ງານວາງສະແດງຈີນ-ອາຊີໃຕ້ ຄັ້ງທີ 7 ແລະການນໍາເຂົ້າ-ສົ່ງອອກ ສິນຄ້າຈີນ ຄັ້ງທີ 27

ໃນວັນທີ 14-17 ສິງຫາ ນີ້, ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມງານວາງສະແດງຈີນ-ອາຊີໃຕ້ ຄັ້ງທີ 7 ແລະ ງານວາງສະແດງການນຳເຂົ້າ-ສົ່ງອອກ ສິນຄ້າຈີນ (ຄຸນໝິງ) ຄັ້ງທີ 27 ພາຍໃຕ້ຫົວຂໍ້: “ສາມັກຄີຮ່ວມກັນ ເພື່ອພ້ອມກັນພັດທະນາ” ຈຸດປະສົງຂອງງານວາງສະແດງດັ່ງກ່າວແມ່ນເພື່ອໃຊ້ເປັນເວທີໜຶ່ງທີ່ມີຄວາມສໍາຄັນໃນການເຄື່ອນໄຫວຮ່ວມມືວຽກງານການທູດຫຼາຍຝ່າຍ, ການຮ່ວມມືດ້ານເສດຖະກິດ ແລະການຄ້າ ແລະການແລກປ່ຽນໄປມາຫາສູ່ກັນ ລະຫວ່າງ ປະຊາຊົນຂອງຈີນ, ອາຊີໃຕ້ ແລະອາຊີຕາເວັນອອກສ່ຽງໃຕ້ ແລະພາກພື້ນອື່ນໆ. ພ້ອມດຽວກັນນີ້, ກໍຍັງເປັນເວທີສໍາຄັນສໍາລັບພາກລັດ ແລະ ພາກທຸລະກິດຂອງ ສປ ຈີນ ແລະບັນດາປະເທດຕ່າງໆ ທີ່ເຂົ້າຮ່ວມງານ ກໍຄືລະຫວ່າງ ບັນດາພາກສ່ວນກ່ຽວຂ້ອງຕ່າງໆ ຂອງປະເທດທີ່ເຂົ້າຮ່ວມງານຄັ້ງນີ້ດ້ວຍກັນໃນການປຶກສາຫາລື, ແລກປ່ຽນທັດສະນະ ແລະປະສົບການທີ່ດີຮ່ວມກັນເພື່ອຊອກຫາຊ່ອງທາງຮ່ວມມືຄ້າຂາຍນຳກັນໃນອະນາຄົດ.

ງານວາງສະແດງດັ່ງກ່າວໄດ້ຈັດແບ່ງອອກເປັນ 15 ເຂດຫ້ອງວາງສະແດງ (exhibition pavilion) ຊຶ່ງໃນນັ້ນປະກອບມີຫ້ອງວາງສະແດງດ້ານຊັບພະຍາກອນເສດຖະກິດ, ຫ້ອງວາງສະແດງດ້ານເສດຖະກິດທ່າເຮືອ, ຫ້ອງວາງສະແດງຂົງເຂດເສດຖະກິດ, ຫ້ອງວາງສະແດງເສດຖະກິດດີຈີຕອນ, ຫ້ອງວາງສະແດງການຜະລິດທັນສະໄໝ, ຫ້ອງວາງສະແດງຂອງບັນດາປະເທດອາຊີໃຕ້, ຫ້ອງວາງສະແດງອາຊີຕາເວັນອອກສ່ຽງໃຕ້, ຫ້ອງວາງສະແດງຂອງບັນດາປະເທດອື່ນໆ, ຫ້ອງວາງສະແດງການຮ່ວມມືພາກພື້ນ, ຫ້ອງວາງສະແດງດ້ານວັດທະນະທຳ ແລະ ພິພິດຕະພັນທ່ອງທ່ຽວ, ຫ້ອງວາງສະແດງດ້ານກະສິກໍາທັນສະໄໝສະເພາະເຂດພູພຽງ, ຫ້ອງວາງສະແດງດ້ານຢາຊີວະພາບ ແລະ ສຸຂະພາບທີ່ດີ ແລະ ຫ້ອງວາງສະແດງອື່ນໆ ຊຶ່ງໃນນັ້ນປະກອບມີຫຼາຍກ່ວາ 2.000 ບໍລິສັດ ແລະ ບັນດາຜູ້ປະກອບການຕ່າງໆ ຈາກພາຍໃນ ສປ ຈີນ ແລະ 60 ກ່ວາ ປະເທດໃນພາກພື້ນອາຊີ ແລະພາກພື້ນອື່ນໆເຂົ້າຮ່ວມ.

ໃນໂອກາດເຂົ້າຮ່ວມງານວາງສະແດງໃນຄັ້ງນີ້ທ່ານຮອງປະທານປະເທດຍັງໄດ້ຮັບກຽດໃຫ້ຂຶ້ນມີຄໍາເຫັນໃນພິທີເປີດງານທາງການໂດຍທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຝ່າຍ ສປ ຈີນ ໂດຍສະເພາະນະຄອນຄຸນໝິງ ແລະ ຄະນະຮັບຜິດຊອບຈັດງານວາງສະແດງໃນຄັ້ງນີ້ທີ່ສາມາດຈັດງານໄດ້ຢ່າງຍິ່ງໃຫຍ່, ຈົບງາມ ແລະມີຄວາມໝາຍສໍາຄັນສອດຄ່ອງກັບສະພາບເສດຖະກິດຂອງໂລກໃນປັດຈຸບັນ; ນອກນັ້ນທ່ານຮອງປະທານປະເທດຍັງໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງການຈັດຕັ້ງປະຕິບັດຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງຂອງ ສປ ຈີນ ຄົບຮອບ 10 ປີ ຊຶ່ງສອດຄ່ອງກັບຍຸດທະສາດຂອງ ສປປ ລາວ “ໃນການຫັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລມາເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ” ແລະຍົກໃຫ້ເຫັນເຖິງຄວາມສໍາຄັນຂອງການຮ່ວມກັນສ້າງເສັ້ນທາງລົດໄຟ ລາວ-ຈີນ ໄດ້ນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນ ສອງຊາດລາວ-ຈີນ, ກໍຄື ບັນດາປະເທດໃນພາກພື້ນ ຊຶ່ງເປັນການປະກອບສ່ວນເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະການໄປມາຫາສູ່ລະຫວ່າງ ປະຊາຊົນໃນພາກພື້ນຢ່າງແທ້ຈິງ.
(ຂ່າວ-ພາບ: ກະຊວງການຕ່າງປະເທດ)