ຊ່ຽວຊານອາຊຽນ-ຍີ່ປຸ່ນ ເລືອກ ສປປ ລາວ ໃນການເກັບກຳຂໍ້ມູນເພື່ອເຮັດບົດວິໄຈ ການພັດທະນາກິລາຄົນພິການ

ຄະນະຊ່ຽວຊານອາຊຽນ-ຍີ່ປຸ່ນ ຈາກຄະນະວິທະຍາສາດການກິລາ ມະຫາວິທະຍາໄລສຸກູບະ ປະເທດຍີ່ປຸ່ນ ໄດ້ເລືອກເອົາ ສປປ ລາວ ເປັນປະເທດທຳອິດໃນຂົງເຂດອາຊຽນ ໃນການເກັບກຳຂໍ້ມູນ, ສຳພາດຄູ ແລະນັກກິລາ ເພື່ອນຳໄປເຮັດບົດວິໄຈ ກ່ຽວກັບການພັດທະນາກິລາຄົນພິການ, ຄູພະລະສຶກສາ ແລະການມີສ່ວນຮ່ວມຂອງຄົນປົກກະຕິ ແລະຄົນພິການລາວ.

ທ່ານ ສຈ. ດຣ ຮາກາຮີໂຣະ ຊາໂຕ ຫົວໜ້າໂຄງການຜູ້ນໍາດ້ານກິລາຄົນພິການໄດ້ໃຫ້ຮູ້ໃນໂອກາດເຂົ້າພົບປະຢ້ຽມຢາມການນຳກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍການຕ້ອນຮັບຈາກ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີກະຊວງ ສສກ ໃນວັນທີ 15 ສິງຫາ 2023 ຜ່ານມາວ່າ: ການມາເຄື່ອນໄຫວເຮັດວຽກເກັບເອົາຂໍ້ມູນສຳພາດເຮັດບົດວິໄຈກ່ຽວກັບກິລາຄົນພິການ, ຄູພະລະສຶກສາ ແລະການມີສ່ວນຮ່ວມຂອງຄົນປົກກະຕິ ແລະຄົນພິການລາວໃນຄັ້ງນີ້, ຄະນະຊ່ຽວຊານອາຊຽນ-ຍີ່ປຸ່ນ ໄດ້ຮ່ວມເຮັດວຽກກັບກົມກິລາມວນຊົນ, ພະລະ ແລະສິລະປະສຶກສາ, ພ້ອມທັງສຳພາດຜູ້ເຂົ້າຮ່ວມກອງປະຊຸມຄູສອນພະລະສຶກສາມັດທະຍົມ 7 ແຫ່ງ, ດຳເນີນການສຳພາດຜູ້ເຂົ້າຮ່ວມກອງປະຊຸມຄູຝຶກກິລາຍົກນໍ້າໜັກ, ຄູຝຶກກິລາແລ່ນ-ລານ, ຄູຝຶກກິລາລອຍນໍ້າ, ດຳເນີນການສຳພາດຜູ້ເຂົ້າຮ່ວມກອງປະຊຸມຄູຝຶກກິລາໂກນບານ,ຄູຝຶກກິລາບານບ້ວງລໍ້ເລື່ອນ,ຄູຝຶກກິລາບານເຕະ ແລະຄູຝຶກກິລາບັອດເຊຍ ແລະໄດ້ໄປຢ້ຽມຊົມສະຖານທີ່ຝຶກຊ້ອມແຫ່ງຕ່າງໆ. ນອກຈາກນັ້ນ, ຍັງໄດ້ສຳພາດນັກກິລາໂກນບານ, ນັກກິລາບານບ້ວງລໍ້ເລື່ອນ, ນັກກິລາບານເຕະ ແລະນັກກິລາບັອດເຊຍຕື່ມອີກ.

ໂອກາດນີ້, ນາງ ຂັນທະລີ ສີຣິພົງພັນ ໄດ້ສະແດງຄວາມຂອບໃຈຍັງຄະນະຊ່ຽວຊານອາຊານ-ຍີ່ປຸ່ນ ທີ່ໄດ້ປະກອບສ່ວນໃນວຽກງານການພັດທະນາພະລະສຶກສາ ແລະ ວຽກງານກິລາ-ກາຍະກຳຄົນພິການເປັນການຮຽນຮູ້, ເຂົ້າໃຈຕໍ່ບົດຮຽນອັນໃໝ່ເພື່ອນຳໄປຈັດຕັ້ງປະຕິບັດວຽກງານໃຫ້ມີຜົນສຳເລັດ. ໃນໄລນະຜ່ານມາກະຊວງ ສສກ ໄດ້ມີສາຍສຳພັນທີ່ດີ ແລະໄດ້ຮັບການຊ່ວຍເຫລືອຈາກປະເທດຍີ່ປຸ່ນຫລາຍດ້ານໂດຍສະເພາະວຽກງານກິລາ-ກາຍະກຳຄົນພິການ ແລະອື່ນໆ.
ທີ່ມາ: Targetmamgazine