ລັດຖະບານລາວ ມອບຫຼຽນກາມິດຕະພາບໃຫ້ຜູ້ຕາງໜ້າ ອົງການອາຫານໂລກ ປະຈຳລາວ

ໃນວັນທີ 26 ກໍລະກົດ 2023, ທີ່ກະຊວງການຕ່າງປະເທດ, ໄດ້ມີພິທີປະດັບຫຼຽນກາມິດຕະພາບໃຫ້ແກ່ທ່ານ ຢານ ເດລບາເຣີ (Jan Delbaere), ຜູ້ຕາງໜ້າອົງການອາຫານໂລກ (WFP)ປະຈຳ ສປປ ລາວ ເພື່ອເປັນການຍ້ອງຍໍຜົນງານໃນການປະກອບສ່ວນເຂົ້າໃນຂະບວນການສ້າງສາພັດທະນາຂອງ ສປປ ລາວ ພາຍຫຼັງທີ່ສິ້ນສຸດການປະຕິບັດ ໜ້າທີ່ ຢູ່ ສປປ ລາວ, ຕາງໜ້າໃຫ້ລັດຖະບານໃນການປະດັບຫລຽນໂດຍທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີພະນັກງານຈາກບັນດາກະຊວງ, ຂະແໜງການກ່ຽວຂ້ອງ ແລະຜູ້ຕາງໜ້າຈາກອົງການເຄືອຂ່າຍ ສປຊ ປະຈຳ ສປປ ລາວ ເຂົ້າຮ່ວມ.

ໄລຍະການປະຕິບັດໜ້າທີ່ ຢູ່ ສປປ ລາວ, ທ່ານ ຢານ ເດລບາເຣີ ໄດ້ໃຫ້ການຊ່ວຍເຫຼືອລັດຖະບານ ສປປ ລາວ ໃນການຮັບມືກັບໄພພິບັດທາງທຳມະຊາດ ແລະວິກິດການຕ່າງໆ ເປັນຕົ້ນ ຜົນກະທົບຈາກອຸທົກກະໄພ, ການໃຫ້ການຊ່ວຍເຫລືອ ແລະ ການລະດົມທຶນຊ່ວຍເຫຼືອໃນສະພາບແພ່ລະບາດຂອງພະຍາດໂຄວິດ-19, ລວມທັງການດຳເນີນການຖ້ຽວບິນດ້ານມະນຸດສະທຳເພື່ອຂົນສົ່ງອຸປະກອນການແພດ, ວັກຊິນ, ອາຫານ ແລະປະຊາຊົນລາວທີ່ຕ້ອງການເດີນທາງໃນໄລຍະດັ່ງກ່າວ. ພ້ອມກັນນັ້ນ, ກໍສາມາດລະດົມຂົນຂວາຍການຊ່ວຍເຫຼືອເຂົ້າໃນວຽກງານຄໍ້າປະກັນສະບຽງອາຫານ ແລະໂພຊະນາການລວມທັງໂຄງການອາຫານທ່ຽງໃຫ້ແກ່ໂຮງຮຽນຢູ່ ສປປ ລາວ ເປັນມູນຄ່າ 5.374.000 ໂດລາສະຫະລັດ ແລະຊ່ວຍເຫລືອເປັນອາຫານ ຈຳນວນ 13.500 ໂຕນ.

ດັ່ງນັ້ນ, ອີງໃສ່ຜົນງານອັນພົ້ນເດັ່ນ ແລະສຳຄັນດັ່ງກ່າວ, ລັດຖະບານ ແຫ່ງ ສປປ ລາວ ຈຶ່ງໄດ້ຕົກລົງປະດັບປະດັບຫລຽນກາມິດຕະພາບເພື່ອເປັນການຈາລຶກຜົນງານຄວາມດີຂອງທ່ານ ຢານ ເດລບາເຣີ ໃນການປະກອບສ່ວນສະໜັບສະໜູນ ວຽກງານການພັດທະນາ ຢູ່ ສປປ ລາວ.

ໃນໂອກາດກັນນີ້, ທ່ານ ຢານ ເດລບາເຣີ ຜູ້ຕາງໜ້າອົງການອາຫານໂລກ(WFP) ປະຈຳ ສປປ ລາວ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ລັດຖະບານ ສປປ ລາວ ກໍຄື ກະຊວງການຕ່າງປະເທດ ແລະບັນດາຂະແໜງການທີ່ກ່ຽວຂ້ອງ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນການຊ່ວຍເຫລືອ ແລະອຳນວຍຄວາມສະດວກຕະຫລອດໄລຍະການປະຕິບັດໜ້າທີ່ວຽກງານຢູ່ ສປປ ລາວ ຈົນປະສົບຜົນສໍາເລັດເປັນຢ່າງດີພ້ອມທັງໃຫ້ຄຳໝັ້ນສັນຍາວ່າອົງການ WFP ປະຈຳ ສປປ ລາວ ຈະສືບຕໍ່ໃຫ້ການຮ່ວມມື ແລະສະໜັບສະໜູນ ສປປ ລາວ ໃນຕໍ່ໜ້າ.
ທີ່ມາ: ຂປລ