ກະຊວງ ຮສສ ມອບບັດພະນັກງານ-ລັດຖະກອນ ງວດ 2

ກະຊວງແຮງງານ ແລະສະຫວັດດີການສັງຄົມ (ຮສສ) ຈັດພິທີມອບບັດພະນັກງານ-ລັດຖະກອນງວດ 2 ໃນວັນທີ 17 ສິງ ຫາ 2023 ໂດຍມີທ່ານ ຄຳໄຊ ເຊຍຢິງຢ່າງ ຫົວໜ້າກົມຈັດຕັ້ງ ແລະພະນັກງານ ແລະທ່ານ ສິງທະວອນ ດາລາວົງ ຫົວໜ້າກົມຄຸ້ມຄອງລັດຖະກອນ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ພ້ອມທັງແນະນຳໃຫ້ພະນັກງານ-ລັດຖະກອນ ຜູ້ຖື ແລະນຳໃຊ້ບັດ ມີຄວາມຮັບຮູ້ ແລະເຂົ້າໃຈໃນການນໍາໃຊ້ບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະເປັນເອກະພາບໃນຂອບເຂດທົ່ວປະເທດ.

ການອອກບັດພະນັກງານ-ລັດຖະກອນ ເປັນການຢັ້ງຢືນ ແລະກວດກາບັນຊີຈຳນວນພົນພະນັກງານ-ລັດຖະກອນຜູ້ມີໜ້າ ຫລືບໍ່ມີໜ້າຕົວຈິງ ຂອງບັນດາກະຊວງ, ອົງການຂັ້ນສູນກາງ ແລະອົງການປົກຄອງທ້ອງຖິ່ນ, ທັງເປັນການປັບປຸງຂໍ້ມູນປະຫວັດລັດຖະກອນໃຫ້ຖືກຕ້ອງ, ສອດຄ່ອງກັບລະບຽບການ, ຫັນການຄຸ້ມຄອງພະນັກງານ-ລັດຖະກອນ ຕາມກົດໝາຍ, ລະບຽບການ ແລະທັນສະໄໝເຮັດໃຫ້ການເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະເງິນນະໂຍບາຍຕ່າງໆຖືກຕ້ອງຕາມຕົວຈິງ; ທັງເປັນບ່ອນອີງໃຫ້ອົງການຄຸ້ມຄອງພະນັກງານ-ລັດຖະກອນ ຂອງບັນດາກະຊວງ, ອົງການທຽບເທົ່າກະຊວງຂັ້ນສູນກາງ, ຂັ້ນແຂວງ ແລະຂັ້ນເມືອງ ມີຄວາມສະດວກ ແລະພາກສ່ວນຕ່າງໆທີ່ມີສ່ວນກ່ຽວຂ້ອງລວມທັງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຕົວຈິງໃນຂອບເຂດທົ່ວປະເທດ.

ຊຶ່ງຈຸດປະສົງການອອກບັດແມ່ນໄດ້ກຳນົດເປົ້າໝາຍ ແລະຫລັກການ, ລະບຽບການ ແລະມາດຕະການກ່ຽວກັບການອອກບັດພະນັກງານ-ລັດຖະກອນ ເຮັດໃຫ້ການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ ແລະອົງການຈັດຕັ້ງມະຫາຊົນຂັ້ນສູນກາງ,ທ້ອງຖິ່ນ ແລະພາກສ່ວນທີ່ກ່ຽວຂ້ອງມີບ່ອນອີງໃນການດໍາເນີນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໄດ້ຢ່າງຖືກຕ້ອງ ແລະເປັນລະບົບ. ສຳລັບເປົ້າໝາຍທີ່ຈະອອກບັດໃຫ້ແມ່ນລັດຖະກອນທີ່ມີຕຳແໜ່ງບໍລິຫານ, ລັດຖະກອນວິຊາການ ແລະ ລັດຖະກອນຊ່ວຍວຽກບໍລິຫານທີ່ປະຈຳການປົກກະຕິ.
ທີ່ມາ: ຂ່າວສານ ຮສສ