ລັດຖະບານຈີນ ສັ່ງປົດຜູ້ວ່າທະນາຄານກາງອອກຈາກຕໍາແໜ່ງ

ສໍານັກຂ່າວຊິນຫົວຂອງຈີນຍັງໄດ້ລາຍງານວ່າ: ຄະນະກຳມະການຖາວອນປະຈໍາສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ມີມະຕິສັ່ງປົດທ່ານ ອີ້ ກັງ ອອກຈາກຕໍາແໜ່ງຜູ້ວ່າທະນາຄານກາງ ແລະແຕ່ງຕັ້ງທ່ານ ພານ ກົງເຊິ້ງ ດຳລົງຕໍາແໜ່ງແທນ. ເຊິ່ງທ່ານ ພານ ກົງເຊິ້ງ ເປັນທີ່ຮູ້ຈັກໃນຖານະຜູ້ສະໜັບສະໜູນການໃຊ້ມາດຕະການເຂັ້ມງວດຕໍ່ນັກເກັງກຳໄລໃນຕະຫຼາດແລກປ່ຽນເງິນຕາ ແລະມີບົດບາດສໍາຄັນໃນການປະຕິຮູບທະນາຄານຂອງລັດ, ຄວບຄຸມຕະຫຼາດອະສັງຫາລວມທັງການຫ້າມຊື້ຂາຍ ສະກຸນເງິນຄຣິບໂຕເຄີເຣັນຊີ.

ທັງນີ້ຍັງມີພາລະກິດໃນການກະຕຸ້ນພາກອະສັງຫາລິມະຊັບລວມທັງແກ້ໄຂບັນຫາໜີ້ຈໍານວນຫຼາຍຂອງລັດຖະບານທ້ອງຖິ່ນເຊິ່ງຖືວ່າເປັນປັດໄຈທ້າທາຍລະບົບທະນາຄານ ແລະ ເສດຖະກິດຂອງຈີນໃນວົງກວ້າງ.
ສໍາລັບສາເຫດຂອງການປົດຕໍາແໜ່ງທີ່ສໍາຄັນໃນຄັ້ງນີ້ໃນລາຍງານແມ່ນບໍ່ໄດ້ລະບຸແຕ່ທ່ານ ສີ ຈິ້ນຜິງປະທານປະເທດ ໄດ້ລົງນາມໃນຄໍາສັ່ງສະບັບນີ້ ແລະມີຜົນບັງຄັບໃຊ້ໃນທັນທີ.
ທີ່ມາ: TargetMagazine