ລັດຖະບານພິຈາລະນາ ການສະສາງ ແລະຖອນຄືນລົດຂອງລັດ

ໃນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນກໍລະກົດ 2023 ໄດ້ດໍາເນີນໃນວັນທີ 24-25 ກໍລະກົດ ທີ່ສຳນັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ພິຈາລະນາ ແລະເຫັນດີດ້ານຫຼັກການຮັບຮອງເອົາຮ່າງຂໍ້ຕົກລົງວ່າດ້ວຍການສະສາງ ແລະຖອນຄືນລົດຂອງລັດ ໂດຍມອບໃຫ້ກະຊວງການເງິນສົມທົບກັບພາກສ່ວນກ່ຽວຂ້ອງປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນຕື່ມເປັນຕົ້ນການກໍານົດຈຸດປະສົງເປົ້າໝາຍໃຫ້ລະອຽດ, ຈະແຈ້ງກວ່າເກົ່າ, ຂັ້ນຕອນ ແລະວິທີການຈັດຕັ້ງປະຕິບັດ ໃຫ້ມີຄວາມນິ້ມນວນ, ການກຳນົດນະໂຍບາຍຕ່າງໆ ໃຫ້ພິຈາລະນາບົນພື້ນຖານສອດຄ່ອງກັບກົດໝາຍ ແລະລະບຽບການທີ່ກ່ຽວຂ້ອງ.

ນອກນັ້ນ, ໃຫ້ຂະແໜງການກ່ຽວຂ້ອງອອກລະບຽບການກ່ຽວກັບການຄຸ້ມຄອງປ້າຍທະບຽນ ແລະພາຫະນະທີ່ຂະແໜງການຂອງຕົນອະນຸຍາດໃຫ້ບຸກຄົນນຳໃຊ້ເປັນກໍລະນີສະເພາະເພື່ອເຮັດໃຫ້ການຄຸ້ມຄອງວຽກງານດັ່ງກ່າວມີປະສິດທິຜົນ, ຮັບປະກັນຄວາມສະຫງົບໃນສັງຄົມ ແລະປົກປ້ອງຜົນປະໂຫຍດລວມຂອງຊາດ.