ປະຊາຊົນເມືອງເລົ່າງາມ ຖືເອົາການປູກກາເຟເປັນອາຊີບຫຼັກ

ໃນໂອກາດທີ່ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ພ້ອມຄະນະໄດ້ລົງຢ້ຽມຢາມພໍ່ແມ່ປະຊາຊົນບ້ານໜອງຈົວ,ເມືອງເລົ່າງາມເພື່ອຢ້ຽມຊົມການຜະລິດກາເຟຄຸນນະພາບ ໂດຍການນຳພາຂອງທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ພ້ອມດ້ວຍການນຳຂອງແຂວງ ແລະໄດ້ຮັບການຕ້ອນຮັບຈາກທ່ານ ສົມສັກ ທົງຄຳຫານ ເຈົ້າເມືອງເລົ່າງາມພ້ອມດ້ວຍການນຳຂອງເມືອງ, ບ້ານ ແລະປະຊາຊົນບ້ານໜອງຈົວເຂົ້າຮ່ວມ.

ທ່ານຮອງປະທານປະເທດໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບທຳການຜະລິດ, ການປູກພຶດອຸດສາຫະກຳໂດຍສະເພາະແມ່ນການປູກກາເຟຖືເປັນອາຊີບຫລັກຂອງປະຊາຊົນພາຍໃນບ້ານມີທັງໝົດ 316 ຄອບຄົວ ເຊິ່ງທັງໝົດນັ້ນແມ່ນໄດ້ຢຶດຖືອາຊີບການປູກກາເຟມາຢ່າງຍາວນານ ແລະເປັນທ່າແຮງທີ່ສໍາຄັນໃນການສ້າງເສດຖະກິດຄອບຄົວ, ເສດຖະກິດບ້ານກໍຄືການແກ້ໄຂຄວາມທຸກຍາກ, ພາຍໃນບ້ານມີເນື້ອທີ່ທຳການຜະລິດທັງໝົດ 1.313 ເຮັກຕາ, ເນື້ອທີ່ປູກກາເຟ 1.101 ເຮັກຕາ.

ໃນນັ້ນ, ປູກກາເຟກາງ 450 ເຮັກຕາ, ກາເຟນ້ອຍ 651 ເຮັກຕາ, ສະມັດຕະພາບສະເລ່ຍ 4 ໂຕນຕໍ່ເຮັກຕາ ຫລືກາເຟກາງ 3-5 ໂຕນຕໍ່ເຮັກຕາ, ການເຟນ້ອຍ 5-7 ໂຕນຕໍ່ເຮັກຕາ, ສະເລ່ຍແຕ່ລະປີຂອງຜົນຜະລິດທັງໝົດພາຍໃນບ້ານ 4.000 ກວ່າໂຕນຕໍ່ປີ ຫລືເປັນໝາກຊອມ ປະມານ 700 ກວ່າໂຕນຕໍ່ປີ, ສະເລ່ຍລາຍຮັບປະມານ 10 ລ້ານກວ່າກີບຕໍ່ຄົນຕໍ່ປີ.

ນອກຈາກນັ້ນ, ແຕ່ລະຄອບຄົວຍັງໄດ້ເຂົ້າເປັນສະມາຊິກກຸ່ມຜະລິດກາເຟທີ່ເປັນໝໍ່ແໜ່ງຜະລິດເປັນສິນຄ້າ 2 ກຸ່ມຄື: ກຸ່ມຜະລິດກາເຟຄຸນນະພາບປອດສານພິດ ຫລື ອໍແກນນິກ (CPC)ມີ 38 ຄອບຄົວ ແລະກຸ່ມຜະລິດກາເຟສະອາດ (GAP) ມີ 25 ຄອບຄົວ ທີ່ເປັນກຸ່ມຊຸກຍູ້,ສົ່ງເສີມການປູກກາເຟ,ທາງດ້ານບົດຮຽນ, ເຕັກນິກ, ວິຊາການ ແລະການເກັບຊື້ໝາກກາເຟ,ການສະໜອງແຫລ່ງທຶນຕ່າງໆ ເຮັດໃຫ້ຂະບວນການປູກກາເຟກາຍເປັນເສດຖະກິດຫລັກຂອງບ້ານ, ຍືນຍົງ ແລະຍາວນານອີກດ້ວຍ.

ທີ່ມາ: ປະເທດລາວ