ໂຮງໝໍ 150 ຕຽງ ປົວຜູ້ປ່ວຍຈາກການດື່ມນໍ້າກະທ້ອມ 5 ຄົນຕໍ່ມື້

ທ່ານ ນາງ ອຸໄລວັນ ພອນສະຫວັນ ຮອງຫົວໜ້າພະແນກສຸກເສີນໂຮງໝໍມິດຕະພາບໄດ້ເປີດເຜີຍເມື່ອບໍ່ດົນມານີ້ວ່າ: ປະຈຸບັນເຫັນໄດ້ວ່າມີຜູ້ປ່ວຍທີ່ມີສາເຫດມາຈາກການດື່ມນໍ້າກະທ້ອມເຂົ້າມາປິ່ນປົວຢູ່ສະເພາະໂຮງໝໍມິດຕະພາບ ໃນມື້ໜຶ່ງສະເລ່ຍປະມານ 5 ຄົນ/ມື້, ຜູ້ທີ່ມີອາການຮຸນແຮງປະມານ 2 ຄົນ/ມື້, ສ່ວນຫຼາຍແມ່ນກຸ່ມຄົນທີ່ມີອາຍຸ 20-25 ປີ. ໃນນັ້ນ, ກໍມີກຸ່ມຄົນທີ່ມີອາຍຸປະມານ 18 ປີ–35 ປີ, ຜູ້ທີ່ມີອາຍຸ 35 ປີດື່ມ ຍ້ອນຄິດວ່ານໍ້າກະທ້ອມດື່ມແລ້ວດີເຈັບຫຼັງ, ເຈັບແອວ ແລະ ອື່ນໆ. ສະນັ້ນ, ຖ້າດື່ມໜ້ອຍກໍຈະເປັນຢາ, ດື່ມຫຼາຍກໍຈະໃຫ້ໂທດໃນໄລຍະຍາວ.

ນໍ້າກະທ້ອມຈະມີສານເບື່ອເມົາ, ສານເສບຕິດ ແລະໃນໃບກະທ້ອມຍັງມີສານຊະນິດໜຶ່ງທີ່ມີຊື່ວ່າ: ນີຕຣາກຣີນິນ ທີ່ນໍາມາປຸງແຕ່ງເປັນນໍ້າກະທ້ອມຈະເຮັດໃຫ້ສານຊະນິດດັ່ງກ່າວໄປທໍາລາຍລະ ບົບປະສາດ. ດັ່ງນັ້ນ, ເຫັນໄດ້ວ່າຜູ້ປ່ວຍທີ່ມີສາເຫດມາຈາກການດື່ມນໍ້າກະທ້ອມເຂົ້າມາປິ່ນປົວສ່ວນຫຼາຍມີອາການທາງລະບົບປະສາດເຊັ່ນ: ມີອາການບໍ່ຮູ້ສຶກໂຕ, ສື່ສານບໍ່ຮູ້ເລື່ອງ (ເສຍສະຕິ), ລະບົບຫາຍໃຈຫອບຫືດ, ຫາຍໃຈໄວເໝືອນຮູ້ສຶກຊິຂາດໃຈ, ລະບົບຫົວໃຈເຕັ້ນແຮງ. ທາງໂຮງໝໍກໍໄດ້ໃຊ້ເຄື່ອງໃຊ້ຫາຍໃຈຊ່ວຍ,ຖ້າຜູ້ປ່ວຍບໍ່ມີອາຮຸນແຮງກໍໄດ້ຮັບການເຂົ້ານອນຕິດຕາມອາການເພື່ອປິ່ນປົວ, ໃສ່ນໍ້າເກືອ, ບາງຄົນກໍດົມອົກຊີ, ແຍ່ນໍ້າປັດສະວະເພື່ອຊ່ວຍຂັບໄລ່ນໍ້າອອກ. ໃນນັ້ນ, ນໍ້າກະທ້ອມຍັງບໍ່ທັນວິເຄາະໄດ້ເທື່ອວ່າມີສານຊະນິດໃດແດ່, ແຕ່ຫຼັກໆແລ້ວສານທີ່ຢູ່ໃນໃບກະທ້ອມຍັງສາມາດໄປກົດນີບລະບົບປະສາດສູນກາງ ໝາຍເຖິງສະໝອງ ແລະສັນຫຼັງພາໃຫ້ເກີດຄວາມຮູ້ສຶກການຫາຍໃຈແຮງ, ຫົວໃຈເຕັ້ນແຮງຜິດປົກກະຕິ, ໄຂ່ຫຼັງຊຸດໂຊມ, ມີປັດຊະວະຫຼາຍເຮັດໃຫ້ຮ່າງກາຍຂາດນໍ້າ, ຖ້າດື່ມເກີນກໍານົດຈະເຮັດໃຫ້ຫົວໃຈຢຸດເຕັ້ນເຖິງຂັ້ນເສຍຊີວິດ.

ນໍ້າກະທ້ອມເປັນເຄື່ອງດື່ມເສບຕິດຊະນິດໜຶ່ງຄ້າຍຄືກັບຢາບ້າ, ຢາເສບຕິດທີ່ເປັນອັນຕະລາຍຕໍ່ຜູ້ທີ່ດື່ມເມື່ອດື່ມແລ້ວກໍສາມາດຕິດໄດ້. ພ້ອມນັ້ນ, ເມື່ອດື່ມເຂົ້າໄປຮ່າງກາຍຫຼາຍເທົ່າໃດກໍຈະເຮັດໃຫ້ບໍ່ຮູ້ສຶກຕົວ, ປະສາດຫຼອນ ແລະມີອາການຮ້າຍແຮງອື່ນໆ ຈົນເຖິງຂັ້ນເສຍຊີວິດ.

ທີ່ມາ: ຫນັງສືພິມປະຊາຊົນ