ໂຄງການເງິນເພື່ອງານໄລຍະ II ເມືອງຍົມມະລາດສຳເລັດ 85%

   ກອງປະຊຸມລາຍງານການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ UNDP (ໂຄງການເງິນເພື່ອງານ)ໃນໄລຍະທີ I ແລະ ໄລຍະທີ II ໄດ້ຈັດຂຶ້ນໃນວັນທີ 3 ເມສາ 2019 ທີ່ເມືອງຍົມມະລາດ ແຂວງຄຳມ່ວນໃຫ້ກຽດເປັນປະທານໂດຍທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫັວດດີການສັງຄົມ, ທ່ານ ມະນີວົງ ຈັນທະວົງ ເຈົ້າເມືອງໆຍົມມະລາດ, ທ່ານ ບຸນທວາຍ ສິລິປັນຍາທອງ ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງ, ມີບັນດາຄະ ນະນຳຂັ້ນເມືອງພ້ອມດ້ວຍປະຊາຊົນເຂົ້າຮ່ວມ.

 ການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການ UNDP  ເປັນໂຄງ ການສ້ອມແປງເສັ້ນທາງຢູ່ເມືອງຍົມມະລາດ ແຂວງຄຳມ່ວນ ມູນ ຄ່າ 724 ລ້ານກີບ ຊຶ່ງໃນການ ຈັດຕັ້ງປະຕິບັດມີຢູ່ 2 ໄລຍະຄື: ໄລຍະທີ I ລວມມີ 2 ໂຄງການ ແລະໄລຍະທີ 2 ມີ 13 ກິດຈະກຳ ສຳລັບໄລຍະທີ 1 ມີ 2 ໂຄງການ, ໂຄງການທີ 1 ເປັນການສ້ອມແປງ ເສັ້ນທາງດ້ວຍແຮງງານຄົນແຕ່ບ້ານໂພນສັງ ຫາຄຸ້ມບ້ານທອຍ ທາງມີຄວາມຍາວທັງໝົດ 1.464 ແມັດ ໂດຍເລີ່ມລົງມືປະຕິບັດແຕ່ ວັນທີ 23 ກຸມພາ 2019 ຫາ 20 ມີນາ 2019 ສໍາເລັດ 100%, ມີ 26 ວັນງານ ແລະມີແຮງງານທັງ ໝົດ 160 ຄົນ, ຄ່າແຮງງານ 50 ພັນກີບຕໍ່ຄົນຕໍ່ມື້ ເທົ່າກັບ 208 ລ້ານກີບ, ການຖົມທາງແມ່ນກໍານົດໜ້າທາງກວ້າງ 5 ແມັດລວງສູງໃຫ້ໄດ້ 40 ຊັງຕີແມັດ, ການເອົາດິນແມ່ນໃຫ້ຂຸດເອົາຢູ່ສອງພາກທາງ, ສ່ວນອຸປະກອນໃນການເຮັດທາງແມ່ນນໍາໃຊ້ຂອງໂຄງການຢາຍໃຫ້ລວມທັງອຸປະກອນ ທີ່ຖືມາແຕ່ເຮືອນ, ໂຄງການທີ 2 ແມ່ນສ້ອມແປງເສັ້ນທາງແຕ່ບ້ານໂພນບົກຫາຄຸ້ມບ້ານນາຜາເຮືອງມີຄວາມຍາວທັງໝົດ 3.600 ແມັດ ໜ້າທາງກວ້າງ 4,5 ແມັດ, ການ ສ້ອມແປງແມ່ນປະຊາຊົນໄດ້ສ້ອມ ແປງເປັນຈຸດທີ່ເປ່ເພມີບາງຈຸດກໍ່ໄດ້ຖົມ 20 ຊັງຕີແມັດ,ບາງຈຸດກໍ່ໄດ້ຖົມ 30 ຊັງຕີແມັດຊຶ່ງເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 23 ກຸມພາ 2019 ຫາ 17 ມີນາ 2019 ສໍາເລັດ 100%, ລວມມີ 23 ວັນ ງານ, ມີແຮງງານທັງໝົດ 80 ຄົນ, ມີມູນຄ່າທັງໝົດ 92 ລ້ານກີບ. ລວມມູນຄ່າການສ້ອມແປງໄລຍະທີ I ມີທັງໝົດ 300 ລ້ານກີບ, ການເອົາດິນແມ່ນໃຫ້ຂຸດເອົາຢູ່ສອງພາກທາງ.

