ກອງປະຊຸມ ສະພາບໍລິຫານ ທຫລ ເພື່ອຮັກສາສະຖຽນລະພາບເງິນຕາແຫ່ງຊາດ ຄັ້ງທີ II

ກອງປະຊຸມ ສະພາບໍລິຫານ ທະນາຄານ ແຫ່ງ ສປປ ລາວ (ທຫລ) ຄັ້ງທີ II ໄດ້ຈັດຂຶ້ນ ໃນວັນທີ 16 ສິງຫານີ້ທີ່ ທຫລ, ພາຍໃຕ້ການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານສະພາບໍລິຫານ ທຫລ ຜູ້ວ່າການ ທຫລ ຊຶ່ງມີຮອງປະທານສະພາບໍລິຫານ, ຮອງລັດຖະມົນຕີ, ກໍາມະການສະພາບໍລິຫານ, ຮອງຜູ້ວ່າການ ທຫລ ເຂົ້າຮ່ວມ.

ໂອກາດນີ້,ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ກ່າວວ່າ: ນັບແຕ່ກອງປະຊຸມສະພາບໍລິຫານ ທຫລ ຄັ້ງຜ່ານມາ, ທຫລ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ມາດຕະການຕ່າງໆ ເພື່ອຮັກສາສະຖຽນລະພາບເງິນຕາແຫ່ງຊາດ, ຮັກສາສະຖຽນສະພາບທາງດ້ານການເງິນ, ລະບົບຊໍາລະສະສາງທີ່ຕິດພັນກັບວາລະແຫ່ງຊາດໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະຈັດຕັ້ງປະຕິບັດວຽກງານອື່ນໆ ຕາມມະຕິຂອງສະພາບໍລິຫານ ທຫລ ດ້ວຍຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງ ເປັນຕົ້ນ: ໄດ້ຄົ້ນຄວ້າປັບປຸງຮ່າງກົດໝາຍວ່າດ້ວຍທະນາຄານທຸລະກິດ ແລະ ໄດ້ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX, ຄຳສັ່ງຂອງນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດ, ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດກ່ຽວກັບການນຳເຂົ້າ-ສົ່ງອອກສິນຄ້າ ແລະການບໍລິການ. ແຕ່ເຖິງຢ່າງໃດກໍຕາມ, ການຈັດຕັ້ງປະຕິບັດຕົວຈິງແມ່ນມີສິ່ງທ້າທ້າຍຫຼາຍດ້ານເປັນຕົ້ນ: ການເພີ່ມຂຶ້ນສູງຂອງລາຄານໍ້າມັນຢູ່ຕະຫຼາດສາກົນ,ຄວາມຜັນຜວນຂອງລາຄາຄໍາ, ຄ່າເງິນສະກຸນຫຼັກຢູ່ຕະຫຼາດສາກົນແຂງຄ່າຂຶ້ນຊຶ່ງມີຜົນມາຈາກບັນຫາຄວາມຂັດແຍ່ງພູມມີສາດການເມືອງລະຫວ່າງປະເທດມະຫາອຳນາດ ເຮັດໃຫ້ການຮັກສາສະຖຽນລະພາບເງິນຕາແຫ່ງຊາດປະສົບກັບບັນຫາຫຼາຍດ້ານ ໂດຍສະເພາະແມ່ນອັດຕາເງິນເຟີ້ຍັງຢູ່ໃນລະດັບສູງ,ອັດຕາແລກປ່ຽນກີບທຽບໃສ່ເງິນໂດລາ ແລະທຽບໃສ່ເງິນບາດຍັງມີທ່າອ່ຽງອ່ອນຄ່າແຮງ ແລະມີສ່ວນຕ່າງກວ້າງອອກ ແລະ ສະພາບຄວາມຕ້ອງການເງິນຕາຕ່າງປະເທດໃນການຊໍາລະກັບຕ່າງປະເທດຂອງ ສປປ ລາວ ຍັງຢູ່ໃນລະດັບສູງ.

ເພື່ອສືບຕໍ່ປະຕິບັດໜ້າທີ່ການເມືອງຂອງຂະແໜງທະນາຄານ. ກອງປະຊຸມຄັ້ງນີ້ຈະໄດ້ຮັບຟັງການລາຍງານ ແລະຄົ້ນຄວ້າພິຈາລະນາປະກອບຄໍາເຫັນໃສ່ເອກະສານທີ່ສໍາຄັນ 4 ສະບັບ ຄື: 1. ບົດສະຫຼຸບການເຄື່ອນໄຫວວຽກງານຂອງ ທຫລ 7 ເດືອນຕົ້ນປີ ແລະທິດທາງແຜນການ 5 ເດືອນທ້າຍປີ 2023, 2. ການຈັດຕັ້ງປະຕິບັດແຜນເງິນຕາ 7 ເດືອນຕົ້ນປີ ແລະທິດທາງແຜນການຮອດທ້າຍປີ 2023; 3. ການສະຫຼຸບຂາດຕົວງົບປະມານ ປີ 2022; 4. ການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ ແລະຄາດຄະເນ 6 ເດືອນທ້າຍປີ 2023.
ທີ່ມາ: ຕຸໄລເພັດ