ຜູ້ທີ່ມີບັນຊີເງິນຝາກເປັນເງິນຕາຕ່າງປະເທດ ສາມາດຮັບດອກເບ້ຍ-ຖອນ ເປັນເງິນຕາຕ່າງປະເທດໄດ້ຕາມລະບຽບການ

ວັນທີ 18 ກໍລະກົດນີ້ ຫ້ອງການທະນາຄານແຫ່ງ ສປປ ລາວ (ທຫລ) ອອກໜັງສືແຈ້ງການເຖິງ ພໍ່ແມ່ປະຊາຊົນ,ພໍ່ຄ້າຊາວຂາຍ,ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ, ຕະຫລອດເຖິງ ຜູ້ທີ່ອາໄສຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດໃຫ້ມີສະຕິລະວັງຕົວຕໍ່ການຮັບຟັງຂ່າວສານທີ່ບໍ່ມີມູນຄວາມຈິງຕາມສື່ອອນລາຍຕ່າງໆ. ເນື່ອງຈາກໃນປັດຈຸບັນ, ມີຜູ້ບໍ່ຫວັງດີຈຳນວນໜຶ່ງໄດ້ເຄື່ອນໄຫວ ແລະ ປ່ອຍຂ່າວວ່າ: ຜູ້ໃດຫາກມີບັນຊີເງິນຝາກທີ່ເປັນເງິນຕາຕ່າງປະເທດ ຫລື ການໂອນເງິນມາຈາກຕ່າງປະເທດ ເພື່ອເຂົ້າບັນຊີຂອງຕົນທີ່ຝາກໄວ້ນຳທະນາຄານທຸລະກິດ ຢູ່ ສປປ ລາວ ຈະບໍ່ສາມາດຖອນເງິນດັ່ງກ່າວເປັນສະກຸນເງິນຕາຕ່າງປະເທດໄດ້ເລີ່ມແຕ່ເດືອນກັນຍາ 2023 ເປັນຕົ້ນໄປ ນັ້ນເປັນການປ່ອຍຂ່າວທີ່ບໍ່ມີມູນຄວາມຈິງ.
 
ອີງໃສ່ນິຕິກຳການຄຸ້ມຄອງເງິນຕາຕ່າງປະເທດ ແລະລະບຽບການທີ່ກ່ຽວຂ້ອງບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງພາຍໃນ ແລະຕ່າງປະເທດທີ່ມີບັນຊີເງິນຝາກເປັນເງິນຕາຕ່າງປະເທດທີ່ຝາກໄວ້ນຳທະນາຄານທຸລະກິດຢູ່ ສປປ ລາວ ແມ່ນສາມາດຮັບດອກເບ້ຍ ແລະຖອນເປັນເງິນຕາຕ່າງປະເທດໄດ້ຕາມລະບຽບການ.
 
ສະນັ້ນ, ຫ້ອງການທະນາຄານແຫ່ງ ສປປ ລາວ ມາຍັງທົ່ວສັງຄົມຈົ່ງມີສະຕິລະວັງຕົວ ແລະບໍ່ໃຫ້ຫລົງເຊື່ອຂໍ້ມູນຂ່າວສານທີ່ບໍ່ມີມູນຄວາມຈິງດັ່ງກ່າວ, ຮຽກຮ້ອງໃຫ້ທຸກພາກສ່ວນເອົາໃຈໃສ່ ແລະຕິດຕາມຂໍ້ມູນຂ່າວສານທີ່ຖືກຕ້ອງຈາກພາກສ່ວນທີ່ກ່ຽວຂ້ອງເທົ່ານັ້ນ.