ເຈົ້າແຂວງສະຫວັນນະເຂດມອບເຄື່ອງໃຫ້ໂຮງໝໍ

  ໂດຍເລັງເຫັນເຖິງຄວາມສຳຄັນ ແລະຈຳເປັນໃນການປິ່ນປົວຄົນເຈັບໂດຍສະເພາະແລ້ວແມ່ນຄົນເຈັບທີ່ເປັນໝາກໄຂ່ຫຼັງຊຸດໂຊມໄລຍະສຸດທ້າຍທີ່ນັບມື້ນັບ ເພີ່ມຂຶ້ນອີກທັງເຄື່ອງມືໃນປິ່ນປົວຍັງມີຈຳນວນຈຳກັດ ແລະບໍ່ພຽງພໍກັບຄວາມຕ້ອງການສະນັ້ນ, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດທ່ານເຈົ້າແຂວງສະຫວັນນະເຂດຈຶ່ງໄດ້ນຳເອົາເຄື່ອງໄຂ່ຫຼັງທຽມ (ເຄື່ອງຟອກເລືອດ Hemodialysis machine) ຈຳນວນ 2 ເຄື່ອງ, ລວມມູນຄ່າ 370 ລ້ານກີບ ມາມອບໃຫ້ແກ່ໂຮງໝໍແຂວງສະຫວັນນະເຂດ. ໂດຍມີທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າແຂວງ, ທ່ານ ດຣ ບົງສຸວັນ ພັນທະວົງສາ ຫົວໜ້າພະແນກສາທາລະນະສຸກແຂວງຜູ້ອຳນວຍການໂຮງໝໍແຂວງພ້ອມດ້ວຍແຂກຖືກເຊີນ ແລະພະນັກງານແພດ-ໝໍພາຍໃນໂຮງໝໍແຂວງເຂົ້າຮ່ວມເປັນສັກຂີພິຍານ.

 ທ່ານ ນາງ ດຣ ພູວິໄລ ແກ້ວມຸງຄຸນ ຜູ້ອຳນວຍການໂຮງໝໍ ແຂວງສະຫວັນນະເຂດ ໄດ້ກ່າວສະຫຼຸບລາຍງານໂດຍສັງເຂບໃນການຈັດຕັ້ງ, ການເຄື່ອນໄຫວ ແລະການ ບໍລິການດ້ານການຟອກເລືອດຢູ່ໂຮງໝໍແຂວງສະຫວັນນະເຂດໃນໄລຍະຜ່ານມາໃຫ້ຮູ້ວ່າ: ຜ່ານການປິ່ນປົວໂດຍສະເພາະພະຍາດພາຍໃນໄດ້ມີຄົນເຈັບທີ່ເປັນໝາກໄຂ່ຫຼັງຊຸດໂຊມໄລຍະສຸດທ້າຍຈຳນວນຫຼາຍ ແລະມີຈຳນວນເພີ່ມຂຶ້ນ, ປະຈຸບັນໂຮງໝໍແຂວງພວກເຮົາລວມມີເຄື່ອງຟອກເລືອດຈຳນວນ 4 ເຄື່ອງ (ໂຮງໝໍແຂວງຈັດຊື້ 2 ເຄື່ອງ ແລະບໍລິສັດສະໄມພັນດີຟາກມາຊີປະເທດໄທ ແລະບໍລິສັດທົ່ງມະນີການຄ້າຈຳນວນ 2 ເຄື່ອງ) ຈາກການປະຕິບັດຕົວຈິງຜ່ານມາກໍ່ຍັງເຫັນວ່າມີຈຳນວນເຄື່ອງຟອກເລືອດບໍ່ທັນຕອບສະໜອງກັບຄວາມຕ້ອງການຂອງຄົນເຈັບທີ່ມີຈຳນວນເພີ່ມຂຶ້ນເລື້ອຍໆດັ່ງນັ້ນ,ພວກເຮົາຈຶ່ງໄດ້ຂໍສະເໜີຕໍ່ທ່ານເຈົ້າແຂວງເພື່ອຂໍເຄື່ອງຟອກເລືອດຕື່ມອີກ 2 ເຄື່ອງ, ລວມ ເປັນ 6 ເຄື່ອງ ທັງນີ້ກໍເພື່ອຕອບສະໜອງການປິ່ນປົວແກ່ຜູ້ທີ່ເປັນໝາກໄຂ່ຫຼັງຊຸດໂຊມໄລຍະສຸດທ້າຍໃຫ້ຫຼາຍຂຶ້ນກວ່າເກົ່າເຮັດໃຫ້ສາມາດຟອກໄດ້ 12-18 ຄົນຕໍ່ມື້.

 ຫຼັງຈາກນັ້ນ, ທ່ານ ສັນຕິພາບ ພົມວິຫານກໍ່ໄດ້ກ່າວມອບເຄື່ອງຟອກເລືອດຈຳນວນ 2 ເຄື່ອງດັ່ງກ່າວໃຫ້ແກ່ໂຮງໝໍແຂວງຢ່າງເປັນທາງການພ້ອມທັງໄດ້ໃຫ້ກຽດໂອ້ລົມຕໍ່ພິທີໂດຍທ່ານໄດ້ເນັ້ນໜັກໃຫ້ພະນັກງານແພດໝໍພາຍໃນໂຮງໝໍແຂວງພວກເຮົາຈົ່ງໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ວິຊາສະເພາະຂອງຕົນ ໂດຍສະເພາະການບໍລິການປິ່ນປົວຄົນເຈັບໃຫ້ດີເພື່ອແນໃສ່ຫຼຸດຜ່ອນຫາງສຽງຈາກສັງຄົມທັງຫຼຸດຜ່ອນຈຳນວນຄົນເຈັບທີ່ໄປໃຊ້ບໍລິການຢູ່ປະເທດໃກ້ຄຽງ ໃຫ້ນັບມື້ນັບໜ້ອຍລົງຊຶ່ງຖ້າຫາກພວກເຮົາຈັດຕັ້ງປະຕິບັດໄດ້ດີກໍ່ຈະໄດ້ຮັບການຊ່ວຍເຫຼືອທີ່ດີໃນຕໍ່ໜ້າຕື່ມອີກໂດຍໃຫ້ປະຕິບັດຕາມຂໍ້ແຂ່ງຂັນຮັກຊາດ ແລະພັດທະນາຄື: ເຮັດໃຫ້ດີ, ເຮັດໃຫ້ໄວ, ເຮັດໃຫ້ຖືກກົດໝາຍ ແລະເຮັດໃຫ້ຫຼາຍ. ທ່ານເຈົ້າແຂວງພ້ອມຄະນະ ແລະແຂກຖືກເຊີນໄດ້ໄປຢ້ຽມຢາມຈຸງານໄຂ່ຫຼັງທຽມ ແລະຈຸດອື່ນໆພາຍໃນໂຮງໝໍແຂວງຕື່ມອີກ.