ສຳເລັດໂຄງການທົດລອງສ້າງແຜນທີ່ 3 ມິຕິ

ກອງປະຊຸມເຜີຍແຜ່ຜົນສຳເລັດໂຄງການທົດລອງສ້າງແຜນທີ່ 3 ມິຕິ(3D) ຈັດຂຶ້ນວັນທີ 25 ກໍລະກົດ 2023 ທີ່ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ.

ທ່ານ ນາງ ລີວົງ ລາວລີ ກ່າວວ່າ: ໂຄງການດັ່ງກ່າວໄດ້ຈັດຕັ້ງປະຕິບັດຢູ່ເມືອງສີໂຄດຕະບອງ ແລະເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ມີເນື້ອທີ່ທັງໝົດ 4,1 ກິໂລຕາແມັດ ແລະຢູ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ ມີເນື້ອທີ່ທັງໝົດ 1,8 ກິໂລຕາແມັດ, ເປັນໂຄງການຮ່ວມມືລະຫວ່າງກົມແຜນທີ່ແຫ່ງຊາດ ກະຊວງພາຍໃນ ກັບ ບໍລີສັດຢູນິກເທັກ ຈຳກັດ, ຈຸດປະສົງເພື່ອຮ່ວມກັນຈັດຕັ້ງສຳມະນາ ແລະສ້າງກິດຈະກຳທາງດ້ານວິຊາການເຜີຍແຜ່ການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນວຽກງານສຳຫຼວດວັດແທກສ້າງແຜນທີ່ ແລະ ລະບົບຂໍ້ມູນຂ່າວສານທາງດ້ານພູມສາດຮ່ວມກັນປັບປຸງສ້າງຫຼັກສູດຝຶກກອົບຮົມໄລຍະສັ້ນກ່ຽວກັບໃຊ້ເຕັກໂນໂລຊີທີ່ທັນສະໄໝເພື່ອພັດທະນາທາງດ້ານບຸກຄາລາກອນທາງດ້ານເຕັກນິກໃຫ້ທັນຍຸກທັນສະໄໝຕາມມາດຕະຖານສາກົນການໝູນໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນໂຄງການຄົ້ນຄວ້າວິທະຍາສາດ ແລະໂຄງການບໍລິການດ້ານວິຊາການຕົວຈິງເພື່ອສະໜອງ ແລະຮັບໃຊ້ສັງຄົມລວມທັງຍົກລະດັບທາງດ້ານວິຊາການພັດທະນາວິຊາສະເພາະທີ່ກ່ຽວຂ້ອງ.