ຕາດເລາະ-ຕາດຮັງ ຈະກາຍເປັນແຫລ່ງທ່ອງທ່ຽວ ທີ່ໄດ້ມາດຕະຖານ

ລັດຖະບານກໍຄືການນໍາແຂວງສາລະວັນອະນຸຍາດໃຫ້ບໍລິສັດພັດທະນາແຫລ່ງທ່ອງທ່ຽວຕາດເຍືອງ ຫລັກ 40 ເມືອງປາກຊ່ອງ ຈຳກັດ ສຳປະທານ ພັດທະນາແຫລ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ຢູ່ບ້ານຫົວຂົວເສັດ ເມືອງເລົ່າງາມ ແຂວງສາລະວັນ ເພື່ອພັດທະນາໃຫ້ກາຍເປັນແຫລ່ງທ່ອງທ່ຽວ ທີ່ໄດ້ມາດຕະຖານ ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ, ອະນຸພາກພື້ນ ແລະສາກົນຕິດພັນກັບການອະນຸລັກທຳມະຊາດ ແລະເອກະລັກວັດທະນະທຳທ້ອງຖິ່ນ, ຊຸກຍູ້ສົ່ງເສີມອາຊີບ ແລະການມີສ່ວນຮ່ວມຂອງປະຊາຊົນທ້ອງຖິ່ນເປົ້າໝາຍ, ຍົກລະດັບແຫລ່ງທ່ອງທ່ຽວ ພາຍໃນນໍ້າຕົກຕາດເລາະ-ຕາດຮັງ ໃຫ້ກາຍເປັນແຫລ່ງທ່ອງທ່ຽວທີ່ສາມາດບໍລິການນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດມໍ່ໆນີ້.

ພິທີເຊັນສັນຍາເຊົ່າ-ສຳປະທານ ພັດທະນາແຫລ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ຢູ່ບ້ານຫົວຂົວເສັດ ເມືອງເລົ່າງາມ ແຂວງສາລະວັນ ຈັດຂຶ້ນໃນວັນທີ 25 ກັນຍາ 2023 ນີ້, ທີ່ພະແນກແຜນການ ແລະການລົງທຶນ ແຂວງສາລະວັນ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ນາງ ສອນທິດາ ອຸນາພົມ ຜູ້ອຳນວຍການ ບໍລິສັດພັດທະນາແຫລ່ງທ່ອງທ່ຽວຕາດເຍືອງ ຫລັກ 40 ເມືອງປາກຊ່ອງ ຈຳກັດ, ທ່ານ ໂພສີ ແກ້ວສີພັນດອນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ທ່ານ ສົມສັກ ທົງຄໍາຫານ ເຈົ້າເມືອງເລົ່າງາມ, ທ່ານ ຫົງແກ້ວ ມາລີຈັນສີ ຮອງຫົວໜ້າພະແນກການເງິນແຂວງ, ທ່ານ ມະໄລວອນ ສີປະເສີດ ຫົວໜ້າພະແນກຖະແຫລງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ທ່ານ ສຸພະໄຊ ບຸນຍົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍມີ ທ່ານ ພູທົງ ຄໍາມະນີວົງ ຮອງເຈົ້າແຂວງ, ຜູ້ຊີ້ນໍາວຽກງານເສດຖະກິດ, ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ແລະ ພະນັກງານວິຊາການຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ນາງ ສອນທິດາ ອຸນາພົມ ຜູ້ອຳນວຍການບໍລິ ສັດພັດທະນາແຫລ່ງທ່ອງທ່ຽວຕາດເຍືອງຫລັກ 40 ເມືອງປາກຊ່ອງ ຈຳກັດ ກ່າວວ່າ: ການເຊັນສັນຍາເຊົ່າ-ສຳປະທານແຫລ່ງທ່ອງທ່ຽວ ນໍ້າຕົກຕາດເລາະ-ຕາດຮັງ ໃນເຂດບ້ານຫົວຂົວເສັດ ເມືອງເລົ່າງາມ ເພື່ອ ພັດທະນາໃຫ້ກາຍເປັນແຫລ່ງທ່ອງທ່ຽວທາງດ້ານທຳມະຊາດ ແລະວັດທະນະທຳເຊິ່ງໄລຍະຜ່ານມາແຫລ່ງທ່ອງທ່ຽວແຫ່ງນີ້ເຄີຍມີນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ນິຍົມເຂົ້າມາທ່ອງທ່ຽວ ພັກຜ່ອນຢ່າງໜາແໜ້ນ, ແຕ່ຍ້ອນໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ, ອັກຄີໄພ,ການແພ່ລະບາດຂອງພະຍາດໂຄວິດ-19 ເຊິ່ງພາໃຫ້ເກີດຄວາມເສຍຫາຍທາງສະພາບແວດລ້ອມ, ຄວາມສວຍງາມ ແລະສິ່ງປູກສ້າງກໍຄືລາຍຮັບຢ່າງຫລວງຫລາຍ.

