ຟີລິບປິນ ມີຜູ້ເສຍຊີວິດ 25 ຄົນ ແລະປະສົບໄພ 2 ລ້ານກວ່າຄົນ ຍ້ອນພາຍຸໄຕ້ຝຸ່ນດອກຊູຣີ

ຄະນະກຳມະການຫຼຸດຜ່ອນໄພພິບັດແຫ່ງຊາດຟີລິບປິນແຈ້ງໃຫ້ຮູ້ວ່າ: ນັບມາຮອດເວລາ 8 ໂມງຂອງວັນທີ 31 ກໍລະກົດນີ້, ພາຍຸໄຕ້ຝຸ່ນດອກຊູຣີໄດ້

ເຮັດໃຫ້ຟີລິບປິນມີຜູ້ເສຍຊີວິດ 25 ຄົນ, ບາດເຈັບ 52 ຄົນ ແລະຫາຍສາບສູນ 20 ຄົນ. ປະຊາຊົນທີ່ປະສົບໄພມີຫຼາຍກວ່າ 2.390.000 ຄົນ, ມີ 47ແຂວງ ຖືກຜົນກະທົບ, ປັດຈຸບັນ, ມີປະຊາຊົນ 310.000 ຄົນໄດ້ພັກພາອາໄສຢູ່ເຂດຈັດສັນ 737 ແຫ່ງ.

ພາຍຸໄຕ້ຝຸ່ນດອກຊູຣີເຮັດໃຫ້ເກີດອຸບັດເຫດຢູ່ຟີລິບປິນ 849 ລາຍ, ມີເຮືອນຫຼາຍກວ່າ 35,000 ຫຼັງ ແລະພື້ນຖານໂຄງລ່າງ 487ແຫ່ງຖືກທຳລາຍ, ຍອດມູນຄ່າເສຍຫາຍດ້ານພື້ນຖານໂຄງລ່າງປະມານ 63,8 ລ້ານໂດລາ, ຍອດມູນຄ່າເສຍຫາຍດ້ານກະສິກຳປະມານ 34,6 ລ້ານໂດລາ.
ທີ່ມາ: CRI