ມຽນມາ ຫລຸດໂທດຈໍາຄຸກ 6 ປີໃຫ້ນາງ ອອງຊານຊູຈີ ແລະຍັງອີກ 20 ກວ່າປີ ຈື່ງຈະຫມົດໂທດ

ວັນທີ 1 ສິງຫານີ້, ຄະນະກຳມະການຄຸ້ມຄອງແຫ່ງລັດມຽນມາໄດ້ປະກາດອະໄພຍະໂທດໃຫ້ແກ່ນັກໂທດເກືອບ 8 ພັນຄົນ

ຄຳປະກາດດັ່ງກ່າວລະບຸວ່າ: ປະທານຄະນະກຳມະການຄຸ້ມຄອງແຫ່ງລັດມຽນມາໄດ້ອີງຕາມມາດຕາທີ່ກ່ຽວຂ້ອງຂອງກົດໝາຍອາຍາໂດຍໄດ້ຫຼຸດຜ່ອນໂທດຈຳຄຸກໃຫ້ ນາງອອງຊານຊູຈີຈາກ 5 ຄະດີ, ແລະຫຼຸດຜ່ອນໂທດຈຳຄຸກຕໍ່ທ້າວ ວີນມີນ ຈາກ 2 ຄະດີ.

ໂຄສົກຄະນະກຳມະການຄຸ້ມຄອງແຫ່ງລັດມຽນມາກ່າວວ່າ: ເທື່ອນີ້ທ່ານ ນາງ ອອງຊານຊູຈີ ຖືກຫຼຸດຜ່ອນໂທດຈຳຄຸກລົງ 6 ປີ, ທ່ານວີນມີນຖືກຫຼຸດຜ່ອນໂທດຈຳຄຸກລົງ 4 ປີ.

ຫຼັງຈາກຖືກຫຼຸດຜ່ອນໂທດຈຳຄຸກແລ້ວ, ທ່ານ ນາງ ອອງຊານຊູຈີ ຍັງຕ້ອງຈຳຄຸກ 20 ກວ່າປີ, ທ່ານວີນມີນຍັງຕ້ອງຈຳຄຸກບໍ່ຮອດ 10 ປີ.