  ສ່ວນໄລຍະທີ  II  ກິດຈະກໍາການສ້ອມແປງເສັ້ນທາງດ້ວຍແຮງງານຄົນມີທັງໝົດ 13 ກິດຈະກໍາຄື: ກິດຈະກໍາສ້ອມແປງເສັ້ນທາງດ້ວຍແຮງງານຄົນບ້ານທ່າໂຈນມີ 8 ວັນງານ, ແຮງງານທັງໝົດ 100 ຄົນ, ມູນຄ່າທັງໝົດ 40 ລ້ານກີບ, ກິດຈະກໍາສ້ອມແປງເສັ້ນ ທາງດ້ວຍແຮງງານຄົນບ້ານຈະກ້ວນມີ 8 ວັນງານ, ມີແຮງງານ ທັງໝົດ 90 ຄົນ, ມູນຄ່າທັງໝົດ 36 ລ້ານກີບ, ກິດຈະກໍາສ້ອມແປງເສັ້ນທາງດ້ວຍແຮງງານຄົນບ້ານແກ້ງມ່ວງ ມີ 8 ວັນງານ, ມີແຮງ ງານທັງໝົດ 80 ຄົນ ມູນຄ່າທັງໝົດ 32 ລ້ານກີບ, ກິດຈະກໍາສ້ອມແປງເສັ້ນທາງດ້ວຍແຮງງານຄົນບ້ານຫາດຊອນມີ 8 ວັນງານ, ແຮງງານທັງໝົດ 70 ຄົນມູນຄ່າທັງໝົດ 28 ລ້ານກີບ, ກິດຈະກໍາສ້ອມແປງເສັ້ນທາງດ້ວຍແຮງງານຄົນບ້ານໂພນແກ້ວມີ 8 ວັນງານ, ແຮງງານທັງໝົດ 95 ຄົນມູນຄ່າທັງໝົດ 38 ລ້ານກີບ, ກິດຈະກໍາສ້ອມແປງເສັ້ນທາງດ້ວຍແຮງງານຄົນບ້ານໄຮ່ມີ 8 ວັນ ງານ, ແຮງງານທັງໝົດ 85 ຄົນ. ມູນຄ່າທັງໝົດ 34 ລ້ານກີບ, ກິດຈະກໍາສ້ອມແປງເສັ້ນທາງດ້ວຍແຮງງານຄົນບ້ານນາແດນ ມີ 8 ວັນງານ, ແຮງງານທັງໝົດ 100 ຄົນ. ມູນຄ່າທັງໝົດ 40 ລ້ານ ກີບ, ກິດຈະກໍາສ້ອມແປງຂົວດ້ວຍ ແຮງງານຄົນບ້ານນາແດນ ມີ 8 ວັນງານ, ແຮງງານທັງໝົດ 30 ຄົນ,ມູນຄ່າທັງໝົດ 12 ລ້ານກີບ,ກິດຈະກໍາສ້ອມແປງເສັ້ນທາງດ້ວຍ ແຮງງານຄົນບ້ານຜາທຸງ ມີ 8 ວັນ ງານ, ແຮງງານທັງໝົດ 90 ຄົນ. ມູນຄ່າທັງໝົດ 36 ລ້ານກີບ, ກິດ ຈະກໍາສ້ອມແປງເສັ້ນທາງດ້ວຍແຮງງານຄົນບ້ານກວນພັນ ມີ 8 ວັນງານ,ແຮງງານທັງໝົດ 80 ຄົນ. ມູນຄ່າທັງໝົດ 32 ລ້ານກີບ,ກິດຈະກໍາສ້ອມແປງເສັ້ນທາງດ້ວຍແຮງງານຄົນບ້ານພີດ ມີ 8 ວັນງານ, ແຮງງານທັງໝົດ 80 ຄົນ. ມູນຄ່າທັງໝົດ 32 ລ້ານກີບ, ກິດຈະກໍາສ້ອມແປງເສັ້ນທາງດ້ວຍແຮງງານຄົນບ້ານໂພນສັງມີ 8 ວັນງານ, ແຮງງານທັງໝົດ 80 ຄົນມູນຄ່າທັງໝົດ 32 ລ້ານກີບ,ກິດຈະກໍາສ້ອມແປງເສັ້ນທາງດ້ວຍແຮງງານຄົນບ້ານຕາດມີ 8 ວັນງານ,ແຮງງານທັງໝົດ 80 ຄົນ ມູນຄ່າທັງໝົດ 32 ລ້ານກີບ.

ຜ່ານການຈັດຕັ້ງປະຕິບັດກິດຈະກໍາໄລຍະ II ເລີ່ມແຕ່ວັນທີ 28 ມີນາ 2019-4 ເມສາ 2019 ສາມາດຈັດຕັ້ງປະຕິບັດໄດ້ 85% ລວມມູນຄ່າທັງໝົດ13 ກິດຈະກໍາຈຳນວນ 424 ລ້ານກີບ.

ໂດຍ: ຄໍາພູວາ