ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ປະຕິບັດໄດ້ 77,01% ຫຼຸດຄາດໝາຍ 4,54%

ໂຄງການກໍ່ສ້າງຂົວມິດຕະພາບລາວໄທ ແຫ່ງທີ່ 5 ເຊື່ອມຕໍ່ແຂວງ ບໍລິຄໍາໄຊ ສປປ ລາວ ໄປຫາແຂວງບຶງການປະເທດໄທ ມີຄວາມຄືບໜ້າໄປຫຼາຍແລ້ວແຕ່ການຈັດຕັ້ງປະຕິບັດກໍຍັງເຫັນວ່າມີຄວາມຊັກຊ້າສະເລ່ຍຫຼຸດຄາດໝາຍ 4,54%.

ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ໃຫ້ຮູ້ຜ່ານໜັງສືພິມເສດຖະກິດການຄ້າວ່າ: ແຜນລວມຄວາມຄືບໜ້າຂອງສັນຍາ 1 ທັງໝົດ ມາຮອດທ້າຍເດືອນມິຖຸນາ ປະຕິບັດໄດ້ 63,20% ລື່ນແຜນ 0,10% ແລະ ສັນຍາ 2 ປະຕິບັດໄດ້ 90,83% ຫຼຸດຄາດໝາຍ 9,17% (ສະເລ່ຍແລ້ວຄວາມຄືບໜ້າລວມແຜນທັງໝົດທັງ 2 ສັນຍາ ມາຮອດທ້າຍເດືອນມິຖຸນາ 2023 ປະຕິບັດໄດ້ 77,01% ຫຼຸດຄາດໝາຍ 4,54%).

ສຳລັບແຜນການຂອງວຽກກໍ່ສ້າງໃນເດືອນກໍລະກົດ 2023 ນີ້ແມ່ນ ສັນຍາ 1 ຊ່ວງ 2B ແຜນການປະຕິບັດວຽກໃນເດືອນໃຫ້ໄດ້ 4,44% ແຜນລວມໃຫ້ໄດ້ 67,54%, ສັນຍາ 2 ຊ່ວງ 3 ແຜນການປະຕິບັດວຽກໃນເດືອນໃຫ້ໄດ້ 2,50% ແຜນລວມໃຫ້ໄດ້ 93,33%, ແຜນລວມທັງ 2 ສັນຍາ ໃນເດືອນກໍລະກົດ ໃຫ້ໄດ້ 3,47% ແຜນການລວມ 80,43%.

ສ່ວນຝ່າຍໄທ ຈາກການລາຍງານ ຂອງໜັງສືພິມ NNT ໃຫ້ຮູ້ວ່າການກໍ່ສ້າງຢູ່ຝ່າຍໄທມາຮອດປະຈຸບັນ ມີຄວາມຄືບໜ້າແລ້ວ 82.5% ແລະຄາດວ່າຈະສາມາດເປີດໃຫ້ບໍລິການປະຊາຊົນທັງສອງປະເທດໄດ້ພາຍໃນປີ 2024.