ອີຣານ ຜະເຊີນກັບພາຍຸຊາຍ ປະຊາຊົນ 1.580 ຄົນ ໄດ້ປິ່ນປົວລະບົບຫາຍໃຈ ແລະດວງຕາ

ສຳນັກຂ່າວຊິນຮວາຂອງ ສປ ຈີນ, ວັນທີ 24 ກໍລະກົດຜ່ານມານີ້, ສຳນັກຂ່າວໄອອາຣເອັນເອ (IRNA) ຂອງທາງການອີຣານ ລາຍງານກໍລະນີປະຊາຊົນຈໍານວນ 1.580 ຄົນ ໄດ້ເຂົ້າຮັບການປິ່ນປົວທາງການແພດໃນແຂວງຊິສຖານ ແລະບາລູຈິສຖານ ທາງຕາເວັນອອກສຽງໃຕ້ຂອງອີຣານ ໃນໄລຍະອາທິດຜ່ານມາ, ຫລັງຈາກແຂວງດັ່ງກ່າວຜະເຊີນກັບພາຍຸຊາຍພັດຖະຫລົ່ມ.

ສຳນັກຂ່າວດັ່ງກ່າວຍັງໄດ້ລາຍງານວ່າທ່ານ ມາຈິດ ໂມເຮບີ ຫົວໜ້າອົງການບັນເທົາທຸກ ແລະຈັດການໄພພິບັດທ້ອງຖິ່ນໄດ້ເປີດເຜີຍໂດຍລະບຸວ່າຄົນເຈັບສ່ວນໃຫຍ່ ມີ ອາການທາງລະບົບຫາຍໃຈ, ຫົວໃຈຫລືດວງຕາຊຶ່ງໃນຈຳນວນຜູ້ໄດ້ຮັບຜົນກະທົບມີເຖິງ 102 ຄົນ ທີ່ເຂົ້າປິ່ນປົວ ໃນໂຮງໝໍ, ຂະນະທີ່ເມືອງຊາໂບລ, ເຊຮັກ, ຮາມູນ, ຮີຣມັນ ແລະນິມຣູຊ ເປັນພື້ນທີ່ປະສົບກັບພາຍຸຊາຍພັດຖະຫລົ່ມໜັກທີ່ສຸດໃນຮອບ 20 ວັນຜ່ານມາ.

ລາຍງານລະບຸວ່າປະຊາຊົນແຂວງດັ່ງກ່າວເຂົ້າປິ່ນປົວທາງການແພດ ຫລາຍກວ່າ 3.000 ຄົນ ຫລັງຈາກຜະເຊີນກັບພາຍຸຊາຍພັດຖະຫລົ່ມຢ່າງຕໍ່ເນື່ອງແຕ່ວັນທີ 2 ກໍລະກົດຜ່ານມານີ້, ເຊິ່ງໃນຈຳນວນນີ້ມີປະຊາຊົນຫລາຍກວ່າ 300 ຄົນ ໄດ້ເຂົ້າປິ່ນປົວທີ່ໂຮງໝໍ. ພາຍຸຊາຍມີຄວາມໄວລົມສູງສຸດໃນຊາໂບລ ຢູ່ທີ່ລະດັບ 126 ກິໂລແມັດ ຕໍ່ຊົ່ວໂມງ (ວັນທີ 21 ກໍລະກົດ) ທີ່ຜ່ານມາ ແລະອາດຈະເກີດມີພາຍຸຊາຍເພີ່ມເຕີມເນື່ອງຈາກຄາດວ່າຈະຍັງຄົງມີລົມພັດແຮງໃນອີກບໍ່ເທົ່າໃດວັນຕໍ່ໜ້າ.
ທີ່ມາ: kpl