ທ່ານ ນາງ ສອນທິດາ ອຸນາພົມ ກ່າວຕື່ມວ່າ: ແຫລ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ຖືວ່າເປັນແຫລ່ງທ່ອງທ່ຽວທີ່ສໍາຄັນ ຂອງແຂວງສາລະວັນ ກໍຄືພາກໃຕ້ຂອງລາວທັງນອນໃນວົງຈອນການທ່ອງທ່ຽວເຂດພູພຽງບໍລະເວນທີ່ສວຍສົດງົດງາມເຊິ່ງການລົງທຶນຄັ້ງນີ້ຈະພັດທະນາໃຫ້ກາຍເປັນແຫລ່ງທ່ອງທ່ຽວທີ່ໄດ້ມາດຕະຖານສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ, ອະນຸພາກພື້ນ ແລະ ສາກົນ ຕິດພັນກັບການອະນຸລັກທຳມະຊາດ ແລະເອກະລັກວັດທະນະທຳທ້ອງຖິ່ນ, ຊຸກຍູ້ສົ່ງເສີມອາຊີບ ແລະການມີສ່ວນຮ່ວມຂອງປະຊາຊົນທ້ອງຖິ່ນເປົ້າໝາຍ, ຍົກລະດັບແຫລ່ງທ່ອງທ່ຽວພາຍໃນນໍ້າຕົກຕາດເລາະ-ຕາດຮັງ ໃຫ້ກາຍເປັນແຫລ່ງທ່ອງທ່ຽວທີ່ສາມາດບໍລິການນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດ ມໍ່ໆນີ້, ພ້ອມນີ້, ທັງເປັນການຍົກລະດັບແຫລ່ງທ່ອງທ່ຽວໃຫ້ເຊື່ອມໂຍງກັບບັນດາແຂວງຂອງ ສປປ ລາວ ອະນຸພາກພື້ນກໍຄືສາກົນ, ຊຸກຍູ້ ແລະຟື້ນຟູ ເສດຖະກິດດ້ວຍການ ສ້າງວຽກເຮັດງານທຳ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ ແລະປະກອບສ່ວນປົກປັກຮັກສາມໍລະດົກທາງວັດທະນາທຳ, ທຳມະຊາດ ແລະ ປະຫວັດສາດໃຫ້ຍືນຍົງ.

ສຳລັບການຈັດຕັ້ງປະຕິບັດໂຄງການປະກອບມີ 3 ໄລຍະຄື: ໄລຍະທີ 1 ຟື້ນຟູປັບປຸງ ສະຖານທີ່ 2023-2026,ໂຄສະນາດຶງດູດການທ່ອງທ່ຽວແບບລາວທ່ຽວລາວ, ປັບປຸງພື້ນຖານໂຄງລ່າງ ໄຟຟ້າ-ນໍ້າປະປາ, ສວນພຶກສາ, ສິ່ງອຳນວຍຄວາມສະດວກ, ກິດຈະກຳທ່ອງທ່ຽວ, ຫ້ອງນໍ້າ ແລະອື່ນໆ. ໄລຍະທີ 2 ການຂະຫຍາຍພື້ນທີ່ກິດຈະກຳ ທ່ອງທ່ຽວ 2026-2030, ສະຖານທີ່ພັກແຮມ,ຫ້ອງປະຊຸມ,ຮ້ານອາຫານ ແລະຮ້ານຂາຍ ເຄື່ອງທີ່ລະນຶກຕ່າງໆ, ກິດຈະກຳການທ່ອງທ່ຽວທຳມະຊາດ, ວັດທະນະທຳ ແລະປະຫວັດສາດທີ່ຫລາກຫລາຍ ແລະໄລຍະ ທີ 3 ການບໍລິການການທ່ອງທ່ຽວຄົບວົງຈອນມາດຕະຖານສາກົນ.
ຂ່າວ: ຢາຕົງ+ພາບ: ວີລະວັນ