເທດ, ແຕ່ເຖິງຢ່າງໃດກໍຕາມລັດຖະບານກໍບໍ່ໄດ້ນິ້ງນອນໃຈໄດ້ພະຍາຍາມຊອກຫາວິທີທາງ, ນະໂບບາຍມາດຕະການຕ່າງໆເພື່ອເລັ່ງຮັບມື-ແກ່ໄຂບັນຫາດັ່ງກ່າວໃນນັ້ນໄດ້ມີການອອກນະໂຍບາຍໃນການປັບຂຶ້ນຄ່າແຮງຂັ້ນຕໍ່າຈາກ 1.300.000 ກີບ/ຄົນ/ເດືອນ ມາເປັນ 1.600.000 ກີບຕໍ່ເດືອນ ເລີ່ມ ວັນທີ 1 ຕຸລາ 2023 ນີ້.

ພ້ອມນີ້ຄະນະກໍາມະການແຮງງານແຫ່ງຊາດກະຊວງແຮງງານ ແລະສະຫວັດດີການສັງຄົມຍັງໄດ້ອອກຄໍາແນະນໍາເລກທີ 3226/ຮສສ ລົງວັນທີ 1 ກັນຍາ 2023 ກ່ຽວກັບການປັບປຸງຄ່າແຮງງານຂັ້ນຕໍ່າສຸດສໍາລັບຜູ້ອອກແຮງງານຢູ່ ສປປ ລາວ ໂດຍລະບຸວ່າ:

- ຄ່າແຮງງານຂັ້ນຕໍ່າສຸດແມ່ນລະດັບຄ່າແຮງງານຂັ້ນຕໍ່າສຸດທີ່ຜູ້ໃຊ້ແຮງງານຕ້ອງເບີກຈ່າຍໃຫ້ຜູ້ອອກແຮງງານທີ່ເຂົ້າສູ່ຕະຫຼາດແຮງງານໃໝ່ທີ່ບໍ່ມີສີມືແຮງງານ, ບໍ່ທັນຜ່ານການຝຶກງານ, ບໍ່ທັນມີຄວາມຊໍານານງານ, ບໍ່ມີວຸດທິທາງວິຊາຊີບ ເຊິ່ງເຮັດວຽກບໍ່ເກີນຊາວຫົກວັນຕໍ່ເດືອນ, ຫົກວັນຕໍ່ອາທິດ ແລະ ແປດຊົ່ວໂມງຕໍ່ວັນ ໂດຍບໍ່ໃຫ້ຄິດໄລ່ເອົາເງິນອື່ນໆເຂົ້ານໍາເປັນຕົ້ນ: ເງິນຜະລິດ, ເງິນເຮັດວຽກເພີ່ມໂມງ, ເງິນບໍາເນັດ, ເງິນອຸດໜູນປີການ, ເງິນຊຸກຍູ້ມາເຮັດວຽກ, ຄ່າອາຫານ, ຄ່າທີ່ພັກ, ຮັບສົ່ງ ແລະ ນະໂຍບາຍອື່ນໆ.
- ຜູ້ອອກແຮງງານທີ່ມີວຸດທິທາງວິຊາຊີບ, ວິຊາສະເພາະໃນລະດັບໃດໜຶ່ງ, ມີປະສົບການໃນການເຮັດວຽກມາກ່ອນ ແລະຜູ້ທີ່ໄດ້ເຮັດວຽກໃນຫົວໜ່ວຍແຮງງານນັ້ນ ຄົບ 9 ເດືອນ ແມ່ນໃຫ້ຈ່າຍເງິນເດືອນ ຫຼືຄ່າແຮງງານໃຫ້ສູງກວ່າຄ່າແຮງງານຂັ້ນຕໍ່າສຸດໂດຍກໍານົດໄວ້ໃນກົດລະບຽບພາຍໃນຂອງຫົວໜ່ວຍແຮງງານ ຫຼືສັນຍາແຮງງານກັບຜູ້ອອກແຮງງານ. ຖ້ານໍາໃຊ້ຜູ້ອອກແຮງງານເຮັດວຽກທີ່ເປັນອັນຕະລາຍຕໍ່ສຸຂະພາບຕາມທີ່ກໍານົດໄວ້ໃນກົດໝາຍຜູ້ໃຊ້ແຮງງານຕ້ອງຈ່າຍເພີ່ມອີກ ໂດຍບໍ່ໃຫ້ຫຼຸດ 15% ຂອງຄ່າແຮງງານຂັ້ນຕໍ່າສຸດທີ່ກໍານົດໄວ້ໃນຄໍາແນະນໍາສະບັບນີ້.
- ໃຫ້ທຸກຫົວໜ່ວຍການຜະລິດ, ທຸລະກິດ ແລະການບໍລິການໃນຂອບເຂດທົ່ວປະເທດຈົ່ງຮັບຮູ້ ແລະຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ຖ້າຫາກຫົວໜ່ວຍແຮງງານ ຫຼື ຜູ້ໃຊ້ແຮງງານໃດຫາກເບີກຈ່າຍຕໍ່າກວ່າຕ້ອງດໍາເນີນການປັບປຸງໃຫ້ຖືກຕ້ອງ ແລະສອດຄ່ອງຕາມຄໍາແນະນໍາສະບັບນີ້.