ຄຳມ່ວນຢຶດສັດປ່າ ລວມນ້ຳໜັກເກືອບໂຕນ

  ໃນປີ 2018 ຜ່ານມາເຈົ້າໜ້າທີ່ກ່ຽວຂ້ອງແຂວງຄຳມ່ວນແມ່ນໄດ້ເອົາໃຈໃສ່ເຄື່ອນໄຫວຕິດຕາມ ແລະສ້າງບັນຊີເຄືອຄ່າຍຜູ້ລັກລອບຊື້-ຂາຍສັດນ້ຳ ແລະ ສັດປ່າໄດ້ 6 ບັນຊີ, ມີເປົ້າໝາຍ 75 ລາຍ, ກວດກາຟາມລ້ຽງສັດປ່າຢູ່ພາຍໃນແຂວງ, ຕິດຕາມ, ກວດກາແລະດຳເນີນຄະດີຜູ້ບຸກລຸກລັກລອບເຂົ້າເຂດປ່າສະ ຫງວນມີ 9 ເລື່ອງ, ມີຜູ້ຖືກຫາ 12 ຄົນ ໃນນັ້ນມີຄົນຕ່າງດ້າວ 9 ຄົນ ແລະອຸປະກອນລ່າສັດອີກຈຳນວນໜຶ່ງ, ຢຶດສັດປ່າ ໄດ້ 784 ໂຕລວມນ້ຳໜັກ 952 ກິໂລ.

  ໃນວັນທີ 5 ເມສາ 2019 ທີ່ກອງກວດກາປ່າໄມ້ແຂວງຄຳມ່ວນໄດ້ຈັດພິທີສະຫຼຸບລາຍງານຄວາມຄືບໜ້າໂຄງການສ້າງຄວາມເຂັ້ມແຂງໃນການບັງຄັບໃຊ້ ກົດໝາຍສັດນ້ຳ-ສັດປ່າຈັດ ໂດຍການເປັນປະທານຂອງທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງຄຳມ່ວນ, ມີກອງກວດກາປ່າ ໄມ້ແຂວງຄຳມ່ວນ, ບໍລິຄຳໄຊ, ແຂວງຫົວພັນ, ຕາງໜ້າກອງທຶນປົກປັກຮັກສາສິ່ງແວດລ້ອມພ້ອມດ້ວຍພະນັກງານຈາກພະແນກການ, ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ຄຳແກ້ວ ລັດທະຍອດ ຫົວໜ້າກອງກວດກາປ່າໄມ້ແຂວງຄຳມ່ວນ ທັງເປັນຫົວໜ້າໂຄງການລາຍງານວ່າ: ໂຄງການສ້າງຄວາມເຂັ້ມແຂງໃນການບັງ ຄັບໃຊ້ກົດໝາຍສັດນ້ຳ-ສັດປ່າແຂວງຄຳມ່ວນແມ່ນໄດ້ເລີ່ມຈັດຕັ້ງປະຕິບັດໃນປີ 2015 ລວມມີງົບປະມານທັງໝົດ 4,44 ແສນໂດລາ ແລະຈະສິ້ນສຸດໂຄງ ການໃນປີ 2020 ສະເພາະກິດຈະກໍາໃນປີ 2018 ແມ່ນໄດ້ເຄື່ອນໄຫວຕິດຕາມ ແລະສ້າງບັນຊີເຄືອຄ່າຍຜູ້ລັກລອບຊື້-ຂາຍສັດນ້ຳ ແລະສັດປ່າໄດ້ 6 ບັນຊີ, ມີເປົ້າໝາຍ 75 ລາຍ, ກວດກາຟາມລ້ຽງສັດປ່າຢູ່ພາຍໃນແຂວງ, ຕິດຕາມ, ກວດກາແລະດຳເນີນຄະດີຜູ້ບຸລຸກລັກລອບເຂົ້າເຂດປ່າສະ ຫງວນມີ 9 ເລື່ອງ, ມີຜູ້ຖືກຫາ 12 ຄົນ. ໃນນັ້ນມີຄົນຕ່າງດ້າວ 9 ຄົນ ແລະອຸປະກອນລ່າສັດອີກຈຳນວນໜຶ່ງ, ຢຶດສັດປ່າໄດ້ 784 ໂຕລວມນ້ຳໜັກ 952 ກິໂລ.

ພ້ອມດຽວກັນນີ້ຍັງໄດ້ສ້າງຕັ້ງເຄືອຄ່າຍບັງຄັບໃຊ້ກົດໝາຍສັດນ້ຳ-ສັດປ່າ ຂັ້ນເມືອງທັງ 10 ຕົວເມືອງ, ລົງກວດກາ ແລະອອກໃບຢັ້ງຢືນເພື່ອຕິດຕາມຟາມ ແລະບຸກຄົນທີ່ນຳສັດປ່າມາລ້ຽງປະເພດເສືອໂຄ່ງ, ເສືອດາວ, ໝີຄວາຍ, ສິງ, ກວາງ, ກວາງດາວ, ຟານ, ນົກຍູງ, ນົກກົກຄໍເອີມ, ໄກ່ຂວາ, ນົກສາລີການ ແລະໝູປ່າ, ລົງເຜີຍແຜ່ລະບຽບກົດໝາຍໃຫ້ແກ່ປະຊາຊົນໄດ້ 9 ຄັ້ງ, ມີຜູ້ເຂົ້າຮ່ວມ 700 ກວ່າຄົນ.

 ໂອກາດດັ່ງກ່າວຍັງໄດ້ຮັບຟັງການລາຍງານຄວາມຄືບໜ້າໂຄງການສ້າງຄວາມເຂັ້ມແຂງໃນການບັງຄັບໃຊ້ກົດໝາຍສັດນ້ຳ-ສັດປ່າຂອງແຂວງບໍລິຄຳໄຊ ແລະແຂວງຫົວພັນຈາກນັ້ນກອງປະຊຸມຍັງໄດ້ປຶກສາຫາລືປະກອບຄຳຄິດຄຳເຫັນໃນການປະຕິບັດວຽກງານຂອງຄະນະປະສານງານໂຄງການລວມເຖິງບັນຫາ ແລະສິ່ງທ້າທາຍໃນການຈັດຕັ້ງປະຕິບັດ.

ຂ່າວ: ກອງຄຳ