ຊາພັນປີ ເມືອງເມິງ ສົ່ງອອກໄປເອີຣົບ 90%

ຊາພັນປີແມ່ນຊາທີ່ເກີດຕາມທຳມະຊາດມີສັບພະຄຸນແມ່ນດີຕໍ່ສຸຂະພາບ ແລະຕິດພັນກັບວັດທະນະທຳ, ຮີດຄອງປະເພນີຂອງເຜົ່າອາຄາມາຕັ້ງແຕ່ດົນນານ, ການສ້າງຕັ້ງສະຫະກອນຜະລິດຊາ ຢູ່ບ້ານໂພນສະຫວ່າງ ເມືອງເມິງ ແມ່ນເພື່ອເປັນການກະຈາຍລາຍໄດ້ໃຫ້ແກ່ປະຊາຊົນບັນດາເຜົ່າໃນເຂດດັ່ງກ່າວ, ທັງເປັນການຍົກລະດັບຊາພັນປີ ໃຫ້ກາຍເປັນຜະລິດຕະພັນສຳເລັດຮູບທີ່ເປັນເອກະລັກຂອງເມືອງເມິງ ສົ່ງອອກຂາຍພາຍໃນ ແລະຕ່າງປະເທດໃຫ້ທຸກຄົນໄດ້ຮັບຮູ້ ແລະບໍລິໂພກເພື່ອສ້າງຊື່ສຽງໃຫ້ແກ່ທ້ອງຖິ່ນ.

ປະຈຸບັນ, ສະຫະກອນຜະລິດຊາ ແລະຜະລິດຕະພັນຊາພັນປີ ມີສະມາຊິກ 200 ກວ່າ ຄອບຄົວ, ໃນປີ 2023 ສາມາດເກັບໃບຊາເຂົ້າໃນການຜະລິດໄດ້ 3 ໂຕນກວ່າ, ມີຜະລິດຕະພັນ 2 ແບບ ຄື: ຊາແດງ ແລະ ຊາຂຽວ, 1ຫໍ່ ມີ 12 ຊອງ, ຂາຍຍ່ອຍໃນລາຄາ 45.000 ກີບ ແລະ ຂາຍສົ່ງ 35.000 ກີບ, ຕະຫລາດສົ່ງອອກ 90% ແມ່ນບັນດາປະເທດເອີຣົບ, ບັນດາປະເທດດັ່ງກ່າວ ຍັງນຳເອົາຊາພັນປີ ເມືອງເມິງ ໄປຜະລິດເປັນວາຍຊາ ຕື່ມອີກ ແລະ 10% ແມ່ນຕະຫລາດພາຍໃນປະເທດ.

ນອກຈາກນີ້, ສວນຊາພັນປີໄດ້ກາຍເປັນສະຖານທີ່ ແລະຜະລິດຕະພັນທີ່ຕິດພັນກັບການທ່ອງທ່ຽວຂອງເມືອງ,ຂອງແຂວງໃນການດຶງດູດໃຫ້ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເຂົ້າມາທ່ຽວຊົມແຂວງບໍ່ແກ້ວ.
ຂໍ້ມູນ-ພາບ: ສາຍສະໝອນ ແກ້ວວິສິດ ຈາກແຂວງບໍແກ້ວ