ທ່ານ ຮຸນ ມາເນດ ຮັບຕຳແໜ່ງນາຍົກລັດຖະມົນຕີຂອງກຳປູເຈຍ

ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ສິງຫາ 2023ນີ້ , ສະພາແຫ່ງຊາດກຳປູເຈຍໄດ້ມີມະຕິເຫັນດີເປັນເອກະພາບ ເລືອກທ່ານ ຮຸນ ມາເນດ ດຳລົງຕຳແໜ່ງນາຍົກລັດຖະມົນຕີຄົນໃໝ່ຂອງປະເທດກຳປູເຈຍ ຢ່າງເປັນທາງການ.

ທ່ານ ຮຸນ ມາເນດ ໄດ້ຖະແຫຼງຕໍ່ກອງປະຊຸມສະພາຄັ້ງທຳອິດໃນຖານະນາຍົກລັດຖະມົນຕີວ່າ: ມື້ນີ້ເປັນມື້ປະຫວັດສາດສຳລັບກຳປູເຈຍ ໂດຍການຂຶ້ນຮັບຕຳແໜ່ງນາຍົກລັດຖະມົນຕີຂອງທ່ານ ຮຸນ ມາເນດ ຖືວ່າເປັນການປ່ຽນຜ່ານອຳນາດຄັ້ງທຳອິດໃນຮອບ 38 ປີຂອງກຳປູເຈຍ ຫຼື ນັບຕັ້ງແຕ່ປີ 1985 ທີ່ທ່ານ ຮຸນເຊນ ຂຶ້ນຮັບຕຳແໜ່ງ.
ທັງນີ້, ສົມເດັດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງຣາຊະອານາຈັກກຳປູເຈຍ ກ່າວໃນລະຫວ່າງພິທີເປີດກອງປະຊຸມສະພາວ່າ: ຕະຫຼອດໄລຍະເວລາຫຼາຍກວ່າ 30 ປີທີ່ຜ່ານມາກຳປູເຈຍມີການພັດທະນາທຸກດ້ານຢ່າງຫຼວງຫຼາຍ ແລະຮຽກຮ້ອງໃຫ້ສະມາຊິກສະພາຊຶ່ງໄດ້ຮັບການເລືອກຕັ້ງຄັ້ງນີ້ມຸ່ງເນັ້ນເດີນໜ້າພັດທະນາກຳປູເຈຍຕໍ່ໄປເພື່ອເພີ່ມລະດັບຄຸນນະພາບຊີວິດຂອງປະຊາຊົນໃຫ້ມີຄວາມເທົ່າທຽມກັນ.