ເດືອນສິງຫາ ລັດຖະບານຈະສຸມໃສ່ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະໜີ້ສິນ

ອີງຕາມບົດສະຫລຸບຂອງກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນກໍລະກົດ 2023 ໃຫ້ຮູ້ວ່າ: ໃນເດືອນສິງຫາ ຈະມາເຖິງນີ້, ລັດຖະບານຈະໄດ້ສຸມໃສ່ການແກ້ໄຂວຽກງານເຄັ່ງຮ້ອນຈຳນວນໜຶ່ງ: ສຸມໃສ່ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າທີ່ເພີ່ມສູງຂຶ້ນ ແລະໜີ້ສິນຕ່າງປະເທດຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 19/ກມສພ, ລົງວັນທີ 30 ມິຖຸນາ 2023 ໂດຍສະເພາະແມ່ນເອົາໃຈໃສ່ຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 10/ນຍ, ລົງວັນທີ 14 ກໍລະກົດ 2023 ໃຫ້ເຂັ້ມງວດ ແລະສຸມໃສ່ປະຕິບັດມາດຕະການຂອງແຕ່ລະວຽກຈຸດສຸມໃນແຜນເຄື່ອນໄຫວວຽກຈຸດສຸມຂອງຄະນະສະເພາະກິດ; ສືບຕໍ່ສຸມໃສ່ເກັບລາຍຮັບງົບປະມານບັນລຸຕາມແຜນທີ່ສະພາແຫ່ງຊາດຮັບຮອງ.

ໃນນັ້ນໃຫ້ສຸມໃສ່: ເລັ່ງຂະຫຍາຍຖານຈັດເກັບລາຍຮັບຜ່ານລະບົບ ແລະເຄື່ອງມືທັນສະໄໝໃຫ້ຫລາຍກວ່າເກົ່າ ແລະເລັ່ງສອມຖານຂໍ້ມູນກັບຂະແໜງການເສດຖະກິດ ເພື່ອຄຸ້ມຄອງແຫລ່ງລາຍຮັບໃຫ້ສຳເລັດ; ເລັ່ງປັບປຸງກົນໄກ ແລະ ເງື່ອນໄຂໃນການເກັບຖານລາຍຮັບທີ່ໝັ້ນຄົງ ເຊັ່ນ: ອາກອນທີ່ດິນ, ອາກອນຊັບສິນ;
- ສືບຕໍ່ສຸມໃສ່ປະຕິບັດນິຕິກຳ ກ່ຽວກັບການເພີ່ມທະວີການຄຸ້ມຄອງ ແລະຕ້ານການຮົ່ວໄຫລຂອງລາຍຮັບງົບປະມານລັດ, ການປະຢັດ ແລະຕ້ານການຟຸມເຟືອຍ, ການນໍາໃຊ້ລົດຂອງລັດໂດຍສະເພາະດຳລັດວ່າດ້ວຍການປະຢັດ ແລະຕ້ານການຟູມເຟືອຍ ສະບັບເລກທີ 205/ລບ ແລະດຳລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ ແລະນິຕິກຳອື່ນໆ ທີ່ລັດຖະບານວາງອອກໃຫ້ເຂັ້ມງວດ;
- ສຸມໃສ່ວຽກສະຫຼຸບການຈັດຕັ້ງປະຕິບັດກາງສະໄໝແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະທິດທາງແຜນການທ້າຍສະໄໝຮອດປີ 2025 ໃຫ້ສໍາເລັດຕາມກໍານົດເວລາ.