ເຈົ້າໜ້າທີ່ເມືອງດາກຈຶງ ຢຶດສັດປ່າ ຫລາຍກວ່າ 300 ໂຕ ຕາມຕະຫລາດ

ໜ່ວຍງານບັງຄັບໃຊ້ກົດໝາຍວ່າດ້ວຍສັດນໍ້າ ແລະສັດປ່າ ແຂວງເຊກອງ ພ້ອມດ້ວຍເຈົ້າໜ້າທີ່ຈາກຫ້ອງການກະສິກໍາ ແລະປ່າໄມ້ ເມືອງດາກຈຶງ ໄດ້ລົງເຄື່ອນໄຫວກວດກາການລັກລອບ ຄ້າ-ຂາຍ ສັດປ່າ ໂດຍສະເພາະສັດປ່າທີ່ນອນຢູ່ໃນ ບັນຊີ I (ປະເພດຫວງຫ້າມ) ແລະບັນຊີ II (ປະເພດຄຸ້ມຄອງ) ຕາມເສັ້ນທາງ ແລະ ຕະຫລາດ ເຂດເທສະບານ ເມືອງດາກຈຶງ ໃນວັນທີ 16-17 ສິງຫາ ຜ່ານມາ ແລະສາມາຢຶກສັດປ່າໄດ້ຫລາຍກວ່າ 300 ໂຕ.

ຈາກການລົງກວດກາ ເປັນເວລາ 2 ວັນ ສາມາຢຶດ ສັດປ່າທີ່ຕາຍແລ້ວ 36 ໂຕ ລວມມີ ກະຮອກແດງ, ບ່າງໃຫຍ່, ບ່າງລາຍ, ໄກ່ຂົວ, ນົກເຂົາ ແລະອື່ນໆ. ພ້ອມນີ້ຍັງມີສັດປ່າທີ່ຍັງມີຊີວິດ 302 ໂຕ ປະກອບມີ: ນົກປະຫລຽວ/ນົກຂວາກ, ນົກກະທົວ, ອົ້ນ ແລະອື່ນໆ.

ສ່ວນສັດປ່າທີ່ຍັງມີຊີວິດທັງໝົດແມ່ນໄດ້ປ່ອຍຄືນສູ່ທໍາມະຊາດ. ສ່ວນຊາກສັດປ່າທີ່ຕາຍແລ້ວແມ່ນຖືກນໍາມາທໍາລາຍຖິ້ມໂດຍເຈົ້າໜ້າທີ່ ທີ່ເມືອງດັ່ງກ່າວ.

ວຽກງານສະໜັບສະໜູນບັງຄັບໃຊ້ກົດໝາຍວ່າດ້ວຍສັດນໍ້າ-ສັດປ່າ ເປັນໜຶ່ງໃນວຽກງານທີ່ອົງການກອງທຶນອະນຸລັກທໍາມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ໄດ້ໃຫ້ການສະໜັບສະໜູນລັດຖະບານລາວ ຜ່ານກົມກວດກາປ່າໄມ້ ແລະພະແນກກະສິກໍາ ແລະປ່າໄມ້ ໃນຂອບເຂດທົ່ວປະເທດ, ຮ່ວມກັນອະນຸລັກສັດປ່າ ຢຸດລ່າ, ຢຸດກິນເພື່ອສຸຂະພາບຂອງພວກເຮົາທຸກຄົນ ແລະຄວາມອຸດົມສົມບູນຂອງທໍາມະຊາດ ແລະເພື່ອຫລີກລ່ຽງການກະທໍາທີ່ກ່ຽວກັບສັດປ່າທີ່ອາດຜິດຕໍ່ກົດໝາຍ.
ຂໍ້ມູນ: WWF Laos