ເລີ່ມໂຄງການຂຸດຄົ້ນແຮ່ທາດ (ຫີນຣິໂອຣິດ) ຢູ່ເມືອງໂຂງ ບໍລິມາດ 1 ແສນແມັດກ້ອນ/ປີ

ອົງການປົກຄອງແຂວງຈຳປາສັກ​ ໄດ້ອະນຸຍາດໃຫ້ພາກເອກະຊົນສໍາປະທານ ໂຄງການຂຸດຄົ້ນແຮ່ທາດອະໂລຫະ​ ສໍາລັບ​ການກໍ່ສ້າງ​ຢູ່ບ້ານສາມຄ້າງ ເມືອງໂຂງ ແຂວງ​ຈໍາປາສັກ​.

ພິທີເຊັນສັນຍາໄດ້ຈັດຂຶ້ນໃນວັນທີ 26 ກໍລະກົດ​ 2023​ ລະຫວ່າງ​ພະແນກແຜນການ ແລະ​ການລົງທຶນ​ແຂວງ​ ກັບ​ ບໍລິສັດ ຮ່ວມພັດທະນາ ສີທັນດອນ ຈຳກັດ​ ໂດຍການໃຫ້ກຽດເຂົ້າຮ່ວມຂອງ​ ທ່ານ​ ປອ.​ວິໄລວົງ​ ບຸດດາຄໍາ​ ເຈົ້າແຂວງ​ຈໍາປາສັກ​ປະທານຄະນະກໍາມະການຄຸ້ມຄອງການລົງທຶນຂັ້ນແຂວງ.

ຈຸດປະສົງໃນການເຊັນສັນຍາ​ຄັ້ງນີ້​ແມ່ນເພື່ອສຳປະທານຂຸດຄົ້ນແຮ່ທາດອະໂລຫະ (ຫີນຣິໂອຣິດ) ສໍາລັບການກໍ່ສ້າງຢູ່ບ້ານສາມຄ້າງ ເມືອງໂຂງ ໃນບໍລິມາດຂຸດຄົ້ນບໍ່ເກີນ 100.000 ແມັດກ້ອນ/ປີ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດນັບແຕ່ມື້ເຊັນສັນຍາສໍາປະທານເປັນຕົ້ນໄປ.​
ທີ່ມາ: ຫນັງສືພິມຈໍາປາໃຫມ່